SM Entertainment ປະກາດຈະດຳເນີນຄະດີທາງກົດໝາຍກັບຊາແຊງແຟນຂອງ Jaehyun NCT


ຄ້າຍ SM Entertainment ປະກາດຈະດຳເນີນຄະດີທາງກົດໝາຍກັບຊາແຊງແຟນ (ແຟນຄັບຜູ້ທີ່ສະກົດຮອຍຕາມ ແລະ ລຸກລ້ຳຄວາມເປັນສ່ວນຕົວຂອງບຸກຄົນສາທາລະນະຢ່າງຮຸນແຮງ) ເພາະເມື່ອຫຼາຍມື້ທີ່ຜ່ານມາ ເກີດປະເດັນໃນໂລກອອນລາຍກ່ຽວກັບ Jaehyun ສະມາຊິກວົງ NCT.

ເມື່ອວັນທີ 21 ສິງຫາ 2023 ຊາແຊງຕ່າງປະເທດຂອງໜຸ່ມ Jaehyun NCT ໄດ້ອັບວິດີໂອທີ່ສະແດງໃຫ້ເຫັນການຕົກແຕ່ງພາຍໃນຫ້ອງພັກໂຮງແຮມທີ່ບັນດາເຫຼົ່າສະມາຊິກ NCT 127 ໄດ້ເຂົ້າມາພັກລະຫວ່າງການທົວທີ່ອາເມຣິກາໃນເດືອນ ຕຸລາ ປີທີ່ຜ່ານມາ ວິດີໂອນີ້ເກີດການຖົກຖຽງວ່າ ຖ່າຍຫຼັງຈາກຊາແຊງລັກຄີກາດຫ້ອງພັກ ຫຼືວ່າ ເຂົ້າໄປຕອນທີ່ຫ້ອງວ່າງ.

ແຕ່ຫຼ້າສຸດທາງ SM Entertainment ໄດ້ອອກມາປະກາດຢ່າງເປັນທາງການວ່າ “ວິດີໂອທີ່ຮົ່ວໄຫຼອອກມາເປັນການກະທຳທີ່ຜິດກົດໝາຍ ເຊິ່ງລະເມີດຄວາມເປັນສ່ວນຕົວຂອງສິລະປິນຢ່າງຮ້າຍແຮງ ພວກເຮົາກຳລັງລວບລວມຫຼັກຖານທີ່ກ່ຽວຂ້ອງກັບຜູ້ອັບໂຫຼດຄັ້ງທຳອິດ ແລະ ທຸກຄົນທີ່ເຜີຍແຜ່ວິດີໂອ ພວກເຮົາຂໍຄວາມຮ່ວມມືຈາກເວັບໄຊໃນຕ່າງປະເທດຕະຫຼອດຈົນຮອດສຳນັກງານກົດໝາຍ ເພື່ອໃຫ້ແນ່ໃຈວ່າໜ່ວຍງານບັງຄັບໃຊ້ກົດໝາຍດຳເນີນການສອບສວນຢ່າງລະອຽດຖີ່ຖ້ວນ”

ທາງດ້ານຊາແຊງບໍ່ໄດ້ລະບຸວ່າແມ່ນໃຜ ລະບຸພຽງວ່າເປັນຜູ້ຍິງ ແລະ ບໍ່ໄດ້ຮູ້ສຶກຜິດກັບໃດໆກັບສິ່ງທີ່ຕົນໄດ້ກະທຳລົງໄປ ພ້ອມຍັງບອກວ່າຕົນເອງບໍ່ໄດ້ງັດຫ້ອງຂອງ Jaehyun ແຕ່ມີຄົນເອົາຄີກາດມາໃຫ້ຕົນເອງ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/