“Give Power” ອົງກອນທີ່ໃຊ້ພະລັງງານແສງອາທິດປ່ຽນນ້ຳທະເລເປັນນ້ຳຈືດ


ນ້ຳຖືວ່າເປັນອົງປະກອບສ່ວນໃຫຍ່ຂອງໂລກໃບນີ້ ແຕ່ປັດຈຸບັນຍັງມີຄົນທີ່ຂາດແຄນນ້ຳ 1/3 ຂອງປະຊາກອນທັງໝົດ ແລະ ບັນຫານີ້ກຳລັງທະວີຄູນຂຶ້ນຫຼາຍເທົ່າ. ໃນອະນາຄົດບັນຫາການຂາດແຄນນ້ຳດື່ມ ອາດຈະກາຍເປັນວິກິດຂອງຄົນທົ່ວໂລກກໍເປັນໄດ້.

ອົງກອນບໍ່ສະແຫວງຫາຜົນກຳໄລ “Give Power” ໄດ້ເຮັດໂຮງບຳບັດນ້ຳພະລັງງານແສງອາທິດ ຫຼື ໂຮງແຍກເກືອອອກຈາກນ້ຳ (Solar Power Desalination Plant) ໃນເມືອງ Kiunga ປະເທດເຄນຍາ ເພື່ອແກ້ໄຂບັນຫາດັ່ງກ່າວໄດ້ສຳເລັດ, ໂດຍການສ້າງໂຮງງານໄຟຟ້າພະລັງງານແສງອາທິດ (ໂຊລາເຊວ) ຊ່ວຍແປງນ້ຳເຄັມຈາກມະຫາສະໝຸດອິນເດຍເປັນນ້ຳດື່ມສະອາດທີ່ປະຊາຊົນສາມາດດື່ມໄດ້.

ໂຮງງານໄຟຟ້າພະລັງງານແສງອາທິດແຫ່ງນີ້ ໄດ້ເປີດໃຊ້ງານຄັ້ງທຳອິດເມື່ອປີ 2018, ໃນປີ 2019 ມັນສາມາດຜະລິດນ້ຳຈືດໄດ້ 70,000 ລິດ ເຊິ່ງພຽງພໍສຳຫຼັບ 35,000 ຄົນຕໍ່ມື້.

ໃນຂະນະທີ່ໂຮງກັ່ນນ້ຳທະເລມີຕົ້ນທຶນສູງ ແລະ ຕ້ອງໄດ້ໃຊ້ໄຟຟ້າມະຫາສານ ຈຶ່ງເປັນອຸປະສັກຂອງຄົນທີ່ຂາດແຄນນ້ຳ. ໂຮງງານຜະລິດພະລັງງານແສງອາທິດນີ້ຜະລິດພະລັງງານ 50 ກິໂລວັດລົງໃນແບັດເຕີຣີເທສລາ ໃຊ້ປ້ຳນ້ຳ 2 ໂຕເພື່ອສູບນ້ຳຕະຫຼອດເວລາ ລວມເຖິງຍັງສະອາດກວ່ານ້ຳກັ່ນທົ່ວໄປ ແລະ ບໍ່ມີຂໍ້ເສຍດ້ານສິ່ງແວດລ້ອມ.

“ມະນຸດຕ້ອງໃສ່ໃຈບັນຫາການຂາດແຄນນໍ້າທົ່ວໂລກ ດ້ວຍປະສົບການໃນພະລັງງານທົດແທນອິດສະລະ Give Power ສາມາດເຮັດໃຫ້ໂຮງງານຜະລິດນໍ້າພະລັງງານແສງອາທິດ ຊ່ວຍຊີວິດຄົນທີ່ອາໄສຢູ່ໃນພື້ນທີ່ຂາດແຄນທົ່ວໂລກ” Hayes Barnard ຜູ່ກໍ່ຕັ້ງ Give Power ກ່າວ.

Give Power ເກີດຂຶ້ນໃນປີ 2013 ໄດ້ພັດທະນາເຄື່ອງມືເທັກໂນໂລຢີ ຫວັງວ່າຈະເຂົ້າເຖິງຄົນ 2,000 ລ້ານຄົນ ທີ່ຂາດແຄນນ້ຳ, ອົງກອນນີ້ສ່ວນໃຫຍ່ແມ່ນເຮັດວຽກດ້ານການສ້າງໂຮງງານໄຟຟ້າພະລັງງານແສງອາທິດໃນພື້ນທີ່ຕ່າງໆທົ່ວໂລກ ໂດຍໄດ້ພັດທະນາລະບົບພະລັງງານແສງອາທິດທີ່ໄດ້ສ້າງອາຫານ, ນ້ຳ, ໄຟຟ້າໃນໂຮງຮຽນ, ໂຮງໝໍ ແລະ ອີກຫຼາຍພື້ນທີ່ທົ່ວໂລກ.

ຫຼາຍພາກສ່ວນຄາດການວ່າ ບັນຫາການຂາດແຄນນ້ຳຈະເລີ່ມຂຶ້ນໃນປີ 2025 ປະຊາກອນປະມານເຄິ່ງໂລກຈະພົບກັບບັນຫານີ້.

ທີ່ມາ:​ https://www.smartsme.co.th/content/228779?dc_data=2745363_huawei20-thailand#

https://www.facebook.com/alounny.katen/posts/1154858391370428