ໄຕ້ຫວັນຮຽກຮ້ອງໃຫ້ມີການເຈລະຈາແບບມີເຫດຜົນ ເນື່ອງຈາກຈີນລະງັບການນຳເຂົ້າໝາກມ່ວງສົດຈາກໄຕ້ຫວັນ


ເມື່ອວັນທີ່ 21 ສິງຫາ 2023 ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ທາງສຳນັກງານພາສີຂອງປະເທດຈີນ ໄດ້ປະກາດລະງັບການນຳເຂົ້າໝາກມ່ວງຈາກ ໄຕ້ຫວັນ ມີຜົນຕັ້ງແຕ່ວັນຈັນທີ່ຜ່ານຜ່າ ຫຼັງມີການກວດສອບພົບສັດຕູພືດໃນໝາກມ່ວງໄຕ້ຫວັນທີ່ນຳເຂົ້າມາ.

ທາງກະຊວງກະເສດຂອງປະເທດໄຕ້ຫວັນໄດ້ອອກຖະແຫຼງການ ກ່ຽວກັບການທີ່ປະເທດ ຈີນ ລະງັບການນຳເຂົ້າໝາກມ່ວງສົດຈາກປະເທດໄຕ້ຫວັນ ຕັ້ງແຕ່ວັນຈັນທີ່ຜ່ານມາ ວ່າລັດຖະບານໄຕ້ຫວັນ ເສຍໃຈຢ່າງຫຼວງຫຼາຍ ຕໍ່ການທີ່ປະເທດຈີນຍັງດຳເນີນການຕາມໃຈຢູ່ຝ່າຍດຽວ ໂດຍປາສະຈາກການອ້າງອີງຕາມວິທະຍາສາດ ແລະ ບໍ່ມີຄວາມສອດຄ່ອງກັບລະບຽບປະຕິບັດລະຫວ່າງປະເທດ ພ້ອມຍັງຮຽກຮ້ອງໃຫ້ຫາທາງອອກຮ່ວມກັນ.

ໃນສ່ວນສຳນັກງານກິດຈະການໄຕ້ຫວັນຂອງຈີນໄດ້ຖະແຫຼງສາມເຫດວ່າມາຈາກສັດຕູພືດ ທີ່ຢູ່ໃນໝາກມ່ວງທີ່ນຳເຂົ້າມາຈາກໄຕ້ຫວັນ ເຊິ່ງເລິ່ມພົບມາຕັ້ງແຕ່ປີນີ້ ແລະ ຈີນຈຳເປັນທີ່ຈະຕ້ອງປົກປ້ອງພາກການກະເສດຂອງຈີນເອງ ພ້ອມລະບຸວ່າ ມາດຕະການດ້ານເທິງເປັນມາດຕະການປ້ອງກັນໄວ້ກ່ອນຕາມປົກກະຕິເພື່ອຄວາມປອດໄພທາງຊີວະພາບ ແລະ ເປັນການປະຕິບັດຕາມກົດໝາຍທີ່ກ່ຽວກັບປະເທດຈີນ.

ແຕ່ທາງກະຊວງກະເສດຂອງປະເທດໄຕ້ຫວັນໄດ້ລະບຸວ່າ ບໍ່ເຄີຍໄດ້ຮັບເລື່ອງຮ້ອງຮຽນໃດໆຈາກຈຸດໝາຍປາຍທາງອື່ນທີ່ມີການສົ່ງໝາກໄມ້ຂອງໄຕ້ຫວັນອອກໄປ ການຫ້າມນຳເຂົ້າໝາກມ່ວງຈາກປະເທດໄຕ້ຫວັນໃນເທື່ອນີ້ມີຂຶ້ນຫຼັງຈາກທີ່ ທ່ານ William Lai ຮອງປະທານນາທິບໍດີຂອງປະເທດໄຕ້ຫວັນ ໄດ້ມີການແວ່ພັກໃນສະຫະລັດອາເມຣິກາ ລະຫວ່າງປະຕິບັດພາລະກິດຢ້ຽມຢາມປະເທດປາຣາໄກວ ເຊິ່ງອາດຈະສ້າງຄວາມບໍ່ພໍ່ໃຈໃຫ້ປະເທດຈີນ.

ທັງນີ້ຄວາມສຳພັນລະຫວ່າງປະເທດຈີນ ກັບ ປະເທດໄຕ້ຫວັນ ເຄັ່ງຕຶງຢ່າງຕໍ່ເນື່ອງ ນັບຕັ້ງແຕ່ປະທານາທິບໍດີ  Cài Yīngwén ຊະນະການເລືອກຕັ້ງ ແລະ ດຳລົງຕຳແໜ່ງຜູ້ນຳໄຕ້ຫວັນ ເມື່ອປີ 2016-2021 ປະເທດໄຕ້ຫວັນ ໄດ້ລະງັບການນຳເຂົ້າໝາກນັດ ແລະ ໝາກຂຽບຈາກໄຕ້ຫວັນ ດ້ວຍເຫດຜົນທາງຊີວະພາບ. ຢ່າງໃດກໍຕາມຍັງມີລາຍງານວ່າ ໝາກໄມ້ທັງ ສອງຊະນິດກຽມໄດ້ຮັບອະນຸຍາດໃຫ້ເຂົ້າສູ່ຕະຫຼາດຈີນອີກຄັ້ງໃນປີ2023 ນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/