ຖົ່ວລຽນໝອນທອງຫວຽດນາມລາຄາສູງເຖິງ 50% ຫຼັງຄົນຈີນແຫ່ຊື້ ເປັນຂອງຂວັນປີໃໝ່


ສຳນັກຂ່າວຊິນຫົວ ໄດ້ລາຍງານໃນວັນສຸກ 26 ມັງກອນ 2024 ວ່າ ສື່ທ້ອງຖິ່ນຫວຽດນາມລາຍງານວ່າລາຄາຖົ່ວລຽນໝອນທອງນອກລະດູທີ່ປູກໃນຫວຽດນາມສູງຂຶ້ນ 50% ຖ້າທຽບໃສ່ກັບລະດູການຫຼັກຂອງປີກ່ອນໜ້ານີ້ ເນື່ອງຈາກກຸ່ມຜູ້ຄ້າຕ່າງພະຍາຍາມຊອກຫາອຸປະທານ ເພື່ອຕອບສະໜອງຄວາມຕ້ອງການຂອງຈີນ.

ພ້ອມກັນນີ້ ຖົ່ວລຽນໝອນທອງເປັນຖົ່ວລຽນສາຍພັນໄທ ທີ່ມີການນຳໄປເພາະປູກໃນຫວຽດນາມໃນປີຜ່ານມານີ້. ໃນຂະນະທີ່ ລາຄາຖົ່ວລຽນໝອນທອງມີລາຄາລະຫວ່າງ 178,000-185,000 ດົງ/ກິໂລກຣາມ ເພີ່ມຂຶ້ນ 23% ຈາກເດືອນກ່ອນໜ້ານີ້ ແລະ ເພີ່ມຂຶ້ນ 50% ຈາກລະດູການຫຼັກຂອງປີທີ່ຜ່ານມາ ເຊິ່ງກົງກັບເດືອນກັນຍາ-ພຶດສະພາ.

ນອກຈາກນີ້ ຈີນຊື້ຖົ່ວລຽນຈຳນວນຫຼາຍ ເພື່ອເປັນຂອງຂວັນວັນພັກປີໃໝ່ຕາມປະຕິທິນຈີນ ທີ່ກຳລັງຈະມາຮອດນີ້. ກຸ່ມຜູ້ຄ້າກ່າວວ່າ ລາຄາຖົ່ວລຽນເພີ່ມຂຶ້ນຢ່າງໄວວາກ່ອນວັນພັກ ເນື່ອງຈາກອຸປະທານມີຈຳກັດ ໃນຂະນະທີ່ຄວາມຕ້ອງການໃນຈີນຍັງຄົງຢູ່ໃນລະດັບສູງ ກະຊວງກະສິກຳ ແລະ ພັດທະນາຊົນນະບົດຂອງຫວຽດນາມລະບຸວ່າ ຫວຽດນາມສ້າງລາຍໄດ້ຈາກການສົ່ງອອກຖົ່ວລຽນ 2,200 ລ້ານໂດລາສະຫະລັດ ໃນປີ 2023 ຄິດເປັນ 40% ຂອງການສົ່ງອອກຜັກ ແລະ ໝາກໄມ້ທັງໝົດຂອງປະເທດ.

ຂໍ້ມູນຈາກ: prachachat

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/