ທຫລ ກຳນົດແຜນວຽກຄຸ້ມ​ຄອງ​ເງິນ​ຕາ​ຕ່າງ​ປະ​ເທດ ຕັ້ງເປົ້ານຳລາຍ​ຮັບ​ເງິນ​ຕາ​ຕ່າງປະເທດ ​ເຂົ້າ​ລະ​ບົບ​ທະ​ນາ​ຄານ​ໃຫ້​ໄດ້​ຢ່າງ​ໜ້ອຍ 70%


ທະນາຄານແຫ່ງ ສປປ ລາວ ທຫລ ໄດ້ກຳນົດ ແຜນວຽກຄຸ້ມຄອງເງິນຕາຕ່າງປະເທດ ປີ 2024 ຕັ້ງເປົ້າ ນໍາລາຍຮັບເງິນຕາຕ່າງປະເທດຈາກການສົ່ງອອກ ເຂົ້າລະບົບທະນາຄານໃນ ສປປ ລາວ ໃຫ້ໄດ້ຢ່າງໜ້ອຍ 70%.

ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າກົມຄຸ້ມຄອງເງິນຕາຕ່າງປະເທດ, ທະນາຄານແຫ່ງ ສປປລາວ (ທຫລ) ໄດ້ໃຫ້ຮູ້ເມື່ອບໍ່ດົນມານີ້ ກ່ຽວກັບທິດທາງໃນຕໍ່ໜ້າກ່ຽວກັບວຽກງານຄຸ້ມຄອງເງິນຕາຕ່າງປະເທດ ວ່າ: ໃນປີ 2024 ແລະໃນຕໍ່ໜ້າ ທ​ຫລ ​ຈະ​ສືບ​ຕໍ່​​​ຄຸ້ມ​ຄອງ​ແຫຼ່ງ​ເງິນ​ຕາ​ຕ່າງ​ປະ​ເທດ​ໃຫ້​ເຂົ້າ​ສູ່​ລະ​ບົບ​ທະ​ນາ​ຄານ​ເພີ່ມ​ຂຶ້ນ, ສ້າງ​ຄວາມ​ສົມ​ດຸນ​ລະ​ຫວ່າງ​ກະ​ແສ​ເງິນ​ຕາ​ເຂົ້າ​-​​ອອກ​ໄປເພື່ອ​ຊຳ​ລະ​ກັບ​ຕ່າງ​ປະ​ເທດ,​ ສ້າງ​ຄວາມ​ເຂັ້ມ​ແຂງ​ຄັງ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​​ສາ​ມາດ​ກຸ້ມ​ການ​ນຳ​ເຂົ້າ​ຫຼາຍກວ່າ 5 ເດືອນ ແລະ ​ບັນ​ລຸ​ຄາດ​ໝາຍ​ມະ​ຕິສະ​ພາ​ແຫ່ງ​ຊາດ​ກຳ​ນົດ, ນຳລາຍ​ຮັບ​ເງິນ​ຕາ​ຕ່າງປະເທດຈາກ​ການ​ສົ່ງ​ອອກ ​ເຂົ້າ​ລະ​ບົບ​ທະ​ນາ​ຄານໃນ ສ​ປ​ປ​ ລາວ ​ໃຫ້​ໄດ້​ຢ່າງ​ໜ້ອຍ 70%.

ໂດຍ ທຫລ ຈະສ້າງ ແລະ ປັບປຸງນິຕິກຳລຸ່ມກົດໝາຍເປັນຕົ້ນ: ຂໍ້ກຳນົດກ່ຽວກັບການຄຸ້ມຄອງລາຍຮັບເງິນຕາຫົວໜ່ວຍຜູ້ສົ່ງອອກເພື່ອແລກເງິນຕາກັບລະບົບທະນາຄານຕາມສັດສ່ວນຂັ້ນຕ່ຳ, ກຳນົດເປົ້າໝາຍການນຳໃຊ້ເງິນຕາໃນ ສປປລາວ, ການຄຸ້ມຄອງເງິນຕາຈາກລາຍຮັບແຮງງານ, ການທ່ອງທ່ຽວ, ການເປີດບັນຊີເງິນຕາຕ່າງປະເທດຢູ່ພາຍໃນ ແລະຕ່າງປະເທດ; ຄຸ້ມຄອງກະແສເງິນຕາຕ່າງປະເທດດ້ານການຄ້າລະຫວ່າງປະເທດ ໂດຍໃຫ້ສຳເລັດການເປີດ/ຫັນບັນຊີເງິນຝາກສະເພາະບໍລິສັດນຳເຂົ້າ-ສົ່ງອອກໃນໄຕມາດ 1 ປິ 2024.

ທຫລ ຈະເລັ່ງພັດທະນາລະບົບການຄຸ້ມຄອງກະແສເງິນຕາຕ່າງປະເທດໃຫ້ທົດລອງນຳໃຊ້ໃນໄຕມາດ 1 ປີ2024 ແລະ ມີການຄຸ້ມຄອງຕິດຕາມແບບອອນລາຍໂດຍເຊື່ອມໂຍງກັບຂະແໜງການ (ການເງິນ, ການຄ້າແລະທະນາຄານ); ຕິດຕາມຫົວໜ່ວຍຜູ້ສົ່ງອອກ ນໍາລາຍຮັບເງິນຕາເຂົ້າມາ ສປປ ລາວ ຜ່ານລະບົບທະນາຄານ ຕາມໄລຍະເວລາ ແລະ ອັດຕາສ່ວນນຳລາຍຮັບເຂົ້າມາ ພ້ອມທັງຂາຍອັດຕາສ່ວນຂັ້ນຕ່ຳໃຫ້ແກ່ລະບົບທະນາຄານ; ລົງຕິດຕາມຊຸກຍູ້ວຽກງານຄຸ້ມຄອງເງິນຕາຕ່າງປະເທດນຳຫົວໜ່ວຍສົ່ງອອກ ແຕ່ລະຂະແໜງການຢູ່ທ້ອງຖິ່ນໃນດ່ານທີ່ມີການສົ່ງອອກເພື່ອນຳລາຍຮັບເງິນຕາເຂົ້າມາຕາມລະບຽບການ; ຄຸ້ມຄອງການອະນຸຍາດໂອນເງິນເພື່ອຊຳລະກັບຕ່າງປະເທດໂດຍສະເພາະຊຳລະສິນຄ້າ ແລະ ການບໍລິການທີ່ມີລັກສະນະຟຸມເຟືອຍຂອງບຸກຄົນ ແລະ ນິຕິບຸກຄົນຜ່ານທະນາຄານທຸລະກິດ (ເປັນຕົ້ນການໂອນເງິນຊື້ອະສັງຫາລິມະຊັບ, ພາຫະນະ ແລະ ອື່ນໆ).

ກົມຄຸ້ມຄອງເງິນຕາຕ່າງປະເທດ ຈະເອົາໃຈໃສ່ຄຸ້ມຄອງກະແສການລົງທຶນໂດຍກົງຕ່າງປະເທດທັງສູນກາງ ແລະ ທ້ອງຖິ່ນໃຫ້ມາຢັ້ງຢືນທຶນໃຫ້ທັນເວລາ, ຕ້ອງໃຫ້ຜູ້ລົງທຶນຕ່າງປະເທດເປີດບັນຊີກະກຽມການລົງທຶນກັບທະນາຄານທຸລະກິດ ກ່ອນໄດ້ຮັບອະນຸຍາດລົງທຶນ ຫຼື ທະບຽນວິສາຫະກິດແລະ/ຫຼື ຫັນບັນຊີເງິນຝາກສະເພາະກ່ຽວກັບການລົງທຶນ; ຊຸກຍູ້ຫົວໜ່ວຍ FDI ແລກປ່ຽນເງິນນຳທະນາຄານຜ່ານບັນຊີດັ່ງກ່າວເມື່ອມີການໃຊ້ຈ່າຍຢູ່ພາຍໃນ ສປປ ລາວ ເປັນເງິນກີບເປັນຕົ້ນຄ່າສິນຄ້າ, ຄ່າບໍລິການ, ເບີກຈ່າຍເງິນເດືອນ ຫຼື ຄ່າແຮງງານ ແລະ ອື່ນໆ; ສ້າງຍຸດທະສາດຄຸ້ມຄອງໜີ້ສິນຕ່າງປະເທດໃນລະດັບຄວບຄຸມໄດ້ ແລະ ກຳນົດຂອບເຂດເພດານອະນຸຍາດກູ້ຢືມຕ່າງປະເທດຂອງຂະແໜງການ (ພາກລັດ, ເອກະຊົນ, ສະຖາບັນການເງິນ ແລະ ສະຖາບັນການເງິນທີບໍ່ແມ່ນທະນາຄານ) ໃຫ້ຢູ່ລະດັບລວມສະເລ່ຍ 60-70% ຂອງ GDP ໃນ 5 ປີຕໍ່ໜ້າ.

ນອກຈາກນີ້ ທຫລ ຍັງຈະສົ່ງເສີມການນຳໃຊ້ສະກຸນທ້ອງຖິ່ນໃນການຊຳລະກັບປະເທດອ້ອມຂ້າງຂອງພາກທຸລະກິດໂດຍສະເພາະກີບ-ດົງ, ກີບ-ຢວນ ແລະ ກີບ-ບາດ; ຕິດຕາມກວດກາການເຄື່ອນໄຫວທຸລະກໍາການເງິນຕ່າງປະເທດ ທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມກົດໝາຍ ເປັນຕົ້ນການແລກປ່ຽນບໍ່ຖືກຕ້ອງໃຫ້ຫຼຸດລົງ, ການໂອນເງິນດ່ວນຜ່ານບັນຊີ, ໂດຍສະເພາະການເປີດບັນຊີການສົ່ງອອກ-ນຳເຂົ້າ ແລະ ການເປີດບັນຊີການລົງທຶນ.

ໃນໄລຍະທີ່ຜ່ານມາ ກົມຄຸມຄອງເງິນຕາຕ່າງປະເທດ ກໍຄື ຫທລ ໄດ້ມີຄວາມພະຍາຍາມ ດຶງດູດ ແລະ ກຳນົດໃຫ້ການເຮັດທຸລະກຳທາງການເງິນຕ່າງໆ ຂອງທັງພາກລັດ ແລະ ເອກະຊົນ ທັງການອອກລະບຽບໃຫ້ ບໍລິສັດ ຜູ້ນຳເຂົ້າ-ສົ່ງອອກສິນຄ້າ ມາເປີດບັນຊີກັບທະນາຄານທຸລະກິດໃນ ສປປ ລາວ ລວມໄປຮອດການກະກຽມການເປີດນຳໃຊ້ລະບົບ CMS ຫຼື ລະບົບຄຸ້ມຄອງກະແສເງິນຕາຕ່າງປະເທດ ເພື່ອທີ່ຈະຊ່ວຍພາກລັດ, ຜູ້ປະກອບການ ແລະ ທະນາຄານໃຫ້ສາມາດຄຸ້ມຄອງຕິດຕາມກະແສການເງິນຈາກຕ່າງປະເທດທັງໃນເວລາທີ່ສົ່ງອອກ-ນຳເຂົ້າ ຫຼືວ່າຈະເປັນການລົງທຶນຈາກຕ່າງປະເທດໃຫ້ມີຄວາມສະດວກສະບາຍ.

https://www.facebook.com/PasaxonNewspaper/posts/pfbid02F5ydvqpYwMm57fLWBMENreZ11LLB86wQX9hLZZ3mLRb6vJZKDgWnBmSye97ZMJ69l

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/