ປີ 2024 ແຂວງວຽງຈັນ ຕັ້ງເປົ້າແກ້ໄຂຄອບຄົວທຸກຍາກໃຫ້ໄດ້ 1.600 ຄອບຄົວ


ປີ 2024 ອຳນາດການປົກຄອງແຂວງ ວຽງຈັນ ຕັ້ງເປົ້າ ແກ້ໄຂຄອບຄົວທຸກຍາກໃຫ້ໄດ້ 1.600 ຄອບຄົວຈາກທັງໝົດ 3.720 ຄອບຄົວ.

ທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງໆວຽງຈັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ ກ່ຽວກັບຄາດໝາຍແກ້ໄຂຄອບຄົວທຸກຍາກຂອງແຂວງວຽງຈັນໃນປີ 2024 ນີ້ວ່າ: ອົງການປົກຄອງແຂວງ ຈະສຸມໃສ່ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາ, ວຽກ 3 ສ້າງໃຫ້ເຂົ້າສູ່ລວງເລິກ: ຍູ້ແຮງການເປັນເຈົ້າການຂອງຄອບຄົວເພື່ອສຸມໃສ່ການແກ້ໄຂຄວາມທຸກຍາກຂອງຄອບຄົວ ໂດຍລະດົມການລົງທຶນຂອງຫົວໜ່ວຍທຸລະກິດ ຜູ້ປະກອບການພາກເອກະຊົນ ສົມທົບກັບການລົງທຶນຂອງລັດ, ການຊ່ວຍເຫຼືອຂອງອົງການຈັດຕັ້ງສາກົນເຂົ້າໃສ່ ເພື່ອຮັບປະກັນການຄໍ້າປະກັນສະບຽງອາຫານ ແລະ ການຊຸກຍູ້ການສ້າງເສດຖະກິດຄອບຄົວທີ່ເປັນທ່າແຮງໃຫ້ຫຼາຍຂຶ້ນ ເພື່ອແກ້ໄຂໃຫ້ໄດ້ຄອບຄົວທີ່ຍັງບໍ່ທັນພົ້ນທຸກໃຫ້ຫຼຸດລົງເທື່ອລະກ້າວຕາມແຜນກຳນົດໄວ້ໃນປີ 2024 ໃຫ້ໄດ້ 1.600 ຄອບຄົວ.

ນອກຈາກນີ້, ຈະສ້າງບ້ານພັດທະນາ, ຄອບຄົວພັດທະນາໃຫ້ເພີ່ມຂຶ້ນ; ກວດກາປະເມີນຄືນການສ້າງເມືອງເຂັ້ມແຂງຮອບດ້ານຕາມ 16 ມາດຖານ 60 ຕົວຊີ້ບອກ ແລະ ສ້າງບ້ານໃຫຍ່ໃຫ້ເປັນຕົວເມືອງນ້ອຍໃນຊົນນະບົດຢູ່ຈຸດສຸມຂອງແຂວງໃຫ້ບັນລຸຕາມແຜນການ, ຊຸກຍູ້ການສ້າງບ້ານພັດທະນາຊົນນະບົດແບບໃໝ່ ທີ່ໄດ້ຮັບການສະໜັບສະໜູນຈາກບັນດາອົງການຈັດຕັ້ງສາກົນຕ່າງໆ, ສືບຕໍ່ວຽກງານຍົກຍ້າຍ, ຈັດສັນພູມລໍາເນົາ ແລະ ອາຊີບ ບ່ອນທຳມາຫາກິນຂອງ 3 ບ້ານທີ່ຖືກຜົນກະທົບຈາກການສ້າງພື້ນຖານໂຄງລ່າງຢູ່ຈຸດສຸມເມືອງຄີ່ ເມືອງແມດ.

ສໍາລັບແຂວງວຽງຈັນມີທັງໝົດ 428 ບ້ານ, ປີ 2023 ຜ່ານມາ ສາມາດລົບລ້າງບ້ານທຸກຍາກໄດ້ທັງໝົດແລ້ວ. ແຕ່ຜ່ານການກວດກາປະເມີນຕາມດຳລັດ 348/ລບ ທົ່ວແຂວງຍັງມີຄອບຄົວທຸກຍາກ 3.720 ຄອບຄົວ, ເທົ່າກັບ 4,72% ຂອງຄອບຄົວທັງໝົດ; ມີບ້ານພັດທະນາ 163 ບ້ານ ກວມເອົາ 37,91% ຂອງບ້ານທັງໝົດ ແລະ ມີຄອບຄົວພັດທະນາ 63.454 ຄອບຄົວ ເທົ່າກັບ 80,58% ຂອງຄອບຄົວທັງໝົດ, ກວດກາປະເມີນເມືອງເຂັ້ມແຂງຮອບດ້ານຕາມ 16 ມາດຖານ 60 ຕົວຊີ້ບອກ ບັນລຸໄດ້ 3 ເມືອງຄື: ວັງວຽງ, ຫີນເຫີບ ແລະ ທຸລະຄົມ.

https://www.facebook.com/photo.php?fbid=950823390386811&set=pb.100063774750686.-2207520000&type=3

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/