RCEP ເປັນແຮງໜຸນສຳຄັນ ຊຸກຍູ້ການຄ້າ ໄທ-ຈີນ ໂດຍສະເພາະໃນຂະແໜງການກະສິກຳ


ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໄດ້ກາຍເປັນແຮງໜຸນສໍາຄັນ ຊຸກຍູ້ການຄ້າ ໄທ-ຈີນ ໂດຍສະເພາະໃນຂະແໜງການກະສິກຳ ເຊັ່ນໝາກໄມ້ເຂດຮ້ອນ ຂອງໄທທີ່ກຳລັງໄດ້ຮັບຄວາມນິຍົມ ແລະ ຂະຫຍາຍຕົວຢ່າງໄວວາໃນຕະຫຼາດຂອງຈີນ.

 ໂດຍ RCEP ​ໄດ້​ມີ​ຜົນ​ບັງຄັບ​ໃຊ້​ໃນ​ວັນ​ທີ 1 ມັງກອນ 2022, ລວມມີ 15 ປະ​ເທດ​ອາຊີ ປາຊີ​ຟິກ, ​ໃນ​ນັ້ນ​ມີ 10 ປະ​ເທດ​ສະມາຊິກ​ອາ​ຊຽນ ​ແລະ 5 ຄູ່​ຮ່ວມ​ມື​ການ​ຄ້າ​ຄື: ຈີນ, ຍີ່ປຸ່ນ, ສ.​ເກົາຫຼີ, ອອສເຕຣເລຍ ​ແລະ ນິວຊີ​ແລນ. 

ໂດຍອີງຕາມການລາຍງານຂອງ ສຳນັກຂ່າວ Xinhua ຈາກຈີນ, ໃນໄລຍະ 2 ປີທີ່ຜ່ານມາ ອຸດສາຫະກຳ​ຫຼາຍ​ແຫ່ງ​ຂອງ​ໄທ​ໃນ​ຂົງ​ເຂດ​ກະສິກຳ, ​ແຜ່ນ​ແພ, ​ແລະ ລົດ ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ RCEP ຢ່າງຫຼວງຫຼາຍ. ການຕັດອັດຕາພາສີໄດ້ຊຸກຍູ້ການເຕີບໂຕທາງດ້ານການຄ້າ ແລະ ການລົງທຶນຂອງບັນດາປະເທດສະມາຊິກ RCEP. ​ເຊິ່ງໃນ​ປີ 2022, ວົງ​ເງິນ​ການ​ຄ້າ​ຂອງ​ໄທ​ກັບ​ບັນດາ​ສະມາຊິກ RCEP ​ໄດ້​ເພີ່ມ​ຂຶ້ນ 7,11% ​ເມື່ອ​ທຽບ​ໃສ່​ປີ​ກາຍ ​ເປັນ 300 ຕື້​ໂດ​ລາ​.

ທ່ານ Han Zhiqiang, ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ໄທ​ ໃຫ້ຮູ້ວ່າ: 10 ​ເດືອນ​ຕົ້ນ​ປີ 2023, ການ​ຄ້າ​ສອງ​ຝ່າຍ​ລະຫວ່າງ​ສອງ​ປະ​ເທດ​ບັນລຸ 105,1 ຕື້ ໂດລາ. ຈີນ​ໄດ້​ສືບ​ຕໍ່​ເປັນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ໄທ​ເປັນ​ປີ​ທີ 11 ​ແລະ​ ເປັນ​ຕະຫຼາດ​ສົ່ງ​ອອກ​ກະສິກຳ​ໃຫຍ່​ທີ່​ສຸດ​ຂອງ​ໄທ.

ທ່ານ Han Zhiqiang ກ່າວອີກວ່າ: ​“ໝາກ​ຖົ່ວລຽນໄທ​ໄດ້​ຫັນ​ຈາກ​ໝາກ​ໄມ້​ທີ່​ມີ​ຊື່​ສຽງ​ໄປ​ເປັນ​ຜະລິດ​ຕະ​ພັນ​ທີ່​ມີ​ຊື່​ສຽງ​ໃນ​ຕະຫຼາດ​ຈີນ. ຜູ້​ບໍລິ​ໂພ​ກຈີນຈຳນວນຫຼາຍແມ່ນ​ນິຍົມ​ໝາກ​ໄມ້​ທີ່ມາຈາກ​ໄທ”

ທ່ານ Mo Jiaming ຜູ້ຂາຍໝາກໄມ້ໃນເມືອງ ນານໜິງ ປະເທດຈີນ ກ່າວວ່າ: “ໃນຖານະເປັນຜູ້ນໍາເຂົ້າໝາກໄມ້, ຂໍ້ຕົກລົງ RCEP ໄດ້ນໍາເອົາຜົນປະໂຫຍດທີ່ແທ້ຈິງມາໃຫ້ຂ້ອຍ. ຄວາມນິຍົມຂອງໝາກພ້າວຂອງໄທໃນປະເທດຈີນທີ່ເພີ່ມຂຶ້ນແມ່ນເຮັດໃຫ້ຂ້ອຍມີໂອກາດທາງທຸລະກິດຫຼາຍຂຶ້ນ.”

ນອກນີ້ ຍັງມີຂໍ້ໄດ້ປຽບຈາກ ​ຂໍ້​ລິ​ເລີ່ມ​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ (BRI) ທີ່ໄດ້ປ່ຽນຮູບ​ແບບ​ການ​ຄ້າ​ ແລະ ​ການ​ຂົນ​ສົ່ງໃຫ້​ມີ​ຄວາມ​ຫຼາກ​ຫຼາຍ​ ແລະ ວ່ອງໄວຫຼາຍຂຶ້ນ ທີ່ເຮັດໃຫ້ສິນ​ຄ້າ​ໄທ​ໄດ້​ເຂົ້າ​ຕະ​ຫຼາດ​ຈີນ​ຫຼາຍ​ຂຶ້ນ​ດ້ວຍ​ລາ​ຄາ​ທີ່​ເໝາະ​ສົມຫຼາຍຂຶ້ນ.

ການ​ຂົນ​ສົ່ງ​ໝາກ​ຖົ່ວລຽນສົດ​ຈາກ​ໄທ​ໄປ​ຍັງ​ເ​ເມືອງ​ຈົງ​ຊິງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ຜ່ານ ທາງ​ລົດ​ໄຟ​ລາວ-ຈີນ​ແມ່ນ​ໃຊ້​ເວລາ​ພຽງ 4 ມື້. ເຊິ່ງນີ້ເປັນການປ່ຽນແປງຄັ້ງໃຫຍ່ ​ເມື່ອ​ທຽບ​ໃສ່​ເສັ້ນທາງ​ບົກ-ທະ​ເລ​ທີ່​ຜ່ານ​ມາ, ​ທີ່ຕ້ອງ​ໃຊ້​ເວລາ 8 ຫາ 10 ມື້ ໃນການຂົນສົ່ງ.

ສັນຍາ RCEP ຍັງ​ໄດ້​ເສີມ​ຂະຫຍາຍ​ຕ່ອງ​ໂສ້​ອຸດສາຫະກຳ​ຂອງ​ຈີນ​ແລະ​ໄທ, ນຳ​ມາ​ເຊິ່ງກາລະ​ໂອກາດ​ໃໝ່​ໃຫ້​ແກ່​ວິ​ສາ​ຫະກິດ.

ໃນ 9 ເດືອນ​ຕົ້ນ​ປີ 2023, ວິ​ສາ​ຫະກິດ​ຈີນ​ໄດ້​ສະໝັກ​ເຂົ້າ​ຮ່ວມ 264 ​ໂຄງການ​ລົງທຶນ​ຢູ່​ໄທ, ​ເພີ່ມ​ຂຶ້ນ 196,6% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2023, ດ້ວຍ​ມູນ​ຄ່າ​ການ​ລົງທຶນ 97,46 ຕື້​ບາດ (ປະມານ 2,8 ຕື້​ໂດ​ລາ​ສະຫະລັດ), ​ເພີ່ມ​ຂຶ້ນ 116,5% ​ເມື່ອ​ທຽບ​ໃສ່​ປີ​ກາຍ.

https://english.news.cn/20240116/bc934a34f298460bb5c451bf49401eed/c.html

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/