ຢ່າຫາເຮັດ! Apple ເຕືອນ ຢ່າເອົາໄອໂຟນປຽກໄປໃສ່ຖັງເຂົ້າສານ


ແຕ່ກ່ອນຫຼາຍຄົນຄົງເຂົ້າໃຈວ່າຫາກໂທລະສັບປຽກ ຕ້ອງເອົາໄປແຊ່ຖັງເຂົ້າສານ ແລ້ວມັນຈະໃຊ້ໄດ້ ແຕ່ຄວາມຈິງແລ້ວມັນເປັນສິ່ງທີ່ບໍ່ຄວນເຮັດ ເພາະທາງ Apple ໄດ້ອອກມາເຕືອນຢ່າງເປັນທາງການ ເພາະມັນອາດຈະເຮັດໃຫ້ຕົວເຄື່ອງເສຍຫາຍໄດ້.

ພ້ອມຍັງບອກອີກວ່າ ນອກຈາກຈະເກີດຄວາມເສຍຫາຍກັບຕົວເຄື່ອງ ການທົດສອບຍັງຊີ້ໃຫ້ເຫັນວ່າ ເຂົ້າດິບບໍ່ໄດ້ມີປະສິດທິພາບເປັນພິເສດທີ່ຈະເຮັດໃຫ້ອຸປະກອນແຫ້ງ ທາງ Apple ເອງກໍໄດ້ສະເໜີວ່າຫາກໄອໂຟນປຽກນ້ຳຂັ້ນຕອນທຳອິດຄືຕ້ອງຂວ້ຳໄອໂຟນລົງ ໂດຍໃຫ້ຂົ້ວຕໍ່ຊີ້ລົງພື້ນ ຫຼື ໃຊ້ໄດເປົ່າຜົມເຮັດໃຫ້ແຫ້ງ.

ແຕ່ທີ່ສຳຄັນຄືຕ້ອງໝັ້ນໃຈວ່າໄອໂຟນຕ້ອງແຫ້ງກ່ອນຈຶ່ງສາມາດນຳເອົາໄປສາກໄດ້. ທັງນີ້ເຖິງແມ່ນວ່າ ໄອໂຟນຮຸ່ນປັດຈຸບັນຈະສາມາດກັນນ້ຳໄດ້ແລ້ວ ແຕ່ກໍພຽງໄລຍະເວລາໜຶ່ງເທົ່ານັ້ນ ແຕ່ທີ່ສຳຄັນທີ່ສຸດທີ່ການເຮັດໃຫ້ໄອໂຟນແຫ້ງ ກໍຖືວ່າເປັນການຍືດອາຍຸການໃຊ້ງານອອກໄປ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/