ຕະຫຼາດ Bull ໃໝ່? ດັດຊະນີເງິນໂດລາທີ່ອ່ອນຄ່າລົງອາດເປັນຕົວກະຕຸ້ນໃຫ້ລາຄາຂອງ Bitcoin ເພີ່ມຂຶ້ນຢ່າງຮຸນແຮງ


ຄວາມເຂັ້ມແຂງຂອງດັດຊະນີເງິນໂດລາສະຫະລັດ (DYX) ທີ່ໄດ້ມີການຫຼຸດລົງ ອາດຈະເປັນຕົວກະຕຸ້ນໃຫ້ເກີດຂາຂຶ້ນຮອບໃໝ່ສຳລັບ Bitcoin (BTC), ອີງຕາມຜູ້ກໍ່ຕັ້ງ Glassnode Jan Happel ແລະ Yann Allemann.

ບັນຊີຂອງຜູ້ກໍ່ຕັ້ງ Glassnode ທີ່ໄດ້ຮັບການດູແລໂດຍ Negentropic ໄດ້ແບ່ງປັນຂໍ້ມູນຜ່ານແພລັດຟອມ X, ໂດຍໄດ້ຊີ້ໃຫ້ເຫັນເຖິງກຣາຟ DXY ເຊິ່ງເປັນຕົວວັດແທກຄວາມເຂັ້ມແຂງຂອງເງິນໂດລາສະຫະລັດຕໍ່ກັບເງິນຕາຕ່າງປະເທດທີ່ສໍາຄັນອື່ນໆ. ອີງຕາມນັກວິເຄາະລະບຸວ່າ DXY ມີໂອກາດທີ່ຈະເຮັດຈຸດສູງສຸງສຸດໃນ patter expanding diagonal, ເຊິ່ງໝາຍຄວາມວ່າການເຄື່ອນຕົວລົງໄປຫາຂອບເຂດຂ້າງລຸ່ມຂອງໄລຍະຂອງ pattern ຍັງມີຄວາມເປັນໄປໄດ້ຢູ່.

ໃນຂະນະທີ່ບາງຄົນກໍາລັງຊອກຫາ Bitcoin ທີ່ມີລາຄາຖືກກວ່າ, ຜູ້ກໍ່ຕັ້ງ Glassnode ກ່າວວ່າ Bitcoin ໄດ້ບັນລຸເປົ້າໝາຍລາຄາທີ່ໄດ້ຫຼຸດລົງແລ້ວທີ່ລະດັບ 60,000 ໂດລາ ທີ່ພວກເຂົາຮຽກຮ້ອງໃນເດືອນແລ້ວນີ້.

ຜູ້ກໍ່ຕັ້ງ Glassnode ເຊື່ອວ່າການປັບຖານລາຄາຂອງ Bitcoin ຫຼ້າສຸດທີ່ສົ່ງຜົນໃຫ້ BTC ຕໍ່າກວ່າລະດັບ 60,000 ໂດລາໃນໄລຍະສັ້ນໆສາມາດເປີດທາງໃຫ້ Bitcoin ເພີ່ມຂຶ້ນສູ່ລະດັບສູງສຸດຕະຫຼອດການ (All Time High).

BTC ຍັງໄດ້ສະແດງໃຫ້ເຫັນຄວາມຍືດຢຸ່ນທີ່ໂດດເດັ່ນ. ໃນຂະນະທີ່ມັນຟື້ນຕົວຢ່າງໄວວາຈາກລະດັບແນວຮັບທີ່ສໍາຄັນຢູ່ທີ່ 58,000 ໂດລາ, ດັດຊະນີຄວາມເຂັ້ມແຂງຂອງ RSI ຍັງຊີ້ໃຫ້ເຫັນເຖິງການປ່ຽນແປງໄປສູ່ momentum ທີ່ສູງຂຶ້ນ.

ໂດຍ​ມີ​ເປົ້າ​ໝາຍ​ທີ່ຕັ້ງໄວ້ທີ່ 68,000 ໂດລາ ຫຼື ຫຼາຍກວ່ານັ້ນ. ຢ່າງໃດກໍຕາມ, ພວກເຮົາຍັງຕ້ອງເຝົ້າລະມັດລະວັງ ວ່າການເຄື່ອນໄຫວທີ່ຫຼຸດລົງຕໍ່າກວ່າລະດັບ 58,000 ໂດລາກ່ອນໜ້ານີ້ ຍັງສາມາດເປັນໄພຄຸກຄາມຕໍ່ແນວໂນ້ມຂອງຕະຫຼາດ bull ຢ່າງຕໍ່ເນື່ອງທີ່ກຳລັງດຳເນີນຢູ່ໄດ້.

ໃນຂະນະທີ່ຂຽນ, ລາຄາຂອງ Bitcoin ໃນຕະຫຼາດໄດ້ມີການຊື້ຂາຍກັນຢູ່ທີ່ 65,840 ໂດລາ, ເຊິ່ງເພີ່ມຂຶ້ນ 1.00% ໃນ 24 ຊົ່ວໂມງທີ່ຜ່ານມາ. ອີງຂໍ້ມູນຈາກ Coinmarketcap.

ທີ່ມາ:

Negentropic

dailyhodl

coinmarketcap

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/