ເຕືອນໄພ! ChatGPT ປອມ ລະບາດໜັກໃນ Facebook ຕົວະໃຫ້ໃຊ້ງານ ເພື່ອຫວັງກະຈາຍ Malware


ຖ້າຈະກ່າວເຖິງ AI Chatbot ທີ່ມີຊື່ສຽງທີ່ສຸດໃນຕອນນີ້ ChatGPT ກໍຄົງຈະເປັນອັນດັບຕົ້ນໆ ແຕ່ດ້ວຍຊື່ສຽງນີ້ເອງ ກໍເປີດໂອກາດໃຫ້ບັນດາຜູ້ບໍ່ຫວັງດີໄດ້ດ້ວຍເຊັ່ນກັນ. ຫຼ້າສຸດພົບບໍລິການ ChatGPT ປອມລະບາດໜັກໃນ Facebook ຕົວະໃຫ້ໃຊ້ງານ ເພື່ອຫວັງກະຈາຍ Malware.

Meta ບໍລິສັດແມ່ຂອງ Facebook ອອກມາເຕືອນວ່າພົບ Malware ກວ່າ 10 ຊະນິດ ເຊັ່ນ: Duckrail, NodeStealer… ປອມຕົວເປັນ ChatGPT ແລະ ເຄື່ອງມື AI ອື່ນໆໃນຮູບແບບສ່ວນຂະຫຍາຍ ຫຼື ທີ່ເອີ້ນວ່າ Extensions ເພື່ອໃຫ້ຕິດຕັ້ງໃນເວັບບຣາວເຊີ ໂດຍ​ເຜີຍ​ແຜ່​ໂດຍ​ຜ່ານ​ການ​ໂຄ​ສະ​ນາ​ ແລະ ແພລັດຟອມອອນລາຍຕ່າງໆ, ແນ່ນອນມີຂອງ Facebook ນຳ.

ວິສະວະກອນດ້ານຄວາມປອດໄພຂອງ Meta ຢ່າງ Duc H. Nguyen ແລະ Ryan Victory ກ່າວວ່າ: ນັກພັດທະນາຂອງ Malware ຈະຕົວະໃຫ້ເຮັດການຕິດຕັ້ງສ່ວນຂະຫຍາຍໃນເວັບບຣາວເຊີ ເຊັ່ນ: Chrome ຫຼື Edge ໂດຍອ້າງວ່າມີ ChatGPT ຫຼື ເຄື່ອງມື AI ທີ່ກຳລັງນິຍົມ ຖືກນໍາມາໃຊ້ເປັນເບື້ອງຫຼັງ. ຫຼັງຈາກນັ້ນຈະເພີ່ມຄວາມໜ້າເຊື່ອຖື ໂດຍການໂຄສະນາຜ່ານສັງຄົມອອນລາຍຢ່າງ Facebook ຫຼື ໃນໜ້າຄົ້ນຫາ ເພື່ອຕົວະຄົນໃຫ້ດາວໂຫຼດ ແລະ ຕິດຕັ້ງສ່ວນຂະຫຍາຍທີ່ເຊື່ອງ Malware ໄວ້ທາງໃນ.

ໂດຍມີລາຍງານວ່າ ມັລແວ DuckTail ນີ້ມີຕົ້ນກຳເນີດມາຈາກຫວຽດນາມ ແລະ ໄດ້ຕັ້ງເປົ້າໝາຍເປັນຜູ້ໃຊ້ Facebook ຕັ້ງແຕ່ປີ 2021 ມາແລ້ວ. ມັນຈະເປັນ ມັລແວ ທີ່ລັກເອົາ cookies ຫຼື sessions ເພື່ອນໍາໄປສູ່ການລັກເອົາລະຫັດຂອງ Facebook ໂດຍຜ່ານລະບົບ 2FA ຫຼື ການຢືນຢັນຕົວ 2 ຂັ້ນຕອນນັ້ນເອງ.

ສ່ວນ NodeStealer ໄດ້ຖືກຄົ້ນພົບໃນ Facebook ໃນເດືອນມັງກອນທີ່ຜ່ານມາ. ໂດຍມີເປົ້າໝາຍ ແຮັກການບໍລິການອອນລາຍອື່ນໆໂດຍຜ່ານຕົວທ່ອງເວັບຂອງເວັບບຣາວເຊີ ເຊັ່ນ: Gmail ຫຼື YouTube ເປັນຕົ້ນ, ເມື່ອບໍ່ດົນມານີ້ Meta ໄດ້ສະກັດການເຂົ້າເຖິງຂອງມັນໄປແລ້ວ.

ເຖິງແມ່ນວ່າທັງ Duckrail ແລະ NodeStealer ຈະຖືກຄົ້ນພົບ ແລະ ໄດ້ຮັບການແກ້ໄຂມາແລ້ວ ແຕ່ທາງຜູ້ພັດທະນາ Malware ເຫຼົ່ານີ້ ແລະ ລາຍອື່ນໆ ກໍຍັງຄົງລັກລອບພັດທະນາໃຫ້ມັນມີຄວາມອັນຕະລາຍຂຶ້ນ ແລະ ນຽນກວ່າເກົ່າຢູ່ສະເໝີ ໂດຍກ່ອນໜ້ານີ້ເຄີຍແຝງຕົວເຂົ້າໄປໃນໂປຣແກຣມດັງໆຢ່າງ MSI Afterburner ຫຼື ເກມຢ່າງ Roblox ແລະ Cyberpunk 2077 ມາແລ້ວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/