Google ກຽມປ່ອຍດາວທຽມທີ່ໃຊ້ໃນການຕິດຕາມພາວະໂລກຮ້ອນໃນເດືອນໜ້າ


Google ເຮັດວຽກຮ່ວມກັບກອງທຶນປ້ອງກັນສິ່ງແວດລ້ອມ ເພື່ອຊ່ວຍລະບຸ ແລະ ວາງແຜນການປ່ອຍກ໊າສມີເທນ ໂດຍມຸ່ງເປົ້າໄປທີ່ນ້ຳມັນ ແລະ ກ໊າສ. ພວກເຂົາໄດ້ຮ່ວມມືກັນຫາແຫຼ່ງຕົ້ນຕໍໃນການປ່ອຍພາວະໂລກຮ້ອນທີ່ເກີດຈາກກ໊າສ ແລະ ນ້ຳມັນ ເຊິ່ງດາວທຽມດວງໃໝ່ນີ້ສາມາດກວດຈັບໄດ້ຈາກເທິງອະວະກາດ.

MethaneSAT ຈະເປີດຕົວໃນເດືອນມີນາ 2024 ນີ້ ເຊິ່ງເປັນດາວທຽມທີ່ຖືກໃຊ້ໃນການປ່ອຍກ໊າສມີເທນທົ່ວໂລກ ເປັນຄວາມຮ່ວມມືທີ່ນຳໂດຍ EDF ອົງການອະວະກາດແຫ່ງນິວຊີແລນ, ມະຫາວິທະຍາໄລຮາວາດ ແລະ ອື່ນໆ, ຂໍ້ມູນທີ່ໄດ້ຈາກດາວທຽມ ຈະສາມາດພ້ອມໃຊ້ງານໄດ້ໃນທ້າຍປີນີ້ ແລະ Google Cloud ຈະມີຄວາມສາມາດໃນການປະມວນຜົນຂໍ້ມູນໄດ້.
Google ຍັງກ່າວອີກວ່າ ຈະສ້າງແຜນທີ່ໂຄງສ້າງພື້ນຖານດ້ານນ້ຳມັນ ແລະ ກ໊າສ ໂດຍໃຊ້ປັນຍາປະດິດ ຫຼື AI ເພື່ອລະບຸສ່ວນປະກອບຕ່າງໆເຊັ່ນ ຖັງນ້ຳມັນ ຂໍ້ມູນການປ່ອຍກ໊າສມີເທນຂອງ MethaneSAT ຈະຖືກຊ້ອນທັບເຂົ້າໄປໃນ Google Map ເພື່ອຊ່ວຍທຳຄວາມເຂົ້າໃຈວ່າອຸປະກອນນ້ຳມັນ ແລະ ກ໊າສປະເພດໃດມີແນວໂນ້ມຈະຮົ່ວໄຫຼຫຼາຍທີ່ສຸດ.

ຂໍ້ມູນຈະພ້ອມໃຊ້ງານຜ່ານ Google Earth Engine ເຊິ່ງເປັນແພລັດຟອມການວິເຄາະເຊີງພື້ນຖານໃນປາຍປີນີ້

Earth Engine ໃຫ້ບໍລິການຟຣີສຳລັບນັກວິໄຈ ອົງກອນທີ່ບໍ່ຫວັງຜົນກຳໄລ ແລະ ສື່ຂ່າວ.

ທີ່ມາ: https://www.nbcnews.com

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/