ໝາພາໂຊກ! ເລືອກໃບຫວຍ ເຮັດໃຫ້ເຈົ້າຂອງຖືກຮາງວັນ 1000 ຢວນ


ລ້ຽງບໍ່ເສຍເຂົ້າສຸກ ເມືອໝາພັນໂກເດັນ ພາເຈົ້າຂອງເຮັງ! ເລື່ອງລາວເກີດຂຶ້ນໃນມົນທົນກວງຕຸ້ງ ປະເທດຈີນ ໂດຍຍິງສາວທີ່ມີຊື່ວ່າ ຫຼິນ ໄດ້ພາໝາພັນໂກເດັນທີ່ລ້ຽງໄວ້ອອກໄປຍ່າງຫຼິ້ນ ແຕ່ເຫດການບໍ່ຄາດຄິດກໍໄດ້ເກີດຂຶ້ນ ໝາຂອງນາງຫຼິນ ໄດ້ເຂົ້າໄປໃນຮ້ານຂາຍຫວຍແລ້ວກັດໃບຫວຍໃບໜຶ່ງ ນັ້ນເປັນເຫດໃຫ້ຕ້ອງຊື້ເມືອນັ້ນເອງ.

ຫຼັງຈາກໄດ້ໃບຫວຍນັ້ນມາ ນາງຫຼິນ ຈຶ່ງໄດ້ລອງຂູດເບິ່ງຈົນພົບວ່າຕົນເອງໄດ້ຖືກຫວຍ 1000 ຢວນ ພ້ອມບອກວ່າຕົນເອງປະຫຼາດໃຈ ແລະ ດີໃຈຫຼາຍ ເມື່ອເຫັນວ່າຖືກຫວຍ ແລະ ແນ່ນອນເມື່ອເລື່ອງນີ້ໄດ້ຖືກນຳໄປເຜີຍແຜ່ທາງໂລກອອນລາຍ ຫຼາຍຄົນກໍຕ່າງບອກວ່າ “ເຈົ້າຄືມາໂຊກດີແທ້”.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/