ລັດຖະມົນຕີກະຊວງການເງິນ ສະຫະລັດອາເມຣິກາ ຍອມຮັບຕິດເກມ “Candy Crush”


ລັດຖະມົນຕີວ່າການກະຊວງການເງິນຂອງສະຫະລັດອາເມຣິກາ ທ່ານນາງ Janet Yellen ໄດ້ອອກມາຍອມວ່າຕົນເອງນັ້ນຕິດເກມ “Candy Crush” ຜ່ານທາງລາຍການ  “Wait, Wait Don’t Tell Me” ຂອງສື່ວິທະຍຸສາທາລະນະແຫ່ງຊາດ.

ໂດຍໃນລາຍການ ທ່ານນາງ Janet Yellen ໄດ້ເລົ່າວ່ານັກຂຽນທີ່ຂຽນປຶ້ມຊີວະປະຫວັດຕົນເອງໄດ້ແນະນຳໃຫ້ຫຼິ້ນເກມ Candy Crush Saga ເປັນເກມໂທລະສັບມືຖືທີ່ຜູ້ຫຼິ້ນຕ້ອງຜ່ານດ່ານດ້ວຍການລຽງເຂົ້າໜົມຫຼາກຫຼາຍສີສັນໃຫ້ກົງກັນເພື່ອເຮັດຄະແນນ.

ຕອນນັ້ນທ່ານນາງ Janet Yellen ໄດ້ຕອບໄປວ່າ “Candy Crush ບໍ່ ຂ້ອຍບໍ່ຫຼີ້ນເກມແບບນັ້ນດອກ” ແຕ່ຫຼັງຈາກນັ້ນກໍໄດ້ລອງຫຼິ້ນເກມ Candy Crush Saga ແລະ ຫຼິ້ນເປັນປະຈຳຈົນຕອນນີ່້ເລເວວຂອງເກມຢູ່ທີ່ 6,100 ແລ້ວ! ພ້ອມບອກອີກວ່າຕົນເອງຍັງຫຼິ້ນເກມ “Wordle” ເກມທວາຍຄຳສັບອີກດ້ວຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/