ອັດຕາເງິນເຟີ້ ຂອງ ສປປ ລາວ ປະຈຳເດືອນ ເມສາ ຢູ່ໃນລະດັບ 24,9% ຈາກຄວາມຕ້ອງການໃນໄລຍະປີໃໝ່ລາວທີ່ມີຄວາມຕ້ອງການຫຼາຍຂຶ້ນ


ອັດຕາເງິນເຟີ້ຂອງ ສປປ ລາວ ເດືອນເມສາ 2024 ຢູ່ໃນລະດັບ 24,9% ເຫັນວ່າຍັງຢູ່ໃນລະດັບທີ່ບໍ່ແຕກຕ່າງກັນຫຼາຍກັບເດືອນຜ່ານມາ (ເດືອນມີນາ 2024 ຢູ່ໃນລະດັບ 25%). ຈາກຄວາມຕ້ອງການໃນໄລຍະປີໃໝ່ລາວທີ່ມີຄວາມຕ້ອງການຫຼາຍຂຶ້ນ.

ໂດຍອີງຕາມບົດລາຍງານຂອງ ສູນສະຖິຕິແຫ່ງຊາດ ເຜີຍວ່າ ໃນນັ້ນໝວດສິນຄ້າທີ່ມີອັດຕາເງິນເຟີ້ເພີ່ມຂຶ້ນ ສູງແມ່ນ ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 37,6%, ຮອງລົງມາແມ່ນໝວດຮັກສາສຸຂະພາບ ແລະ ຢາ ເພີ່ມ ຂຶ້ນ 36,1%, ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 35,3%, ໝວດເຫຼົ້າ ແລະຢາສູບ ເພີ່ມຂຶ້ນ 28,5% ແລະ ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 27,1%.

ເມື່ອທຽບລາຄາສິນຄ້າເດືອນ ເມສາ ໃສ່ກັບ ເດືອນ ມິນາ ປີ 2024 ເຫັນວ່າ ລາຄາສິນຄ້າຍັງສືບຕໍ່ເພີ່ມຂຶ້ນສູງ ກວ່າ ເດືອນຜ່ານມາ ຢູ່ໃນລະດັບ 1,6% (ເດືອນມີນາ 1,3%) ໃນນັ້ນ, ໝວດສິນຄ້າທີ່ມີການປ່ຽນແປງຫຼາຍກວ່າໝູ່ແມ່ນ ໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 3,2% ພົ້ນເດັ່ນ ແມ່ນລາຄາໄມ້ແປຮູບ (ເພີ່ມຂຶ້ນ 13,3%), ຫີນ, ຊາຍ (3,3%), ພະລັງງານອາຍແກສ ແລະ ເຊື້ອເພີງ (4,4%), ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 2,4% ພົ້ນເດັ່ນແມ່ນ ລາຄາຢາປາຣາ (6,5%), ຢາແກ້ໄຂ້ ແລະ ແກ້ໄອ ເດັກນ້ອຍ (2,6%), ຄ່າຫ້ອງນອນຄົນເຈັບ (2,9%), ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 2,2% ພົ້ນເດັ່ນແມ່ນ ລາຄາເບຍ ເພີ່ມຂຶ້ນ 3,2%.

ການເພີ່ມຂຶ້ນຂອງອັດຕາເງິນເຟີ້ໃນເດືອນເມສາ 2024 ຕົ້ນຕໍແມ່ນມາຈາກ ຄວາມຕ້ອງການໃນໄລຍະເທສະການປີໃໝ່ລາວທີ່ມີຄວາມຕ້ອງການຫຼາຍຂຶ້ນ ສົ່ງຜົນເຮັດໃຫ້ສິນຄ້າບາງປະເພດມີລາຄາເພີ່ມຂຶ້ນ. ພ້ອມກັນນັ້ນ, ການສືບຕໍ່ອ່ອນຄ່າຂອງອັດຕາແລກປ່ຽນ ໃນນັ້ນເງິນກີບ ທຽບກັບໂດລາອ່ອນຄ່າ -1,9%, ທຽບກັບ ບາດ ອ່ອນຄ່າ -0,6%; ການເພີ່ມຂຶ້ນຂອງລາຄານໍ້າມັນເຊື້ອໄຟ ທີ່ເປັນປັດໄຈໜຶ່ງຂອງຕົ້ນທຶນການຜະລິດ ແລະ ການ ບໍລິການ ໃນນັ້ນ ນໍ້າມັນແອັດຊັງທຳມະດາເພີ່ມຂຶ້ນ 5,9%, ນໍ້າມັນກາຊວນເພີ່ມຂຶ້ນ 0,6%.

ນອກຈາກນີ້ ສູນສະຖິຕິແຫ່ງຊາດ ຍັງຄາດກາານວ່າ ໃນຕໍ່ໜ້າສະພາບລາຄາສິນຄ້າຍັງມີຄວາມທ້າທາຍທີ່ຈະເພີ່ມຂຶ້ນ ເນື່ອງຈາກສະພາບປັດໄຈພາຍໃນເປັນຕົ້ນແມ່ນ ຄວາມສາມາດໃນການແຊກແຊງຕະຫຼາດອັດຕາແລກປ່ຽນທີ່ມີຄວາມຈຳກັດ, ການຊຸກຍູ້ສົ່ງເສີມການຜະລິດ ພາຍໃນຍັງຕ້ອງໃຊ້ເວລາ, ມາດຕະການໃນການຄຸ້ມຄອງລາຄາສິນຄ້າຍັງບອບບາງ ບວກກັບເງື່ອນໄຂພາຍ ນອກເປັນຕົ້ນແມ່ນ ຄວາມຂັດແຍ້ງຢູ່ໃນພາກພື້ນ ແລະ ສາກົນທີ່ສົ່ງຜົນກະທົບຕໍ່ຕ່ອງໂສ້ການຜະລິດ-ການສະໜອງສິນຄ້າ ແລະ ບໍລິການອື່ນໆທີ່ຈະມີຜົນກະທົບຕໍ່ລາຄາສິນຄ້ານໍາເຂົ້າ ຂອງ ສປປ ລາວ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/