ກຳປູເຈຍ ສົ່ງອອກເສື້ອຜ້າສຳເລັດຮູບລາຍໃຫຍ່ເປັນອັນດັບ 8 ຂອງໂລກ


ຂໍ້ມູນຈາກອົງການ ການຄ້າໂລກ  (WTO) ລະບຸວ່າ: ກຳປູເຈຍເປັນທີ່ຮູ້ຈັກ ໃນຖານະສູນກາງການສົ່ງອອກເສື້ອຜ້າສຳເລັດຮູບ ໂດຍປັດຈຸບັນເປັນຜູ້ສົ່ງອອກເສື້ອຜ້າສຳເລັດຮູບລາຍໃຫຍ່ທີ່ສຸດຂອງໂລກໃນອັນດັບທີ 8 ເຊິ່ງຖືເປັນການພັດທະນາຢ່າງເຫັນໄດ້ຊັດເຈນຈາກປີ 2021 ທີ່ຢູ່ໃນອັນດັບທີ 11 ໂດຍຜູ້ສົ່ງອອກລາຍໃຫຍ່ທີ່ສຸດ 10 ອັນດັບທຳອິດຂອງໂລກໃນປີນັ້ນໄດ້ແກ່: ຈີນ, ສະຫະພາບຢູໂຣບ, ບັງກະລາເທດ, ຫວຽດນາມ, ຕຸຣກີ, ອິນເດຍ, ມາເລເຊຍ, ຮ່ອງກົງ ແລະ ປາກີສະຖານຕາມລຳດັບ.

ເຖິງຢ່າງໃດກໍຕາມ ເມື່ອປຽບທຽບດັບປະເທດອື່ນໆໃນພູມີພາກອາຊີຕາເວັນອອກຂອງກຳປູເຈຍແມ່ນຍັງຕ້ອງພັດທະນາມູນຄ່າຂອງການສົ່ງອອກ ໂດຍມູນຄ່າການສົ່ງອອກຂອງກຳປູເຈຍຢູ່ທີ່ 9.1 ພັນລ້ານໂດລາສະຫະລັດ ທຽບກັບອິນໂດເນເຊຍທີ່ມີມູນຄ່າ 1.01 ໝື່ນລ້ານໂດລາສະຫະລັດ ແລະ ຫວຽດນາມ ທີ່ມີມູນຄ່າສູງເຖິງ 3.53 ໝື່ນລ້ານໂດລາສະຫະລັດ ແຕ່ມູນຄ່າການສົ່ງອອກໂດຍລວມຂອງພູມີພາກອາຊີຕາເວັນອອກສຽງໃຕ້ຍັງຄົງເປັນພຽງ 1 ໃນ 4 ຂອງມູນຄ່າການສົ່ງອອກຂອງຈີນ ເຊິ່ງເປັນຜູ້ຫຼິ້ນລາຍໃຫຍ່ຂອງໂລກ 1.824 ແສນລ້ານໂດລາສະຫະລັດ.

ກ່ອນໜ້ານີ້ Khmer Times ລາຍງານໃນເດືອນມັງກອນວ່າ ມູນຄ່າການສົ່ງອອກເສື້ອຜ້າສຳເລັດຮູບ (ເກີບ) ແລະ ສິນຄ້າກ່ຽວກັບການເດີນທາງ GFT ຂອງກຳປູເຈຍເຕີບໂຕປະມານ 15% ຖ້າທຽບໃສ່ປີຕໍ່ປີ ໂດຍສິນຄ້າກຸ່ມ (GFT) ເປັນ 1 ໃນສິນຄ້າທີ່ເຮັດລາຍໄດ້ຈາກການສົ່ງອອກສູງທີ່ສຸດຂອງປະເທດ ຄິດເປັນ 56.2% ຂອງການສົ່ງອອກທັງໝົດໃນປີດັ່ງກ່າວ.

ຂໍ້ມູນຈາກ: AECConnect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/