ແອງໂກລາເອົາແທ້! ເປີດໄຟຂຽວສໍາລັບກົດໝາຍຫ້າມການຂຸດຄົ້ນ crypto ໃນປະເທດ ເພື່ອຮັກສາລະບົບໄຟຟ້າ ແລະ ປ້ອງກັນວິກິດການພະລັງງານ


ເມື່ອບໍ່ດົນມານີ້, ປະເທດແອງໂກລາໄດ້ອອກກົດໝາຍຫ້າມໃຊ້ສະກຸນເງິນ crypto ແລະການຂຸດຄົ້ນສິນຊັບ virtual ອື່ນໆ, ເຊິ່ງມີຜົນບັງຄັບໃຊ້ໃນວັນທີ 10 ເມສາທີ່ຜ່ານມາ.

ກົດໝາຍດັ່ງກ່າວຂອງປະເທດແອງໂກລາໄດ້ກໍານົດວ່າ ຜູ້ໃດທີ່ຝ່າຝືນໃນຂຸດຄົ້ນ crypto ຈະຖືກລົງໂທດຈຳຄຸກ 1 ຫາ 12 ປີ. ໂດຍກົດໝາຍສະບັບນີ້ມີຈຸດປະສົງເພື່ອຫຼຸດຜ່ອນການໃຊ້ໄຟຟ້າສໍາລັບການຂຸດຄົ້ນ crypto, ເນື່ອງຈາກການຂຸດ crypto ຈະເຮັດໃຫ້ໄຟຟ້າພາຍໃນປະເທດບໍ່ພຽງພໍໃນການໃຊ້ງານສຳລັບຜູ້ຄົນໃນປະເທດໄດ້.

ບັນດາສະມາຊິກສະພານິຕິບັນຍັດຂອງແອງໂກລາໄດ້ອະນຸມັດຂໍ້ສະເໜີໃນການຫ້າມ ແລະ ເຮັດໃຫ້ການຂຸດຄົ້ນ crypto ນັ້ນຜິດກົດໝາຍໃນວັນທີ 28 ກຸມພາ. ໂດຍຮ່າງ​ກົດໝາຍ​ດັ່ງກ່າວ​ໄດ້ແນ​ໃສ່​ຜູ້​ທີ່ລັກ​ຂຸດ​ຄົ້ນ crypto ຢ່າງ​ຜິດ​ກົດໝາຍ​ໂດຍ​ໃຊ້​ລະບົບ​ຄອມ​ພິວ​ເຕີ​ແລະ ​ອຸປະກອນ​ທີ່​ກ່ຽວຂ້ອງ. ເຊິ່ງນີ້ຈະ​ມີ​ການ​ລົງ​ໂທດ​ຢ່າງ​ຮຸນ​ແຮງ, ລວມ​ທັງ​ການ​ຈໍາ​ຄຸກ.

ນອກຈາກນີ້, ກົດໝາຍສະບັບດັ່ງກ່າວຍັງໄດ້ເນັ້ນຍ້ຳເຖິງຄວາມກັງວົນກ່ຽວກັບພະລັງງານທີ່ບໍ່ພຽງພໍພາຍໃນປະເທດທີ່ເກີດຈາກການຂຸດ crypto. ໂດຍມີລາຍງານວ່າການຂຸດ crypto ໃຊ້ໄຟຟ້າປະມານ 9.6 ເມກາວັດຕໍ່ມື້ ທຽບ​ເທົ່າ​ກັບ​ຄວາມ​ຕ້ອງການໃນການໃຊ້ໄຟຟ້າ​ຂອງ 3.000 ຄົວເຮືອນ, ​ເຊິ່ງສົ່ງ​ຜົນ​ສະທ້ອນ​ເຖິງ​ຄວາມ​ໝັ້ນຄົງ​ຂອງ​ລະບົບ​ໄຟຟ້າ​ພາຍ​ໃນ.

ເຖິງແມ່ນວ່າແອງໂກລາຈະມີກໍາລັງການຜະລິດໄຟຟ້າທີ່ມີການຕິດຕັ້ງ 6,200 ເມກາວັດຕໍ່ມື້. ແຕ່ການແຈກຢາຍພະລັງງານຢ່າງມີປະສິດທິພາບຍັງຄົງເປັນສິ່ງທ້າທາຍ. ໂດຍສະເພາະຢ່າງຍິ່ງ ເມື່ອ​ພິ​ຈາ​ລະ​ນາເຖິງ​ຄວາມ​ຕ້ອງ​ການ​ໃນ​ປັດ​ຈຸ​ບັນ​ແມ່ນ​ສູງ​ເຖິງ 5,500 ເມ​ກາ​ວັດ​ຕໍ່​ມື້.

ຄວາມ​ສົນ​ໃຈ​ຂອງ​ຈີນ​ໃນ​ການ​ຫັນ​ປ່ຽນ​ດ້ານ​ເສດ​ຖະ​ກິດ​ຂອງ​ແອງ​ໂກ​ລາ​ແມ່ນ​ມີ​ຄວາມ​ເຂັ້ມ​ແຂງ​ໃນ​ທົດ​ສະ​ວັດ​ທີ່​ຜ່ານ​ມາ. ໂດຍໃນເດືອນທັນວາ ຈີນ​ ແລະ ແອງໂກ​ລາ​ໄດ້​ເຊັນ​ສັນ​ຍາ​ຄຸ້ມຄອງໃນ​ການ​ລົງ​ທຶນ. ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ເຂົ້າ​ເຖິງ​ຕະຫຼາດ​ຜູ້​ບໍລິ​ໂພ​ກຂອງ​ຈີນ​ໂດຍ​ບໍ່​ເສຍ​ພາສີ​ໃຫ້​ແກ່​ສິນຄ້າ​ຫຼາຍໆປະເພດ.

ທີ່ມາ:

u.today

bloomberglaw

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/