Hurry Sickness ອາການຮີບຮ້ອນ ອົດທົນລໍຖ້າບໍ່ໄດ້


Hurry Sickness ເປັນໂຣກທີ່ເກີດຂື້ນຫຼັງຈາກອິນເຕີເນັດເຂົ້າມາມີບົດບາດຫຼາຍຂຶ້ນໃນຊີວິດປະຈໍາວັນຂອງຄົນເຮົາ. ໂດຍສ່ວນຫຼາຍແມ່ນເກີດຂື້ນກັບຄົນທີ່ຕິດສື່ສັງຄົມອອນລາຍ. ຈາກເມື່ອກ່ອນເປັນຄົນທີ່ໃຈເຢັນ, ສາມາດລໍຖ້າບາງສິ່ງບາງຢ່າງໄດ້ ແຕ່ພຶດຕິກຳກັບປ່ຽນໄປກາຍເປັນຄົນເບື່ອງ່າຍ, ຄວາມອົດທົນຕໍ່າ, ຫງຸດງິດ ແລະ ຄຽດງ່າຍ ເຖິງແມ່ນວ່າຈະເປັນສິ່ງເລັກໆນ້ອຍໆກໍຕາມເຊັ່ນ: ບໍ່ສາມາດລໍຖ້າການດາວໂຫຼດຮູບພາບເປັນເວລາດົນໄດ້ ຫຼື ຫງຸດຫງິດທຸກຄັ້ງທີ່ຄອມພິວເຕີ ຫຼື ໂທລະສັບມືຖືຄ້າງ ເປັນຕົ້ນ.

ມາຕິດຕາມນຳກັນວ່າທ່ານມີ 6 ພຶດຕິກຳດັ່ງຕໍ່ໄປນີ້ຫຼືບໍ່:

1. ຄິດວ່າຕົນເອງກໍາລັງແຂ່ງຂັນກັບທຸກສິ່ງທຸກຢ່າງ ເຖິງແມ່ນວ່າຈະເປັນສິ່ງເລັກນ້ອຍໃນຊີວິດປະຈໍາວັນກໍຕາມເຊັ່ນ: ການກິນອາຫານ, ໄປຊື້ເຄື່ອງ ຫຼື ແມ່ນແຕ່ການຢຸດຈອດລໍຖ້າໄຟແດງ ກໍເຮັດໃຫ້ທ່ານຫງຸດງິດໄດ້

2. ເຮັດຫຼາຍສິ່ງໃນເວລາດຽວກັນ ແລະ ມັກມີໜ້າທີ່ ຫຼື ບົດບາດໃນຫຼາຍດ້ານ

3. ມັກຈະຫງຸດຫງິດເມື່ອປະເຊີນກັບການຊັກຊ້າ ຫຼື ຕ້ອງລໍຖ້າບາງສິ່ງບາງຢ່າງເປັນເວລາດົນນານ

4. ຮູ້ສຶກວ່າຕົນເອງຊ້າຢູ່ຕະຫຼອດເວລາ, ຕ້ອງການສໍາເລັດທຸກຢ່າງໂດຍໄວ ບໍ່ວ່າຈະເປັນວຽກ, ການເດີນທາງ, ຫຼື ຄວາມສໍາພັນກັບຄົນອ້ອມຂ້າງ

5. ລົບກວນຄົນອື່ນເລື້ອຍໆໂດຍບໍ່ຮູ້ຕົວ ເຊັ່ນ: ຕັດການສົນທະນາ ແລະ ແຊກແຊງໃນເລື່ອງທີ່ຕົນຕ້ອງການສື່ສານ.

6. ຈົດຈໍ່ກັບສິ່ງທີ່ຕ້ອງເຮັດບໍ່ມີທີ່ສິ້ນສຸດ, ພໍໃຈກັບສິ່ງທິ່ເຮັດສຳເລັດພຽງຊົ່ວຄາວ ແລະ ຄິດເຖິງສິ່ງທີ່ຈະຕ້ອງເຮັດໃນລຳດັບຕໍ່ໄປຢ່າງວ່ອງໄວ

ວິທີການແກ້ໄຂ ແລະ ປ້ອງກັນ

1.ພະຍາຍາມປ່ຽນແນວຄວາມຄິດວ່າທຸກຢ່າງໃນຊີວິດບໍ່ແມ່ນເລື່ອງຮີບດ່ວນ ເພາະມັນມີເລື່ອງທີ່ລໍຖ້າໄດ້ ແລະ ຕ້ອງເຮັດທັນທີ ເຊິ່ງຕ້ອງມີການຈັດລຳດັບຄວາມສຳຄັນເຮັດສິ່ງໃດກ່ອນ ແລະ ຫຼັງ ແລະ ເຮັດໃຫ້ສຳເລັດເທື່ອລະຢ່າງ

2. ປ່ອຍໃຫ້ຕົວເອງໄດ້ພັກຜ່ອນ. ທ່ານບໍ່ຈໍາເປັນຕ້ອງເຮັດວຽກຕະຫຼອດເວລາແຕ່ຕ້ອງຈັດສັນເວລາເລື່ອງວຽກ ແລະ ເລື່ອງສ່ວນຕົວໃຫ້ເໝາະສົມ ເຊັ່ນ: ໃຫ້ເວລາຕົນເອງໄດ້ນອນພັກຜ່ອນ, ອ່ານປຶ້ມ ຫຼື ໄປຍ່າງຫຼິ້ນໃນສວນສາທາລະນະ, ອອກກໍາລັງກາຍ, ແລະ ເຝິກສະມາທິເພື່ອຊ່ວຍໃຫ້ຮ່າງກາຍ ແລະ ຈິດໃຈຂອງທ່ານຜ່ອນຄາຍ.

 3. ກ່ອນນອນຄວນພະຍາຍາມເຮັດກິດຈະກຳທີ່ຊ່ວຍເຮັດໃຫ້ຮ່າງກາຍ ແລະ ຈິດໃຈສະຫງົບລົງ ເຊັ່ນ: ແຊ່ນ້ຳອຸ່ນກ່ອນນອນ, ຟັງເພງ ເພື່ອຊ່ວຍຜ່ອນຄາຍອາລົມ. ເມື່ອຮ່າງກາຍໄດ້ຮັບການພັກຜ່ອນຢ່າງມີຄຸນະພາບ ມັນຈະຊ່ວຍໃຫ້ເຮົາຟື້ນຕົວ ແລະ ບັນລຸຄວາມສົມດຸນທາງດ້ານຈິດໃຈທີ່ດີຂຶ້ນ

4. ຍອມຮັບການຊ່ວຍເຫຼືອຈາກຄົນອ້ອມຂ້າງ. ທ່ານບໍ່ຈຳເປັນຕ້ອງສູ້ຢູ່ຄົນດຽວຕະຫຼອດເວລາ

ອ້າງອີງ:

https://cutt.ly/tw4c1xs0

https://cutt.ly/nw4cMSUN

https://cutt.ly/8w4c1uWO

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/