OECD ຄາດການເສດຖະກິດໂລກຈະເຕີບໂຕຂຶ້ນຢ່າງສົດໃສໃນປີ 2024 ແລະ ອັດຕາເງິນເຟີ້ຈະຫຼຸດລົງໄວກວ່າທີ່ຄາດການໃນຫຼາຍປະເທດ


ອົງການ​ເພື່ອ​ການ​ຮ່ວມ​ມື​ ແລະ​ ການ​ພັດທະນາ​ເສດຖະກິດ (OECD) ກ່າວ​ວ່າ ແນວໂນ້ມເສດຖະກິດ​ໂລກ​ໄດ້ສົ່ງ​ສັນຍານ​ການ​ຟື້ນ​ຕົວ​ທີ່ດີຂຶ້ນ ​ແລະ ​ອັດຕາ​ເງິນ​ເຟີ້ເອງກໍ​ມີ​ແນວໂນ້ມທີ່ຈະ​ຫຼຸດ​ລົງ​ໄວ​ກວ່າ​ທີ່​ຫຼາຍ​ປະ​ເທດ​ຄາດການ​ໄວ້. ພ້ອມກັບໄດ້ຄາດການການເຕີບໂຕຂອງໂລກໃນປີ 2024 ເປັນ 3.1% ຈາກ 2.9% ໃນເດືອນກຸມພາ.

ບົດ​ລາຍ​ງານ​ຂອງ OECD ຊີ້​ໃຫ້​ເຫັນ​ວ່າ ​ເສດຖະກິດ​ໂລກ​ມີ​ແນວໂນ້ມທີ່​ຈະ​ຫຼີກເວັ້ນ​ພາວະຖົດຖອຍ-​ໄພເງິນ​ເຟີ້ (stagflation), ເຖິງແມ່ນວ່າອັດຕາການຂະຫຍາຍຕົວຈະຍັງບໍ່ທັນໄດ້ກັບຄືນໄປແຕະລະດັບ 3.4% ສະເລ່ຍຕໍ່ປີ ໃນໄລຍະງກ່ອນທີ່ຈະເກີດໂລກລະບາດ ແລະ ວິກິດການພະລັງງານ.

  • ອັດຕາເງິນເຟີ້ຊະລໍຕົວລົງ

ໃນດ້ານຂອງອັດຕາເງິນເຟີ້, OECD ຄາດການວ່າ ຈະຊະລໍຕົວລົງໄວກວ່າການຄາດການກ່ອນໜ້ານີ້. ຍົກເວັ້ນສະຫະລັດທີ່ຄາດການວ່າລາຄາສິນຄ້າຈະເພີ່ມຂຶ້ນ 2.5% ໃນປີນີ້, ຈາກເດີມທີ່ຄາດການໄວ້ທີ່ 2.2%.

ຢ່າງໃດກໍຕາມ, OECD ເຫັນວ່າຜູ້ວາງນະໂຍບາຍຂອງສະຫະລັດຈະມີໂອກາດທີ່ຈະຕັດອັດຕາດອກເບ້ຍໃນໄລຍະເຄິ່ງຫຼັງຂອງປີ.

  • ແນວໂນ້ມດ້ານເສດຖະກິດໃນແຕ່ລະຂົງເຂດ

OECD ຄາດຄະເນວ່າເສດຖະກິດຂອງສະຫະລັດຈະເຕີບໂຕ 2.3% ໃນປີ 2024, ຊະລໍຕົວລົງຈາກ 2.6% ໃນປີ 2023. ເສດຖະກິດຈີນມີແນວໂນ້ມທີ່ຈະເຕີບໂຕ 5.7% ໃນປີ 2024, ເລັ່ງຂະຫຍາຍຕົວຈາກ 5.1% ໃນປີ 2023 ແລະ ເສດຖະກິດອິນເດຍຈະເຕີບໂຕ 6.8% ໃນປີ 2024 ຈາກ 6.6% ໃນປີ 2023

ນອກຈາກນີ້, OECD ຍັງໄດ້ເຕືອນກ່ຽວກັບຄວາມສ່ຽງທີ່ອາດຈະສົ່ງຜົນກະທົບຕໍ່ເສດຖະກິດໂລກ ເຊັ່ນ ການຂັດແຍ້ງໃນຕາເວັນອອກກາງ ແລະ ຄວາມກົດດັນລາຄາທີ່ຍືດເຍື້ອ

  • ນະໂຍບາຍການເງິນ ແລະ ການຄັງ

OECD ໄດ້ແນະນໍາໃຫ້ໜ່ວຍງານທີ່ຄຸ້ມຄອງນະໂຍບາຍການເງິນຄວນໃຊ້ນະໂຍບາຍທີ່ຮອບຄອບເພື່ອຄວບຄຸມແຮງກົດດັນຂອງເງິນເຟີ້ຢ່າງຍືນຍົງ.

ສໍາລັບນະໂຍບາຍການຄັງ, OECD ເຫັນວ່າ ລັດຖະບານຄວນໃຊ້ໂອກາດຈາກການຟື້ນຕົວຂອງເສດຖະກິດເພື່ອຈັດການກັບພາລະໜີ້ສິນທີ່ສູງ ແລະ ກະກຽມຮັບມືກັບພາລະຂອງຄ່າໃຊ້ຈ່າຍໃນອະນາຄົດທີ່ຈະເພີ່ມຂຶ້ນຈາກປະຊາກອນຜູ້ສູງອາຍຸ, ການປ່ຽນແປງດິນຟ້າອາກາດ ແລະ ຄວາມຕ້ອງການດ້ານການປ້ອງກັນ

ສະຫຼຸບ

ເສດຖະກິດໂລກມີແນວໂນ້ມທີ່ຈະສົດໃສຂຶ້ນ, ແຕ່ຍັງມີຄວາມສ່ຽງທີ່ຕ້ອງໄດ້ຮັບການຕິດຕາມຢ່າງໃກ້ຊິດ. ລັດ​ຖະ​ບານ ແລະ ໜ່ວຍງານຄຸ້ມຄອງນະ​ໂຍ​ບາຍ​ເງິນ​ຕາ ຕ້ອງ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ທີ່​ເໝາະ​ສົມ ເພື່ອ​ຮັກ​ສາ​ສະ​ຖຽນ​ລະ​ພາບ ແລະ ຄວາມ​ຍືນ​ຍົງ​ຂອງ​ເສດ​ຖະ​ກິດ.

ທີ່ມາ:

efinancethai

tbsnews

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/