ອິນເດຍ-ຫວຽດນາມ ແຂ່ງກັນ ຫວັງເປັນສູນກາງການຜະລິດ ອັນດັບ 1 ​ໃນອາຊີ ແທນ ຈີນ


ອິນເດຍ ຕ້ອງການເປັນອັນດັບສູນກາງການຜະລິດ ອັນດັບ 1 ຫຼັງຫຼາຍບໍລິສັດ ເລີ່ມຍ້າຍຖານການຜະລິດອອກຈາກຈີນ ແຕ່ຍັງຈຳເປັນຕ້ອງຫຼຸດພາສີ ແລະ ເພີ່ມເລື່ອງຂອງຕ່ອງໂສ້ອຸປະທານ ເພື່ອແຂ່ງຂັນກັບຫວຽດນາມ ທີ່ກຳລັງມາແຮງໃນຂະນະນີ້.

ອິນເດຍ ແລະ ຫວຽດນາມເປັນປະເທດຕົວເລືອກດ້ານການຜະລິດທີ່ໜ້າດຶງດູດໃຈສຳລັບນັກລົງທຶນ ແລະ ບໍລິສັດຕ່າງຊາດ ເຊິ່ງສ່ວນໜຶ່ງເປັນຍ້ອນຕົ້ນທຶນເລື່ອງຄ່າແຮງທີ່ຕໍ່າ ແຕ່ຖ້າປຽບທຽບກັນລະຫວ່າງ 2 ປະເທດນີ້ ຫວຽດນາມຍັງໄດ້ປຽບຢູ່, ດ້ວຍມູນຄ່າການສົ່ງອອກປີ 2023 ທີ່ສູງເຖິງ 97.000 ລ້ານໂດລາ ຂະນະທີ່ອິນເດຍຢູ່ທີ່ 75.700 ລ້ານໂດລາ.

ທ່ານ Samir Kapadia ປະທານກໍາມະການບໍລິຫານ India Index ກ່າວວ່າ ຫວຽດນາມມີຊື່ສຽງໃນເລື່ອງຂອງຄວາມສາມາດໃນການຜະລິດອຸປະກອນເອເລັກໂຕຣນິກ ຂະນະທີ່ອິນເດຍຫາກໍເຂົ້າສູ່ສະໜາມນີ້ ເຮັດໃຫ້ຫວຽດນາມມີຄວາມໄດ້ປຽບຫຼາຍກວ່າ.

ທ່ານ Mukesh Aghi ປະທານ U.S.-India Strategic Partnership Forum ເບິ່ງວ່າຂໍ້ໄດ້ປຽບສຳຄັນອີກຢ່າງໜຶ່ງສຳລັບຫວຽດນາມແມ່ນນະໂຍບາຍທີ່ຮຽບງ່າຍກວ່າອິນເດຍທີ່ 29 ລັດ ເຊິ່ງແຕ່ລະລັດ ອາດມີນະໂຍບາຍທີ່ແຕກຕ່າງກັນ.

ນອກຈາກນີ້ ນັກວິເຄາະການລົງທຶນບາງທ່ານຍັງເບິ່ງວ່າ ອຸປະສົງໃນການເປັນສູນກາງການຜະລິດຂອງອິນເດຍອີກຢ່າງໜຶ່ງແມ່ນ ພາສີນຳເຂົ້າສຳລັບເຕັກໂນໂລຊີ ແລະ ການສື່ສານທີ່ສູງເຖິງ 10% ເຊິ່ງສູງກວ່າຂອງຫວຽດນາມທີ່ມີພຽງ 5%. ແຕ່ພາສີທີ່ສູງຂອງອິນເດຍແມ່ນມີຈຸດປະສົງເພື່ອປົກປ້ອງຜູ້ຜະລິດພາຍໃນປະເທດ. ແຕ່ການຫຼຸດພາສີເຫຼົ່ານັ້ນຈະເປັນສ່ວນໜຶ່ງໃນຄວາມພະຍາຍາມຂອງລັດຖະບານໃນການດຶງດູດບໍລິສັດຕ່າງຊາດໃຫ້ເຂົ້າມາຜະລິດສິນຄ້າພາຍໃນປະເທດຫຼາຍຂຶ້ນເຊັ່ນກັນ.

ທີ່ມາ:

https://www.facebook.com/photo?fbid=974829091314233&set=a.543495231114290

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/