“Nodal Power” Startup ນັກຂຸດນ້ອງໃໝ່ລະດົມທຶນກວ່າ 13 ລ້ານໂດລາຫວັງປ່ຽນຂີ້ເຫຍື້ອໃຫ້ກາຍເປັນ Bitcoin


Nodal Power ບໍລິສັດເທັກໂນໂລຢີພະລັງງານໄດ້ລະດົມທຶນກວ່າ 13 ລ້ານໂດລາ ໂດຍມີຈຸດປະສົງໃນການປ່ຽນກ໊າສມີເທັນ (methane) ຈາກການເຜົາຂີ້ເຫຍື້ອໃຫ້ກາຍເປັນພະລັງງານໄຟຟ້າ ຫຼັງຈາກນັ້ນກໍຈະສົ່ງພະລັງງານໄຟຟ້າດັ່ງກ່າວໄປຫາຕາຂ່າຍໄຟຟ້າທ້ອງຖິ່ນເພື່ອນໍາໃຊ້ເປັນພະລັງງານທົດແທນ.

ຢ່າງໃດກໍຕາມ, ບໍລິສັດບໍ່ໄດ້ນຳເອົາພະລັງງານທີ່ໄດ້ຈາກການເຜົາຂີ້ເຫຍື້ອທັງໝົດໄປຂາຍ ໂດຍບາງສ່ວນຈະຖືກນຳໄປໃຊ້ເພື່ອຮັກສາຄວາມປອດໄພໃຫ້ກັບເຄືອຂ່າຍ Blockchain ຜ່ານການຂຸດ Bitcoin ດ້ວຍພະລັງງານສະອາດ.

ມີເທັນ (methane) ນັ້ນເປັນກ໊າສເຮືອນແກ້ວທີ່ສົ່ງຜົນກະທົບຕໍ່ໂລກ ເຊິ່ງເປັນຜົນມາຈາກການຍ່ອຍສະຫຼາຍຂອງສານອິນຊີໃນການເຜົາໄໝ້ຂີ້ເຫຍື້ອ ​ແລະ ມີສ່ວນ​ເຮັດໃຫ້ໂລກຂອງເຮົາຮ້ອນຂຶ້ນ. ໂດຍທາງບໍລິສັດ Nodal Power ຈະດັກຈັບ ແລະ ນໍາເອົາກ໊າສດັ່ງກ່າວທີ່ຮົ່ວໄຫຼກັບມາໃຊ້ໃໝ່ດ້ວຍການເຜົາໄໝ້ກ໊າສມີເທັນໃນເຄື່ອງ​ຜະ​ລິດໄຟຟ້າເພື່ອເຮັດໃຫ້ກາຍເປັນພະລັງງານ. ນອກຈາກຈະຊ່ວຍລົດຜ່ອນກ໊າສພິດທີ່ຈະເຂົ້າສູ່ຊັ້ນບັນຍາກາດແລ້ວ ມັນຍັງສ້າງຜົນກຳໄລຈາກຊັບພະຍາກອນທີ່ສູນເສຍໄປພ້ອມກັບຮັກສາຊັ້ນບັນຍາກາດໃຫ້ສະອາດຂຶ້ນອີກດ້ວຍ.

ປັດຈຸບັນ, Nodal Power ກຳລັງດຳເນີນການສູນຂໍ້ມູນ Data Center ສອງແຫ່ງຢູ່ໃນສະຫະລັດ. ໂດຍມີແຜນການຈະສ້າງສູນ​​ແຫ່ງ​ທີ​ສາມ​ຂຶ້ນ​ໃນ​ຕົ້ນ​ປີ 2024, ເຊິ່ງ​ສູນ​ແຫ່ງ​ທຳອິດ ​ແລະ​ ສູນໃຫຍ່​ຈະຕັ້ງ​ຢູ່ໃນພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ສະ​ຫະ​ລັດ​, ໂດຍຈະສົ່ງອອກໄຟຟ້າໄປຫາການໄຟຟ້າທ້ອງຖິ່ນເປັນຫຼັກ​. ໃນຂະນະທີ່ສູນທີສອງຈະຕັ້ງຢູ່ໃນເຂດ ພູ​ ພາກຕາ​ເວັນ​ຕົກ​, ໂດຍຈະສົ່ງພະລັງງານໃຫ້ເຄື່ອງຂຸດ Bitcoin ກວ່າ 500 ເຄື່ອງທີ່ມີຄວາມສາມາດໃນການຜະລິດ 40 petaash ຕໍ່ວິນາທີ (PH / s).

ທີ່ມາ:

decrypt

nodalpower

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/