ຝັນເປັນຈິງ! ເມື່ອ Airbnb ເປີດຕົວເຮືອນຈາກເລື່ອງ Up ໃນຊີວິດແທ້


ເຊື່ອວ່າສາວົກຂອງ Disney ຕ້ອງເຄີຍເບິ່ງເລື່ອງນີ້ກັບເລື່ອງ ‘Up’ທີ່ອອກສາຍເມື່ອ 2009 ແນ່ອນວ່າເອກະລັກຂອງອະນິເມຊັນເລື່ອງນີ້ ຕ້ອງແມ່ນເຮືອນຂອງປູ່ ຄາວ ແລະ ຕູ້ຍ່າ ເອວລີ ທີ່ສາມາດລອຍໄປໃສມາໃສກໍໄດ້ ດ້ວຍປຸມເປົ້າ ຕອນຍັງນ້ອຍເຮົາກໍຈະມັກຄິດວ່າຫາກມີແທ້ມັນຈະເປັນແບບໃດ? ແຕ່ຕອນນີ້ມັນເກີດຂຶ້ນແທ້ແລ້ວ.

ເມື່ອທາງ Airbnb ໄດ້ອອກມາເປີດໝວດໝູ່ Icons Collection ໃໝ່ທັງໝົດ 11 ແຫ່ງທີ່ມາຈາກຮູບເງົາຊື່ດັງ ແລະ ໜຶ່ງໃນນັ້ນມີຮູບເງົາຈາກເລື່ອງ ‘Up’ ນັ້ນເອງ ໂດຍເຮືອນຫຼັງນີ້ຈະຖືກຕັ້ງຢູ່ໃນລັດ New Mexico ໃນສະຫະລັດອາເມຣິກາ ເຊິ່ງພາຍໃນເຮືອນອອກແບບມາໃຫ້ຄືກັບທາງຮູບເງົາແບບບໍ່ມີຜິດ.

ເຮືອນຫຼັງນີ້ຈະບໍ່ສາມາດລອຍໄປໃສມາໃສໄດ້ໃນຊີວິດແທ້ ແຕ່ຈະຖືກລົດຍົກໃຫ້ສູງຂຶ້ນ ພ້ອມກັບມີປຸມເປົ້າຢູ່ເທິງປ່ອງໄຟຫຼາຍກວ່າ 8000 ໜ່ວຍ! ເຊິ່ງບອກໄດ້ແຕ່ວ່າສົມຈິງແບບສຸດໆ!

ທີ່ມາ:

Thestandard

ELLE Thailand

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/