ປະເທດຄອງໂກ ເກີດນໍ້າຖ້ວມຄັ້ງໃຫຍ່ ເສຍຊີວິດກວ່າ 400 ຄົນ ໃນຂະນະທີ່ອີກເກືອບ 6.000 ຄົນຍັງຫາຍສາບສູນ


ທາງການຂອງ ສາທາລະນະລັດ ປະຊາທິປະໄຕ ຄອງໂກ ລາຍງານວ່າວັນທີ 9 ພຶດສະພາ ໄດ້ເກີດໄພນໍ້າຖ້ວມຄັ້ງໃຫຍ່ທາງພາກຕາເວັນອອກ ຕາມພູດອຍຂອງແຂວງ ຄິວູ (Kivu) ແລະ ໄດ້ພັດລົງມາທຳລາຍບ້ານເຮືອນຕາມແຄມແມ່ນໍ້າ Nyamukubi ​ແລະ Bushushu  ເປັນເຫດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 400 ຄົນ ແລະ ອີກກວ່າ 5.500 ຄົນຍັງຄົງຫາຍສາບສູນ ນັບເປັນໜຶ່ງໃນເຫດໄພພິບັດທາງທຳມະຊາດທີ່ຮຸນແຮງທີ່ສຸດໃນປະຫວັດສາດຂອງ ຄອງໂກ.

ບັນດາເຈົ້າໜ້າທີ່ໜ່ວຍກູ້ໄພກຳລັງລະດົມກຳລັງ ເພື່ອຊ່ວຍຜູ້ປະສົບໄພຈາກນໍ້າຖ້ວມຄັ້ງນີ້ຢ່າງຕໍ່ເນື່ອງ ເຈົ້າໜ້າທີ່ທາງການຄາດວ່າຜູ້ເສຍຊີວິດ ແລະ ຜູ້ສູນຫາຍຈະເພີ່ມຂຶ້ນອີກເລື້ອຍໆໃນອະນາຄົດ. ທາງທີມຊ່ວຍເຫຼືອທັງໝົດກຳລັງປະຕິບັດໜ້າທີ່ແຂ່ງຂັນກັບເວລາທີ່ມີຊີວິດຂອງຜູ້ປະສົບໄພ ເປັນເດີມພັນ.

ເບື້ອງຕົ້ນລັດຖະບານ ຄອງໂກ ໄດ້ນຳເຄື່ອງອຸປະກອນອຸປະໂພກ ບໍລິໂພກ ມາແຈກຢາຍໃຫ້ກັບບັນດາຜູ້ປະສົບໄພ ພ້ອມທັງຈັດສັນງົບປະມານເບື້ອງຕົ້ນເພື່ອຊ່ວຍເຫຼືອ ໂຮງໝໍໃນທ້ອງຖິ່ນ ລວມເຖິງຄອບຄົວຜູ້ໄດ້ຮັບຜົນກະທົບຈາກເຫດການຄັ້ງນີ້ ຈຳນວນ 200 ຄອບຄົວ ຄອບຄົວລະປະມານ 1.100 ໂດລາ.

ອົງການກາແດງສາກົນປະເມີນວ່າຫຼາຍກວ່າ 8.000 ຊີວິດໃນຄອງໂກ ຕ້ອງການຄວາມຊ່ວຍເຫຼືອແບບຮີບດ່ວນ. ພ້ອມນັ້ນຄວາມຊ່ວຍເຫຼືອຈາກອົງການຈັດຕັ້ງສາກົນອາດຈະມີຄວາມຫຍຸ້ງຍາກເຊັ່ນກັນ ເນື່ອງຈາກຂໍ້ຈຳກັດໃນການເຂົ້າເຖິງ ແລະ ການຂາດແຄນຊັບພະຍາກອນ.

ຜູ້ຊ່ຽວຊານດ້ານສິ່ງແວດລ້ອມເຜີຍວ່າ ລະດັບຄວາມເສຍຫາຍຈາກໄພພິບັດທໍາມະຊາດນີ້ສະທ້ອນໃຫ້ເຫັນເຖິງຄວາມອ່ອນແອຂອງປະຊາຊົນຕໍ່ວິກິດການ ການປ່ຽນແປງດິນຟ້າອາກາດໃນທົ່ວໂລກໃນຫຼາຍໆດ້ານ, ໂດຍສະເພາະໃນທະວີບອາຟຣິກາ, ບ່ອນທີ່ການວາງແຜນຕົວເມືອງແລະພື້ນຖານໂຄງລ່າງ ທີ່ບໍ່ມີປະສິດທິພາບ. ໝາຍຄວາມວ່າຫຼາຍເມືອງໃນອາຟຣິກາ ອາດຈະບໍ່ສາມາດອົດທົນຕໍ່ສະພາບການທີ່ມີຄວາມວຸ້ນວາຍ ແລະ ຮຸນແຮງຂຶ້ນເລື້ອຍໆແບບນີ້ໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/