ສະກຸນເງິນ Libra (≋LBR) ຂອງ Facebook ຄາດວ່າຈະເປີດຕົວພາຍໃນບໍ່ຮອດ 2 ເດືອນຂ້າງໜ້າ


ສິ້ນສຸດການລໍຄອຍມາດົນ ໃນທີ່ສຸດ Facebook ກໍເປີດຕົວສະກຸນເງິນຂອງຕົນເອງຊື່ວ່າ Libra ຫຼັງຈາກການຕໍ່ຕ້ານຂອງລັດຖະບານຫຼາຍປະເທດ ກໍມີແນວໂນ້ມວ່າຈະເປີດໂຕໃນເດືອນມັງກອນ ປີ 2021 ຫຼື ອີກປະມານ 1 ເດືອນຕໍ່ໜ້ານີ້.

ຍ້ອນກັບໄປກ່ອນໜ້ານີ້ວັນທີ 18 ມິຖຸນາ Facebook ໄດ້ປະກາດເປີດຕົວ Libra ເຊິ່ງເປັນ Stablecoin ທີ່ອ້າງວ່າ ຈະເປັນສະກຸນເງິນຂອງໂລກ. ການເປີດຕົວດັ່ງກ່າວ ສົ່ງຜົນໃຫ້ເກີດກະແສແບ່ງເປັນ 2 ຂົ້ວ ມີທັງສະໜັບສະໜຸນ ແລະ ຕໍ່ຕ້ານຢ່າງຫຼວງຫຼາຍຈາກທັງພາກລັດ ແລະ ເອກະຊົນຈາກຫຼາຍປະເທດທົ່ວໂລກ, ເນື່ອງຈາກຜູ່ໃຊ້ Facebook ນັ້ນມີຫຼາຍເຖິງ 1/3 ຂອງປະຊາກອນໃນໂລກ.

ປະຊາກອນທີ່ຈະໃຊ້ງານ Libra ນັ້ນອາດຈະເຮັດໃຫ້ມັນກາຍເປັນລະບົບຊຳລະເງິນລະດັບໂລກຂຶ້ນມາແທ້, ເຊິ່ງອາດຈະເກີດຄວາມສ່ຽງຂອງການໃຊ້ສະກຸນເງິນນອກດິນແດນ (Dollarlization) ທີ່ຈະບໍ່ສາມາດຄວບຄຸມໄດ້ ເຊິ່ງອາດຈະກໍ່ໃຫ້ການຟອກເງິນໄດ້. ເຮັດໃຫ້ສະມາຊິກຄົນສຳຄັນຂອງສະມາຄົມ Libra ເຊັ່ນ: MasterCard ແລະ Paypal ຖອນຕົວອອກໄປ ຈົນເຮັດໃຫ້ Libra ຕ້ອງຮ່າງWhitepaper 2.0 ຂຶ້ນມາໃນເດືອນເມສາ ເຊິ່ງປ່ຽນເນື້ອຫາລາຍລະອຽດຈາກ Whitepaper 1.0 ເພື່ອໃຫ້ຜ່ານການອະນຸມັດຂອງໜ່ວຍງານກໍາກັບດູແລທາງການເງິນ.

ຫຼັງຈາກທີ່ຜ່ານການທົດສອບມາດົນຈາກໜ່ວຍງານກຳກັບດູແລທາງການເງິນທົ່ວໂລກ Libra ຈະເປີດຕົວໃນຮູບແບບຂອງສະກຸນເງິນດິຈິຕອນ ທີ່ມີເງິນໂດລາຄ້ຳປະກັນ. ວັນທີເປີດໂຕນັ້ນຍັງບໍ່ແນ່ຊັດ ແຕ່ຄາດວ່າຈະຢູ່ພາຍໃນເດືອນມັງກອນ 2021 ຂຶ້ນຢູ່ກັບການອະນຸມັດຂອງ FINMA (Swiss Financial Market Supervisory Authority).

ທີ່ມາ: https://www.facebook.com/thinkfuturegroup/photos/a.147741100106783/239149404299285/?type=3&theater