ສາວຫວຽດນາມ ເປັນໂຣກໝາກໄຂ່ຫຼັງໄລຍະສຸດທ້າຍ ຫຼັງກິນ “ຊານົມໄຂ່ມຸກ” ມື້ລະ 2-3 ຈອກ


ສື່ຕ່າງປະເທດໄດ້ລາຍງານວ່າ ສາວຫວຽດນາມ ອາຍຸ 28 ປີ ຄົນດັ່ງກ່າວ ອາໄສຢູ່ໃນເມືອງໂຮ່ຈີມິນ ປະເທດຫວຽດນາມ ໂດຍມັກກິນຊານົມເປັນຊີວິດຈິດໃຈ ແລະ ດື່ມມັນມາຕັ້ງແຕ່ສະໄໝມັດທະຍົມປາຍ ໂດຍດື່ມມື້ລະ 2-3 ຈອກໂດຍບາງມື້ກໍບໍ່ກິນເຂົ້າເລີຍ ດື່ມພຽງແຕ່ຊານົມເທົ່ານັ້ນ ຈົນເຮັດໃຫ້ເກີດພາວະໝາກໄຂ່ຫຼັງໄລຍະສຸດທ້າຍ.

ໂດຍໃນປີທີ່ຜ່ານໄດ້ເຂົ້າຮັບການປິ່ນປົວທີ່ໂຮງໝໍ Nguyen Tri Phuong Hospital ຫຼັງຈາກທີ່ມີອາການບວມຕາມຮ່າງກາຍ ຫາຍໃຈລຳບາກ ແລະ ການເຮັດວຽກຂອງໝາກໄຂ່ຫຼັງຫຼຸດລົງ ພ້ອມກັບມີພາວະແຊກຊ້ອນໝາກໄຂ່ຫຼັງຊຳເຮື້ອຈົນຕ້ອງໄດ້ຮັບການຟອກໝາກໄຂ່ຫຼັງ.

ຫຼັງຜ່ານໄປ 3 ເດືອນ ພົບວ່າການເຮັດວຽກຂອງໝາກໄຂ່ຫຼັງຂອງຄົນເຈັບບໍ່ຟື້ນຕົວ ແລະ ໄດ້ກວດສອບພົບວ່າຄົນເຈັບມີພາວະໝາກໄຂ່ຫຼັງໄລຍະສຸດທ້າຍ ເຮັດໃຫ້ປັດຈຸບັນສາວຊາວຫວຽດນາມຄົນດັ່ງກ່າວຍັງຄົງຟອກໝາກໄຂ່ຫຼັງທີ່ໂຮງໝໍເປັນປະຈຳ ຈາກການກິນຕາມໃຈ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/