ອາຫານເປັນພິດ ອາການທີ່ມັກເກີດຂຶ້ນໃນລະດູຮ້ອນ


ໃນໄລຍະນີ້, ບັນດາທ່ານອາດສຳຜັດໄດ້ເຖິງອາກາດຮ້ອນແຮງກວ່າເດືອນທີ່ຜ່ານມາກັນແມ່ນບໍ ເຊິ່ງໜຶ່ງໃນອາການທີ່ມັກເກີດຂຶ້ນຫຼາຍໃນໄລຍະອາກາດຮ້ອນແບບນີ້ກໍຄົງແມ່ນ ອາຫານເປັນພິດນັ້ນເອງ. ອາຫານເປັນພິດ ໝາຍເຖິງສະພາບທີ່ຮ່າງກາຍສຳຜັດກັບເຊື້ອແບັກທີເຣັຍ ຫຼື ໄວຣັສທີ່ປົນເປື້ອນຢູ່ໃນອາຫານ. ອາການອາຫານເປັນພິດເກີດຂຶ້ນໄດ້ກັບທຸກໆຄົນ. ແຕ່ມັນພົບເລື້ອຍໆໃນເດັກນ້ອຍ, ຜູ້ສູງອາຍຸ ແລະ ຜູ້ທີ່ມີລະບົບພູມຕ້ານທານອ່ອນແອ.

ອາການທີ່ບົ່ງບອກວ່າທ່ານກຳລັງມີອາການ “ອາຫານເປັນພິດ”

  • ມີອາການໄຂ້, ເຈັບຫົວ
  • ປວດຮາກ
  • ເຈັບ​ທ້ອງ
  • ຖອກທ້ອງເລື້ອຍໆ ຫຼາຍກວ່າ 3 ເທື່ອຕໍ່ມື້.
  • ປວດເມື່ອຍຮ່າງກາຍ
  • ມີອາການສູນເສຍນໍ້າເຊັ່ນ: ເມື່ອຍງ່າຍ, ອ່ອນເພຍ ແລະ ຫິວນໍ້າ

ເມື່ອມີອາການອາຫານເປັນພິດ ບໍ່ຄວນຮັບປະທານ

  • ອາຫານທີ່ມີໄຂມັນສູງເຊັ່ນ: ຊີ້ນ, ອາຫານທະເລ, ອາຫານຈືນ, ເນີຍ, ຊີສ
  • ອາຫານທີ່ມີນໍ້າຕານສູງເຊັ່ນ: ເຂົ້າໜົມຫວານ, ນໍ້າອັດລົມ, ແລະ ນໍ້າໝາກໄມ້
  • ອາຫານທີ່ມີເສັ້ນໃຍສູງເຊັ່ນ: ຜັກດິບ, ໝາກໄມ້ດິບ ແລະ ເມັດພືດ
  • ອາຫານທີ່ມີຣົດຊາດເຂັ້ມຂຸ້ນເຊັ່ນ: ອາຫານເຜັດ, ອາຫານສົ້ມ, ອາຫານເຄັມ

ອາຫານທີ່ຄວນຮັບປະທານຄື:

  • ເຂົ້າຕົ້ມ
  • ເຂົ້າໜົມປັງປິ້ງ
  • ວຸ້ນ
  • ແກງຈືດ
  • ນ້ຳ

ວິທີເບິ່ງແຍງຕົນເອງເມື່ອມີອາການອາຫານເປັນພິດ

  • ໂດຍປົກກະຕິແລ້ວສາມາດປິ່ນປົວໄດ້ດ້ວຍຕົວມັນເອງພາຍໃນ 24-48 ຊົ່ວໂມງ ໂດຍການປິ່ນປົວຕາມອາການ. ຮັບປະທານເກືອແຮ່ທົດແທນ ແລະ ຢາດີປວດຮາກ
  • ຫ້າມກິນນົມ, ໝາກໄມ້, ອາຫານເຜັດ, ອາຫານດິບ ແລະ ອາຫານດອງ
  • ພັກຜ່ອນໃຫ້ຫຼາຍ, ດື່ມນໍ້າຫຼາຍໆ, ຫຼີກເວັ້ນກິດຈະກໍາໜັກ ເຊັ່ນ: ອອກກຳລັງກາຍ ຫຼື ເຮັດວຽກໜັກໆ
  • ຖ້າອາການບໍ່ດີຂຶ້ນ, ໃຫ້ໄປພົບແພດທັນທີ

ວິທີປ້ອງກັນອາຫານເປັນພິດ

  • ລ້າງມືໃຫ້ສະອາດກ່ອນກິນເຂົ້າ ແລະ ຫຼັງເຂົ້າຫ້ອງນໍ້າ
  • ແຕ່ງກິນດ້ວຍຄວາມຮ້ອນພຽງພໍ
  • ຮັກສາອາຫານໃນຕູ້ເຢັນໃນອຸນຫະພູມທີ່ເໝາະສົມ
  • ຫຼີກເວັ້ນ​ການ​ກິນ​ອາ​ຫານ​ຂ້າມ​ຄືນ​
  • ຫຼີກເວັ້ນການກິນອາຫານຈາກແຫຼ່ງທີ່ບໍ່ຫນ້າເຊື່ອຖື

ອ້າງອີງ:

https://cutt.ly/Pw4n727j

https://cutt.ly/Kw4n5gTa

https://cutt.ly/bw4n5If8

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/