ນັກປະສາດວິທະຍາເຜີຍວ່າ ເດັກໃນຍຸກອິນເຕີເນັດມີໄອຄິວຕ່ຳກວ່າພໍ່ແມ່


ນັກປະສາດວິທະຍາເຜີຍວ່າ ເດັກໃນຍຸກອິນເຕີເນັດມີໄອຄິວຕ່ຳກວ່າພໍ່ແມ່ ຍ້ອນວ່າການໃຊ້ເວລາເທິງໜ້າຈໍໂທລະສັບ ເຮັດໃຫ້ການເຕີບໂຕຂອງສະໝອງຊ້າລົງ.

ມິເຊວ ເດມູເຈດ ເຊື່ອວ່າ ອຸປະກອນດິຈິຕອນຕ່າງໆເຮັດໃຫ້ພັດທະນາການສະໝອງຂອງເດັກຊ້າລົງ ລາວຂຽນໄວ້ໃນໜັງສືເຫຼັ້ມໃໝ່ຂອງລາວວ່າ “The Digital Crentin (or Idiot)” ໂດຍບອກວ່າມີຂໍ້ສະໜັບສະໜູນຂໍ້ສະຫຼຸບນີ້ຢ່າງຫຼວງຫຼາຍ.

ເດມູເຈດ ເປັນຜູ່ອຳນວຍການຝ່າຍວິໄຈທີ່ສະຖາບັນສຸຂະພາບແຫ່ງຊາດຝຣັ່ງ ແລະ ເປັນນັກວິຊາການດ້ານປະສາດວິທະຍາທີ່ເຄີຍເຮັດວຽກກັບສະຖາບັນແຖວໜ້າຢ່າງ ສະຖາບັນເທັກໂນໂລຢີແຫ່ງແມສຊາຊູເຊສ ແລະ ມະຫາວິທະຍາໄລຄາລິຟໍເນຍອາເມຣິກາ.

ຂໍ້ສະເໜີທີ່ໄດ້ຮັບການກ່າວເຖິງຫຼາຍທີ່ສຸດຂອງລາວແມ່ນ “ຄົນຍຸກດິຈິຕອນຮຸ່ນທຳອິດ” ຫຼື ເດັກນ້ອຍທີ່ເກີດຫຼັງການໃຊ້ອິນເຕີເນັດເປັນທີ່ນິຍົມແລ້ວ ມີລະດັບໄອຄິວຕ່ຳກວ່າພໍ່ແມ່ຂອງເຂົາເຈົ້າ.

ລາວບອກວ່າ ຈາກລະດັບໄອຄິວຂອງຄົນໃນປະເທດຕ່າງໆເຄີຍເພີ່ມຂຶ້ນຈາກຮຸ່ນສູ່ຮຸ່ນ ແຕ່ຕອນນີ້ມີຄວາມສ່ຽງກຳລັງປ່ຽນໄປໃນທາງກົງກັນຂ້າມ.

ແມ່ນຢູ່ວ່າລະດັບໄອຄິວຂຶ້ນຢູ່ກັບປັດໄຈຕ່າງໆເຊັ່ນ: ຄຸນະພາບດ້ານລະບົບສາທາລະນະສຸກ, ການສຶກສາ  ແລະ ອາຫານໃນປະເທດນັ້ນໆ ແຕ່ເມື່ອຄຳນວນເບິ່ງຈາກສະພາບເສດຖະກິດ ແລະ ສັງຄົມ ກໍຍັງມີແນວໂນ້ມວ່າຈະເປັນແບບນັ້ນຢູ່ດີ.

ເມື່ອຖາມວ່າເທັກໂນໂລຢີດິຈິຕອນ ເຮັດໃຫ້ເດັກນ້ອຍມີໄອຄິວທີ່ຕ່ຳລົງ ຫຼື ບໍ່ ເດມູເຈດບອກວ່າ ຍັງບໍ່ສາມາດເຈາະເລິກລົງໄປໄດ້ວ່າແຕ່ລະປັດໄຈ ການຢູ່ກັບອຸປະກອນດິຈິຕອນດົນໆຈະມີຜົນກະທົບແບບໃດແດ່.

ລາວບອກວ່າ ເດັກມີການປະຕິສຳພັນກັບຄອບຄົວໜ້ອຍລົງ ເຊິ່ງເປັນປັດໄຈສຳຄັນຕໍ່ການພັດທະນາການທາງດ້ານພາສາ ແລະ ອາລົມ, ນອກຈາກນີ້ ເດັກນ້ອຍທີ່ເຮັດກິດຈະກຳອື່ນເຊິ່ງມີປະໂຫຍດຕໍ່ສະໝອງ ເຊັ່ນ: ເຮັດວຽກບ້ານ, ຟັງເພງ, ສ້າງງານສິນລະປະ ຫຼື ອ່ານໜັງສືໜ້ອຍລົງໄປນຳ.

ນັກປະສາດວິທະຍາຄົນນີ້ບອກວ່າ ສະໝອງຂອງຄົນເຮົາເປັນອະໄວຍະວະທີ່ຈະມີການພັດທະນາການຕໍ່ເນື່ອງ ໃນໂລກທີ່ເຮົາອາໄສຢູ່ ປະສົບການ ແລະ ຄວາມທ້າທາຍສິ່ງທີ່ຄົນເຮົາກຳລັງພົບ ມີສ່ວນກຳນົດໂຄງສ້າງສະໝອງຂອງຄົນເຮົາ.

ເດມູເຈດ ປຽບທຽບສະໝອງຂອງຄົນເຮົາຄືກັບນ້ຳມັນ ສະໝອງຂອງເດັກນ້ອຍ ແລະ ໄວໜຸ່ມຍັງມີຄວາມອ່ອນນຸ້ມ ປັ້ນງ່າຍ ແຕ່ຮອດເວລາແກ່ໂຕລົງ ມັນຈະເລີ່ມແຫ້ງ ແລະ ປ່ຽນຮູບຮ່າງໄດ້ຍາກຂຶ້ນ.

ໂດຍສະເລ່ຍແລ້ວ ເດັກນ້ອຍອາຍຸ 2 ປີໃຊ້ເວລາເກືອບ 3 ຊົ່ວໂມງໄປກັບໜ້າຈໍ ແລະ ປະມານ 5 ຊົ່ວໂມງສຳຫຼັບເດັກນ້ອຍອາຍຸ 8 ປີ, ສ່ວນໄວໜຸ່ມຈະໃຊ້ເວລາປະມານ 7 ຊົ່ວໂມງຕໍ່ມື້.

“ນັ້ນໝາຍຄວາມວ່າ ກ່ອນຈະອາຍຸ 18 ປີ ເດັກນ້ອຍໃຊ້ເວລາຢູ່ໜ້າຈໍເພື່ອຄວາມບັນເທີງທຽບເທົ່າ 30 ປີໃນໂຮງຮຽນ ຫຼື ທຽບເທົ່າກັບການເຮັດວຽກເຕັມເວລາເຖິງ 16 ປີ… ນີ້ຖືວ່າເປັນການບໍ່ມີຄວາມຮັບຜິດຊອບຂອງຜູ່ໃຫຍ່ທີ່ປ່ອຍໃຫ້ເດັກຢູ່ກັບເລື່ອງພວກນີ້ຫຼາຍປານນີ້”.

ລາວຍັງບອກວ່າ ເດັກນ້ອຍອາຍຸຕ່ຳກວ່າ 6 ປີ ບໍ່ຄວນໃຊ້ເວລາກັບໜ້າຈໍເລີຍ ແລະ ເດັກນ້ອຍທີ່ອາຍຸ 6 ປີຂຶ້ນໄປ ອາດຈະໃຊ້ເວລາເທິງໜ້າຈໍໄດ້ເຄິ່ງຊົ່ວໂມງ ຫຼື 1 ຊົ່ວໂມງຕໍ່ມື້ເທົ່ານັ້ນ.

ຢ່າງໃດກໍຕາມເດມູເຈດ ບໍ່ໄດ້ສະໜັບສະໜຸນໃຫ້ມີກົດໝາຍປົກປ້ອງເດັກບໍ່ໃຫ້ໃຊ້ເວລາກັບໜ້າຈໍອຸປະກອນດິຈິຕອນຫຼາຍເກີນໄປ ແຕ່ຄວນມີການເຜີຍແຜ່ແບບກົງໄປກົງມາ ແລະ ຄອບຄຸມແກ່ພໍ່ແມ່ ໂດຍກົດເກນງ່າຍໆ ຄວນເລີ່ມໃຊ້ແມ່ນ: ຫ້າມໃຊ້ເວລາກັບໜ້າຈໍເລີຍສຳຫຼັບເດັກນ້ອຍອາຍຸຕ່ຳກວ່າ 6 ປີ ແລະ ຈາກນັ້ນເປັນຕົ້ນໄປອາດຈະໃຫ້ໃຊ້ໄດ້ 30-60 ນາທີຕໍ່ມື້.

ທີ່ມາ: https://www.bbc.com/thai/international-55013410