ນິວຊີແລນ ສອນໝາຈອນຈັດຂັບລົດ ເພື່ອສະແດງໃຫ້ເຫັນວ່າພວກມັນສະຫຼາດພຽງໃດ


SPCA ອົງກອນທີ່ຊ່ວຍເຫຼືອສັດໃນປະເທດນິວຊີແລນ ໄດ້ເຜີຍຄລິບທີ່ເປັນກະແສໃນໂລກອອນລາຍ ເປັນຄລິບທີ່ໝາຂັບລົດ ໂດຍມີເຈົ້າໜ້າທີ່ເຝົ້າຢູ່ບໍ່ຫ່າງ.

ນ້ອງໝາທີ່ຂັບລົດນັ້ນ ເປັນໝາຈອນຈັດທີ່ຖືກຖິ້ມ ແລະ ໄດ້ຮັບການດູແລໂດຍສູນພັກພິງແຫ່ງນີ້. ນ້ອງໝາ 3 ໂຕທີ່ຖືກເຝິກໄດ້ແກ່ ມອນຕີ້, ຈິນນີ້ ແລະ ພໍເຕີ້, ໃນຕອນທຳອິດ ພວກມັນຖືກເຝິກໃຫ້ບັງຄັບພວງມາໄລ, ປ່ຽນເກຍ ແລະ ຢຽບຄັນເລັ່ງ ທີ່ທາງສູນໄດ້ດັດແປງໃຫ້ເໝາະສົມສຳລັບໝາໃນການຂັບລົດ.

ພາຍໃນລົດໄດ້ຮັບການດັດແປງຫຼາຍຢ່າງ ບໍ່ວ່າຈະເປັນບ່ອນນັ່ງຂອງຜູ້ໂດຍສານ ແລະ ຄົນຂັບ ທີ່ຕ້ອງປັບຄວາມສູງໃຫ້ເຂົ້າກັບໝາ ແລະ ຄັນເລັ່ງເອງກໍໄດ້ລັອກໄວ້ເພື່ອບໍ່ໃຫ້ເກີດອຸບັດຕິເຫດ.

ສຳລັບຈຸດປະສົງໃນການເຝິກນ້ອງໝານັ້ນ ບໍ່ແມ່ນໄວ້ເພື່ອຂັບຂີ່ຕາມທ້ອງຖະໜົນແທ້ ແຕ່ເພື່ອສະແດງໃຫ້ເຫັນວ່າ ໝາຂອງທາງສູນສະຫຼາດພຽງໃດ ເຮັດໃຫ້ຄົນຢາກມາຮັບໝາຈອນຈັດຂອງສູນໄປລ້ຽງ ແລະ ຢາກໃຫ້ຄົນທີ່ຈະມາຮັບລ້ຽງໝາໃຫ້ຄວາມຮັກ ຄວາມໃສ່ໃຈນ້ອງໃຫ້ຫຼາຍໆ.

Video

ທີ່ມາ:

https://www.autoblog.com/2012/12/12/new-zealand-spca-teaches-rescue-dogs-how-to-drive-a-mini/

https://twitter.com/chaleenajaja/status/1755897004243534227

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/