ໄທ ກຽມຟ້ອງສານ ສັ່ງປິດ Facebook ໃນໄທ ເຫດຮັບໂຄສະນາຈາກຜູ້ກະທໍາຜິດ ໂດຍບໍ່ຜ່ານການກວດສອບ


ຫຼາຍສື່ມວນຊົນໃນໄທ ລາຍງານວ່າ ທ່ານ ກະຊວງດິຈິຕອນເພື່ອເສດຖະກິດ ແລະ ການສັງຄົມ ຂອງໄທ ພວມເກັບກໍາຮວບຮວມຫຼັກຖານຈາກຜູ້ກະທໍາຜິດທາງເຟສບຸກ ເພື່ອຍື່ນຕໍ່ສານ ໃຫ້ມີການປິດ Facebook ແພລັດຟອມສື່ສັງຄົມອອນລາຍຊື່ດັງ ພາຍໃນທ້າຍເດືອນນີ້ ເນື່ອງຈາກວ່າແພລັດຟອມນີ້ໄດ້ຮັບໂຄສະນາຈາກຜູ້ກະທໍາຜິດ ໂດຍບໍ່ຜ່ານການກວດສອບ ແລະ ຫຼອກລວງປະຊາຊົນໃຫ້ຫຼົງເຊື່ອໃນການລົງທຶນ ແລະ ຊື້ສິນຄ້າຜ່ານທາງເຟສບຸກ.

ທ່ານ ໄຊວຸດ ທະນາກມານຸສອນ ລັດຖະມົນຕີ ກະຊວງດິຈິຕອນເພື່ອເສດຖະກິດ ແລະ ການສັງຄົມ ຂອງໄທ ກ່າວໃນການຖະແຫຼງການຂອງກະຊວງ ເມື່ອບໍ່ດົນມານີ້ວ່າ “ໄລຍະຜ່ານມາມີຜູ້ເສຍຫາຍຫຼາຍກວ່າ 200.000 ຄົນ ເຊິ່ງມີມູນຄ່າຄວາມເສຍຫາຍກວ່າໝືື່ນລ້ານບາດ. ຖ້າເຟສບຸກຢາກເຮັດທຸລະກິດໃນປະເທດໄທ, ເຂົາເຈົ້າຕ້ອງສະແດງຄວາມຮັບຜິດຊອບກັບສັງຄົມໄທ. ເຊິ່ງທີ່ຜ່ານມາກະຊວງ ໄດ້ປຶກສາຫາລືກັບທາງ Facebook ຢູ່ຕະຫຼອດ, ແຕ່ພັດບໍ່ກັ່ນກອງກວດກາຜູ້ມາລົງໂຄສະນາ, ເຮັດໃຫ້ປະຊາຊົນໄດ້ຮັບຄວາມເສຍຫາຍຫຼວງຫຼາຍ”.

ຕາມຂ່າວຍັງເວົ້າວ່າ ໃນປະເທດໄທ ພວກໂຈນໄຊເບີ ໄດ້ຕົວະຍົວະຫຼອກລວງປະຊາຊົນໃຫ້ຫຼົງເຊື່ອ ແລະ ໂອນເງິນອອກຈາກບັນຊີດ້ວຍວິທີໃໝ່ໄປເລື້ອຍໆ ເຊັ່ນ ການລົງທຶນຫຼຽນດິຈິຕອນ ຜ່ານແອັບພິເຄຊັນ ຫຼື ເວັບໄຊ, ການລົງທຶນກັບບໍລິສັດປ່ອຍເງິນກູ້, ການລົງທຶນຮຸ້ນຄໍາ, ການຮ່ວມລົງທຶນປະມູນສິນຄ້າ ເພື່ອຮັບຜົນຕອບແທນສູງ, ການລົງທຶນແລກປ່ຽນເງິນຕາຕ່າງປະເທດ ແລະ ການລົງທຶນຮຸ້ນໃນກຸ່ມບໍລິສັດທີ່ມີຊື່ສຽງ.

ນອກນັ້ນ ພວກໂຈນໄຊເບີ ຍັງມັກປອມຕົວເປັນບຸກຄົນທີ່ມີຊື່ສຽງດ້ານການເງິນ ແລະ ການລົງທຶນ ເພື່ອໃຫ້ມີຄວາມເຊື່ອຖືໃນການຫຼອກລວງ ແລະ ເຂົ້າຫາຜູ້ເສຍຫາຍ ຜ່ານການແຝງຕົວເຂົ້າໄປໃນກຸ່ມສັງຄົມອອນລາຍ ທີ່ມັກສົນໃຈລົງທຶນ.

ທີ່ມາ:

facebook

blognone

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/