ການຈູດປ່າເຮັດໄຮ່ໃນລາວ ອາດເປັນສາເຫດໃຫ້ນຳໃຊ້ກົດໝາຍ “ໝອກຄວັນຂ້າມແດນ”


ຈາກສະຖານະການຝຸ່ນ PM 2.5 ທີ່ຮຸນແຮງໃນກຸງເທບ ປະເທດໄທ ແລະ ພາບຖ່າຍດາວທຽມຂອງ NASA ທີ່ໄດ້ເຜີຍແຜ່ຈຸດຄວາມຮ້ອນອ້ອມຮອບປະເທດໄທ ແລະ ບັນຫາໝອກຄວັນຈາກການກະສິກຳໃນປະເທດເອງ ແຕ່ສ່ວນໃຫຍ່ລອຍມາຈາກປະເທດອ້ອມຮອບ ໜຶ່ງໃນນັ້ນມີປະເທດລາວທີ່ຈູດປ່າເຮັດໄຮ່ລວມຢູ່ນຳ.

ບັນດາປະເທດອ້ອມຂ້າງ ລາວ ມຽນມາ ແລະ ກຳປູເຈຍທີ່ເຜົາເພື່ອການກະສິກຳ ປູກສາລີ ແລະ ເຜົາເມື່ອສິ້ນສຸດເວລາເກັບກ່ຽວ ເພື່ອຄວາມສະດວກໃນການກະກຽມດິນ ແລະ ຂະຫຍາຍພື້ນທີ່ການກະສິກຳ, ພວກເຂົາເບິ່ງວ່າສ່ວນໜຶ່ງກໍເປັນຍ້ອນພວກເຂົາຮັບຊື້ສິນຄ້າເຫຼົ່ານັ້ນສົ່ງມາໂຮງງານໃນໄທ ເຊິ່ງເປັນການສະໜັບສະໜູນການຈູດເຜົາໄປໃນຕົວ.

ດ້ວຍເຫດນີ້ ເຮັດໃຫ້ວັນທີ 19 ມີນາທີ່ຜ່ານມາ ເສດຖາ ທະວີສຶນ ນາຍົກລັດຖະມົນຕີປະເທດໄທ ສັ່ງໃຫ້ກະຊວງການຄ້າປະກາດ ບໍ່ນຳເຂົ້າສາລີຈາກຕ່າງປະເທດ ໂດຍສະເພາະໄລຍະທີ່ເຮັດການຈູດເຜົາເພື່ອການກະສິກຳ ແຕ່ຍັງຖືກຂໍໃຫ້ເລື່ອນຄຳສັ່ງອອກໄປກ່ອນ ເພາະວ່າຈະໄປຂັດກັບຂໍ້ຕົກລົງການຄ້າໂລກຂອງ WTO.

ນອກຈາກນີ້ຍັງມີຜູ້ສະເໜີກົດໝາຍໝອກຄວັນຂ້າມພົມແດນ ຫຼື Transboundary Haze Pollution Act ເຊິ່ງປະເທດສິງກະໂປໄດ້ບັງຄັບໃຊ້ໄປໃນປີ 2014 ຈົນສາມາດຈັດການກັບຝຸ່ນ PM 2.5 ໄດ້ສຳເລັດ.

ກົດໝາຍໄດ້ລະບຸວ່າ ບໍລິສັດໃດກໍຕາມ ບໍ່ວ່າຈະໃນ ແລະ ນອກປະເທດ ທີ່ສະໜັບສະໜູນການເຜົາປ່າທາງກົງ ແລະ ທາງອ້ອມ ເຮັດໃຫ້ຄວັນລອຍມາສິງກະໂປ ຈະຕ້ອງຖືກປັບໃໝເປັນເງິນ 100,000 ໂດລາຕໍ່ມື້.

ສ້າງຄວາມຕື່ນຕົວໃຫ້ບັນດາໂຮງຈັກໂຮງງານທີ່ກ່ຽວກັບການຈູດເຜົາເລັ່ງຈັດການບັນຫາໂດຍໄວ ຍົກຕົວຢ່າງປະເທດອິນໂດເນເຊຍທີ່ສ້າງລະບົບກວດສອບໄຟປ່າ ແລະ ການເຜົາໃນບ່ອນໂລ່ງແບບ real time ເພື່ອກວດສອບທີ່ມາຂອງຄວັນ.

ທີ່ມາ:

https://web.facebook.com/photo.php?fbid=962421718587248&id=100044582852712&set=a.76179812864…

thaipbs

bangkokbiznews

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/