Duck syndrome ພາຍນອກສົດໃສ ພາຍໃນໃຈເມື່ອຍລ້າ


ບໍ່​ວ່າ​ຈະ​ເປັນ​ໄວເຮັດ​ວຽກ​, ນັກຮຽນ, ນັກ​ສຶກ​ສາ​, ທຸກ​ຄົນ​ຍ່ອມຕ້ອງປະສົບກັບຄວາມ​ກົດ​ດັນ​, ຄວາມເມື່ອຍລ້າ, ຄວາມ​ວິຕົກກັງວົນ ຫຼື​ ບັນ​ຫາ​ຕ່າງໆ​ທີ່ຢູ່ພາຍໃນ ເຊິ່ງວ່າປາສະຈາກບໍ່ໄດ້ຢູ່ແລ້ວ. ເຖິງແມ່ນວ່າພາຍນອກທ່ານພະຍາຍາມສະແດງໃຫ້ທຸກຄົນເຫັນວ່າ” ບໍ່ມີຫຍັງ, ບໍ່ເປັນຫຍັງ, ຂ້ອຍເຮັດໄດ້ ຍັງ​ດໍາ​ລົງ​ຊີ​ວິດ​ປົກ​ກະ​ຕິ​ ແລະ ເບິ່ງຄືວ່າມີຄວາມສຸກ” ແຕ່ພາຍໃຕ້ໃບໜ້າທີ່ຍິ້ມແຍ້ມແຈ່ມໃສ ໃນຄວາມເປັນຈິງແລ້ວ ແມ່ນບໍ່ສາມາດຮັບມັນໄວ້ໄດ້ແລ້ວ.

ເມື່ອປຽບທຽບພາວະດັ່ງກ່າວໃສ່ກັບເປັດທີ່ຢູ່ໃນນໍ້າ ພາຍນອກເບິ່ງຄືສະໜຸກສະບາຍ, ລອຍຕົວຊ້າໆຢູ່ເທິງໜ້ານ້ຳ, ເບິ່ງແລ້ວສະຫງົບງຽບ, ບໍ່ໄດ້ມີຫຍັງພົວພັນກັບໃຜ. ແຕ່ຖ້າເບິ່ງເລິກກວ່ານັ້ນ ແທ້ຈິງແລ້ວຕີນຂອງເປັດ ແມ່ນເຄື່ອນໄຫວຢ່າງຕໍ່ເນື່ອງເພື່ອຮັກສາການຊົງຕົວ ຫຼື ເພື່ອການຢູ່ລອດຂອງຕົວເອງບໍ່ໃຫ້ຈົມນໍ້າ. ສະນັ້ນ, ມະຫາວິທະຍາໄລສະແຕນຟອດ (Stanford University) ຈຶ່ງນິຍາມພາວະນີ້ວ່າ “Duck Syndrome” ຫຼືສະຖານະຂອງຄວາມເມື່ອຍລ້າຈາກບັນຫາຕ່າງໆ.

ວິທີການຈັດການກັບ Duck Syndrome

1. ບໍ່ມີຫຍັງຄົງຢູ່ຕະຫຼອດໄປ

ບໍ່ມີຫຍັງໄດ້ມາງ່າຍໆ ທຸກໆຄົນທີ່ປະສົບຜົນສໍາເລັດລ້ວນແຕ່ຕ້ອງປະເຊີນກັບຄວາມກົດດັນ, ຄວາມເມື່ອຍລ້າ, ສິ່ງທ້າທາຍຕ່າງໆທີ່​ມາ​​ເຂົ້າ. ເຖິງແນວໃດກໍຕາມ, ຢ່າເອົາໃຈໃສ່ ຫຼື ສົນໃຈຄົນອື່ນຫຼາຍເກີນໄປຈົນສົ່ງຜົນໃຫ້ໜັກກາຍ ແລະ ສະພາບຈິດໃຈຕົນເອງ.

2. ປະເຊີນກັບສິ່ງທ້າທາຍ

ເຮົາບໍ່ສາມາດຮູ້ໄດ້ເລີຍວ່າຈະປະເຊີນກັບຫຍັງແດ່ໃນອະນາຄົດ. ວິທີທີ່ດີທີ່ສຸດ ແມ່ນເຈົ້າຕ້ອງກຽມພ້ອມຮັບມືກັບສິ່ງທີ່ຈະມາເຖິງ, ຢ່າຢ້ານບັນຫາທີ່ກຳລັງຈະເກີດຂຶ້ນ, ມີຄວາມໝັ້ນໃຈໃນຕົວທ່ານເອງ ແລະ ຄວ້າເອົາທຸກໆໂອກາດທີ່ເຂົ້າມາ, ທຸກຢ່າງລ້ວນແຕ່ເປັນບົດຮຽນ ແລະ ປະສົບການທີ່ດີແກ່ຕົວທ່ານເອງ. ສຸດທ້າຍແລ້ວ, ທຸກຢ່າງກໍຈະຜ່ານໄປຄືດັ່ງທີ່ທ່ານເຄີຍຜ່ານມາ.

3. ປຶກສາກັບຄົນທີ່ໄວ້ໃຈ

ຖ້າຮູ້ສຶກວ່າຕົນເອງບໍ່ສາມາດຮັບມືກັບມັນອີກຕໍ່ໄປ ກໍບໍ່ຈຳເປັນຕ້ອງກົດດັນຕົນເອງຫຼາຍ. ຫາກເຈົ້າເມື່ອຍກໍພັກຜ່ອນ, ຂໍຄຳປຶກສາກັບຄົນອ້ອມຂ້າງ ຫຼື ຄົນທີ່ເຮົາໄວ້ວາງໃຈ ເພາະບາງເທື່ອພວກເຂົາເຄີຍປະສົບກັບເລື່ອງແບບນີ້ມາກ່ອນເຊັ່ນກັນ ແລະ ເຈົ້າອາດຈະໄດ້ຮັບທັດສະນະໃໝ່ໆ ຫຼື ມຸມມອງດ້ານບວກ ເຊິ່ງແນ່ນອນ ນັ້ນຈະສົ່ງຜົນເຮັດໃຫ້ເຈົ້າເຫັນໂລກໄດ້ກວ້າງຂຶ້ນ.

ອ້າງອີງ:

https://bit.ly/3VyfDPt

https://bit.ly/3AVAFiZ

https://bit.ly/3UoUs1q

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/