ກຸ່ມລະຫວ່າງປະເທດຮຽກຮ້ອງໃຫ້ຣັດເຊຍ ຈ່າຍຄ່າຊົດເຊີຍໃນການຟື້ນຟູສິ່ງແວດລ້ອມໃນຢູເຄຣນ


ນັກເຄື່ອນໄຫວທາງສິ່ງແວດລ້ອມ Greta Thunberg ແລະ ນັກການເມືອງໃນຢູໂຣບຕ່າງໆ ໄດ້ຊຸກດັນໃຫ້ຢູເຄຣນຮຽກຮ້ອງຄ່າເສຍຫາຍທາງສິ່ງແວດລ້ອມຈາກຣັດເຊຍ.

ກຸ່ມລະຫວ່າງປະເທດ ຫຼື The International Group ທີ່ກໍ່ຕັ້ງໃນປີທີ່ຜ່ານມາ ໂດຍຝ່າຍບໍລິຫານຂອງຢູເຄຣນ ເພື່ອກວດສອບປະເດັນຕ່າງໆທີ່ເກີດຂຶ້ນ ນັບຕັ້ງແຕ່ຄວາມປອດໄພຂອງນິວເຄຼຍ ໄປຈົນເຖິງມົນລະພາວະໃນດິນ ໄດ້ເປີດເຜີຍຂໍ້ຮຽກຮ້ອງເຖິງ 50 ຂໍ້ທີ່ເກີດຈາກຄວາມເສຍຫາຍທີ່ຣັດເຊຍໂຈມຕີ ຕະຫຼອດສອງປີທີ່ຜ່ານມາ ແລະ ຣັດເຊຍຕ້ອງເປັນຝ່າຍຮັບຜິດຊອບ ລວມເຖິງວາງແຜນການຟື້ນຟູສິ່ງແວດລ້ອມອີກດ້ວຍ.

ມີຄຳແນະນຳໃຫ້ກໍ່ຕັ້ງຄະນະກຳມະການ ແລະ ໜ່ວຍງານລະດັບສູງ ເພື່ອດູແລ ແລະ ເກັບຫຼັກຖານທີ່ກ່ຽວກັບຜົນກະທົບທາງສິ່ງແວດລ້ອມ.

ກຸ່ມລະຫວ່າງປະເທດໄດ້ລາຍງານເຖິງການປົນເປື້ອນຂອງລະເບີດໃນດິນແດນຢູເຄຣນ, ການພັງທະລາຍຂອງເຂື່ອນ Kakhovka ເມື່ອເດືອນມິຖຸນາປີທີ່ຜ່ານມາ ທີ່ສ້າງຜົນກະທົບໃຫ້ພືດພັນທີ່ປູກ ແລະ ລະບົບນິເວດເສຍຫາຍ. ນັກວິຊາການດ້ານກົດໝາຍຂອງຢູເຄຣນກ່າວວ່າ ເປັນໄປໄດ້ສູງ ທີ່ຣັດເຊຍຈະຢູ່ເບື້ອງຫຼັງຂອງການພັງທະລາຍນີ້.

ທາງດ້ານປະທານາທິບໍດີຂອງຣັດເຊຍ ວະລາດິເມຍ ປູຕິນ ກ່າວວ່າເປັນຢູເຄຣນເອງທີ່ທຳລາຍເຂື່ອນ ເພາະເປັນວິທີທີ່ໄດ້ຮັບການສະໜັບສະໜູນຈາກຕາເວັນຕົກເພື່ອເພີ່ມຄວາມຂັດແຍ້ງ.

ທີ່ມາ:

https://www.reuters.com/world/europe/russia-should-pay-wartime-environmental-damage-ukraine-report-2024-02-09/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/