ຮູ້ກັນຫຼືບໍ່? ວ່າຊິນຈັງ ຈະບໍ່ມີສາກໂຊຊ້າງນ້ອຍອອກອາກາດອີກຕໍ່ໄປ


ເຊື່ອວ່າແຟນຄລັບ Crayon Shin-chan ຫຼາຍໆຄົນຈະຄຸ້ນເຄີຍກັນດີທີ່ຊິນຈັງມັກໂຊຊ້າງນ້ອຍ ເຊິ່ງມັນມີມາຕັ້ງແຕ່ຕອນທຳອິດຂອງການອອກອາກາດ ແຕ່ກໍມີຫຼາຍຄົນຮ້ອງຮຽນມາຫຼາຍຂຶ້ນ ຈົນສຸດທ້າຍທາງຊິນຈັງເອງກໍຄ່ອຍໆໃຫ້ມຸກໂຊຊ້າງນ້ອຍ ຫຼຸດໜ້ອຍລົງຈົນຫາຍໄປໃນທີ່ສຸດ.

ໂດຍນັກຂຽນບົດອະນິເມະເລື່ອງນີ້ໄດ້ເປີດເຜີຍວ່າ ມີການຖົກຖຽງກັນວ່າເດັກນ້ອຍຜູ້ຊາຍບໍ່ສົມຄວນເອົາຊ້າງນ້ອຍອອກມາຫຼິ້ນ ເພາະມັນບໍ່ເໝາະສົມ ຈົນທ້າຍທີ່ສຸດທາງສະຖານີເອງກໍໄດ້ຕັດສິນໃຈວ່າມັນບໍ່ເໝາະສົມແທ້ ຈຶ່ງເຮັດໃຫ້ມັນຖືກແບນໄປໃນທີ່ສຸດ ແຕ່ກໍຍັງມີມຸກກົ້ນມະຫາໄພໃຫ້ແຟນໆໄດ້ເບິ່ງກັນຢູ່.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/