ໃນໄລຍະນີ້, ບັນດາທ່ານອາດສຳຜັດໄດ້ເຖິງອາກາດຮ້ອນແຮງກວ່າເດືອນທີ່ຜ່ານມາກັນແມ່ນບໍ ເຊິ່ງໜຶ່ງໃນອາການທີ່ມັກເກີດຂຶ້ນຫຼາຍໃນໄລຍະອາກາດຮ້ອນແບບນີ້ກໍຄົງແມ່ນ ອາຫານເປັນພິດນັ້ນເອງ. ອາຫານເປັນພິດ ໝາຍເຖິງສະພາບທີ່ຮ່າງກາຍສຳຜັດກັບເຊື້ອແບັກທີເຣັຍ ຫຼື ໄວຣັສທີ່ປົນເປື້ອນຢູ່ໃນອາຫານ. ອາການອາຫານເປັນພິດເກີດຂຶ້ນໄດ້ກັບທຸກໆຄົນ. ແຕ່ມັນພົບເລື້ອຍໆໃນເດັກນ້ອຍ, ຜູ້ສູງອາຍຸ ແລະ ຜູ້ທີ່ມີລະບົບພູມຕ້ານທານອ່ອນແອ.
ອາການທີ່ບົ່ງບອກວ່າທ່ານກຳລັງມີອາການ “ອາຫານເປັນພິດ”
- ມີອາການໄຂ້, ເຈັບຫົວ
- ປວດຮາກ
- ເຈັບທ້ອງ
- ຖອກທ້ອງເລື້ອຍໆ ຫຼາຍກວ່າ 3 ເທື່ອຕໍ່ມື້.
- ປວດເມື່ອຍຮ່າງກາຍ
- ມີອາການສູນເສຍນໍ້າເຊັ່ນ: ເມື່ອຍງ່າຍ, ອ່ອນເພຍ ແລະ ຫິວນໍ້າ
ເມື່ອມີອາການອາຫານເປັນພິດ ບໍ່ຄວນຮັບປະທານ
- ອາຫານທີ່ມີໄຂມັນສູງເຊັ່ນ: ຊີ້ນ, ອາຫານທະເລ, ອາຫານຈືນ, ເນີຍ, ຊີສ
- ອາຫານທີ່ມີນໍ້າຕານສູງເຊັ່ນ: ເຂົ້າໜົມຫວານ, ນໍ້າອັດລົມ, ແລະ ນໍ້າໝາກໄມ້
- ອາຫານທີ່ມີເສັ້ນໃຍສູງເຊັ່ນ: ຜັກດິບ, ໝາກໄມ້ດິບ ແລະ ເມັດພືດ
- ອາຫານທີ່ມີຣົດຊາດເຂັ້ມຂຸ້ນເຊັ່ນ: ອາຫານເຜັດ, ອາຫານສົ້ມ, ອາຫານເຄັມ
ອາຫານທີ່ຄວນຮັບປະທານຄື:
- ເຂົ້າຕົ້ມ
- ເຂົ້າໜົມປັງປິ້ງ
- ວຸ້ນ
- ແກງຈືດ
- ນ້ຳ
ວິທີເບິ່ງແຍງຕົນເອງເມື່ອມີອາການອາຫານເປັນພິດ
- ໂດຍປົກກະຕິແລ້ວສາມາດປິ່ນປົວໄດ້ດ້ວຍຕົວມັນເອງພາຍໃນ 24-48 ຊົ່ວໂມງ ໂດຍການປິ່ນປົວຕາມອາການ. ຮັບປະທານເກືອແຮ່ທົດແທນ ແລະ ຢາດີປວດຮາກ
- ຫ້າມກິນນົມ, ໝາກໄມ້, ອາຫານເຜັດ, ອາຫານດິບ ແລະ ອາຫານດອງ
- ພັກຜ່ອນໃຫ້ຫຼາຍ, ດື່ມນໍ້າຫຼາຍໆ, ຫຼີກເວັ້ນກິດຈະກໍາໜັກ ເຊັ່ນ: ອອກກຳລັງກາຍ ຫຼື ເຮັດວຽກໜັກໆ
- ຖ້າອາການບໍ່ດີຂຶ້ນ, ໃຫ້ໄປພົບແພດທັນທີ
ວິທີປ້ອງກັນອາຫານເປັນພິດ
- ລ້າງມືໃຫ້ສະອາດກ່ອນກິນເຂົ້າ ແລະ ຫຼັງເຂົ້າຫ້ອງນໍ້າ
- ແຕ່ງກິນດ້ວຍຄວາມຮ້ອນພຽງພໍ
- ຮັກສາອາຫານໃນຕູ້ເຢັນໃນອຸນຫະພູມທີ່ເໝາະສົມ
- ຫຼີກເວັ້ນການກິນອາຫານຂ້າມຄືນ
- ຫຼີກເວັ້ນການກິນອາຫານຈາກແຫຼ່ງທີ່ບໍ່ຫນ້າເຊື່ອຖື
ອ້າງອີງ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/