ປະເທດ ອີຣັກ ສັ່ງປິດປ້າຍໂຄສະນາ LED ທົ່ວເມືອງຫຼວງ ຫຼັງຖືກແຮັກສາຍວິດີໂອ 18+ ຂຶ້ນຈໍ


ທາງການຂອງປະເທດ ອີຣັກ ສັ່ງປິດປ້າຍໂຄສະນາ LED ຂະໜາດໃຫຍ່ກາງສີ່ແຍກສຳຄັນໃນນະຄອນຫຼວງ ແບກແດດ ທີ່ກຳລັງສາຍວິດີໂອ 18+ ທີ່ມີເນື້ອຫາອະນາຈານຢູ່ດົນຫຼາຍນາທີ ກ່ອນທີ່ເຈົ້າໜ້າທີ່ຈະຕັດລະບົບໄຟຟ້າ ຈົນໜ້າຈໍດັບໄປໃນທີ່ສຸດ.

ຫຼ້າສຸດທາງເຈົ້າໜ້າທີ່ຕຳຫຼວດນະຄອນຫຼວງແບກແດດ ອອກເປີດເຜີຍວ່າ ໄດ້ຈັບກຸມຜູ້ຕ້ອງສົງໄສທີ່ຄາດວ່າມີສ່ວນກ່ຽວຂ້ອງກັບເຫດການນີ້ແລ້ວ ຈາກການກວດສອບແລ້ວພົບວ່າເປັນຊ່າງເຕັກນິກທີ່ມີບັນຫາເລື່ອງເງິນກັບບໍລິສັດທີ່ດູແລຈໍໂຄສະນາ LED ທົ່ວນະຄອນຫຼວງແບກແດດ ຈຶ່ງຄິດເຮັດເລື່ອງນີ້ມາແກ້ແຄ້ນ.

ຫຼັງຈາກເກີດເຫດດັ່ງກ່າວ ທາງການປະເທດອີຣັກສັ່ງການໃຫ້ປິດຈໍໂຄສະນາອີເລັກໂທຣນິກທັງໝົດໃນເມືອງຫຼວງຕັ້ງແຕ່ວັນທີ 20 ສິງຫາ 2023 ລະຫວ່າງນີ້ມີການກວດສອບເລື່ອງມາດຕະການຄວາມປອດໄພ. ຕາມປົກກະຕິແລ້ວໜ້າຈໍ LED ຈໍໃຫຍ່ໃນນະຄອນຫຼວງແບກແດດຈະໃຊ້ສຳລັບສະແດງພາບໂຄສະນາຕ່າງໆ ລວມໄປຮອດເປັນການໃຊ້ຫາສຽງນັ້ນເອງ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/