ເປັນຫຍັງຈຶ່ງຄໍແຫ້ງ ແລະ ດື່ມນໍ້າຫຼາຍກວ່າປົກກະຕິ ເມື່ອກິນອາຫານທີ່ໃສ່ແປ້ງນົວ


ໃນປັດຈຸບັນ, ບໍ່ສາມາດປະຕິເສດໄດ້ເລີຍວ່າແປ້ງນົວ ແມ່ນຖືກນໍາໃຊ້ປຸງແຕ່ງຢ່າງກວ້າງຂວາງໃນຄົວເຮືອນ ແລະ ຮ້ານອາຫານເກືອບທຸກເມນູອາຫານ. ເພາະວ່າແປ້ງນົວ ຊ່ວຍເພີ່ມຣົດຊາດຂອງອາຫານໃຫ້ແຊບຂຶ້ນ. ແຕ່ທຸກທ່ານເຄີຍສົງໄສບໍ? ເປັນ​ຫຍັງ​ເຮົາ​ຈຶ່ງ​ຮູ້ສຶກ​ຫິວ​ນໍ້າ ເມື່ອ​ເຮົາ​ກິນ​ອາຫານ​ທີ່​ມີສ່ວນປະສົມຂອງແປ້ງນົວ. ມື້ນີ້, LaoX ມີຄຳຕອບມາໃຫ້ທຸກຄົນໄດ້ຄາຍຄວາມສົງໄສໄປພ້ອມກັນ.

ແປ້ງນົວ ແມ່ນເຄື່ອງປຸງທີ່ມີທາດແປ້ງມັນຕົ້ນ ແລະ ກາກນໍ້າຕານເປັນສ່ວນປະກອບສໍາຄັນ. ໂດຍຜ່ານຂະບວນການໝັກດ້ວຍຈຸລິນຊີ Corynebacterium glutamicum ຫຼື Brevibacterium lactofermentum ແລະ ຂະບວນການຕ່າງໆ ຈົນກວ່າມັນກາຍເປັນຜະລິດຕະພັນສໍາລັບການປຸງຣົດຊາດໃນອາຫານ. ຄວາມຈິງທີ່ວ່າແປ້ງນົວ ເຮັດໃຫ້ອາຫານແຊບຫຼາຍ ເພາະແປ້ງນົວຊ່ວຍໃຫ້ໄຂມັນໃນອາຫານລະລາຍໄດ້ດີຂຶ້ນ ມັນມີຣົດຊາດຄ້າຍຄືກັນກັບນ້ຳຕົ້ມຊີ້ນ ເຊິ່ງຈະຊ່ວຍກະຕຸ້ນເສັ້ນປະສາດໃນລີ້ນ ແລະ ຄໍ. ເມື່ອເປັນແນວນັ້ນ, ລີ້ນຈຶ່ງສາມາດຮັບຣົດຊາດອາຫານໄດ້ໄວ ແລະ ດົນຂຶ້ນ. ດັ່ງນັ້ນແລ້ວ, ຜູ້ບໍລິໂພກຈະຮູ້ສຶກວ່າອາຫານຣົດຊາດກົມກ່ອມ ແລະ ແຊບກວ່າປົກກະຕິນັ້ນເອງ.

•ສາເຫດທີ່ເຮັດໃຫ້ຫິວນໍ້າເມື່ອຮັບປະທານອາຫານທີ່ປະກອບດ້ວຍແປ້ງນົວ

ກິນອາຫານທີ່ມີຣົດຊາດເຂັ້ມຂຸ້ນຫຼາຍ ມັນຈະເຮັດໃຫ້ທ່ານຮູ້ສຶກແຫ້ງຄໍ ແລະ ຫິວນ້ຳ. ໂດຍສະເພາະຖ້າມີສ່ວນປະກອບຂອງ ໂຊດຽມໃນເຄື່ອງປຸງຫຼາຍເທົ່າໃດ ເມື່ອກິນແລ້ວຍິ່ງເຮັດໃຫ້ເລືອດເຂັ້ມຂຸ້ນຂຶ້ນ. ດັ່ງນັ້ນ, ຮ່າງກາຍຈຶ່ງຕ້ອງການນ້ຳຫຼາຍກວ່າປົກກະຕິ ເພື່ອສ້າງຄວາມສົມດຸນການເຮັດວຽກຂອງລະບົບອະໄວຍະວະຕ່າງໆກັບຄືນສູ່ສະພາບປົກກະຕິ ສົ່ງຜົນໃຫ້ຜູ້ບໍລິໂພກຮູ້ສຶກ​ຫິວ​ນໍ້າ​ຫຼາຍ​ຂຶ້ນນັ້ນເອງ.

ແນວທາງການປ້ອງກັນປະຕິກິລິຍາທາງລົບຂອງແປ້ງນົວ

  • ຫຼີກເວັ້ນອາຫານສຳເລັດຮູບ ຫຼື ອາຫານທີ່ປຸງແຕ່ງກິ່ນຣົດຊາດຫຼາຍເກີນໄປ
  • ແຕ່ງອາຫານກິນເອງ ເພື່ອກຳນົດປະລິມານແປ້ງນົວໄດ້ຕາມຄວາມເໝາະສົມ
  • ເລືອກກິນອາຫານທີ່ຍັງບໍ່ໄດ້ຮັບການປຸງແຕ່ງມາກ່ອນ 
  • ເລືອກຜະລິດຕະພັນອາຫານທີ່ບໍ່ມີແປ້ງນົວ ຫຼື ມີໜ້ອຍທີ່ສຸດ ໂດຍເບິ່ງໄດ້ຈາກຖົງຜະລິດຕະພັນ
  • ຖ້າມີອາການຜິດປົກກະຕິເກີດຂຶ້ນເຊັ່ນ: ເຈັບຫົວ, ເຫື່ອອອກ, ຫົວໃຈເຕັ້ນໄວ, ຜິວໜັງແດງ, ຫຼື ຮ້ອນໃບໜ້າ ແລະ ຄໍ ຫຼັງຈາກກິນອາຫານ, ທ່ານຄວນໄປຫາທ່ານໝໍທັນທີ.

ອ້າງອີງ:

https://cutt.ly/cw4mP1E9

https://cutt.ly/ow4mAuRj

https://cutt.ly/Nw4mAIsR

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/