ພາມາຮູ້ຈັກກັບ ນ້ອງນ້ຳຝົນ ໄວໜຸ່ມລາວຜູ້ມີຄວາມສາມາດດ້ານວົງການບັນເທີງ


ສຸກທະໄຊ ພຸດທະວົງ ຫຼື ນ້ຳຝົນ ອາຍຸ 18 ປີ (ສາວແຂວງຄຳມ່ວນ) ໄວໜຸ່ມຜູ້ມີຄວາມສາມາດໂດດເດັ່ນທາງດ້ານວົງການບັນເທີງ ເຄີຍມີປະສົບການຜ່ານເວທີນາງງາມມາແລ້ວ, ພ້ອມກັນນີ້ ຍັງໄດ້ເປັນນາງສາວປະຕິທິນໃນປີທີ່ຜ່ານມາອີກດ້ວຍ. ນອກຈາກນີ້ ກໍຍັງມີແບຣນເຄື່ອງໃຊ້ສຳອາງ ທີ່ເຮັດເປັນທຸລະກິດຂະໜາດນ້ອຍກັບທາງຄອບຄົວ.

ກ່ອນຈະເຂົ້າວົງການນ້ອງນ້ຳຝົນໄດ້ລົງປະກວດ Miss Teen Laos ປີ 2021 ແຕ່ໄດ້ເລື່ອນປະກວດໃນປີ 2022 ເນື່ອງຈາກການແຜ່ລະບາດໂຄວິດໄລຍະນັ້ນ, ໃນການປະກວດ “ນ້ຳຝົນ” ໄດ້ຮາງວັນ Miss Teen Best Model 2022 ແລະ Top 6 Miss Teen Laos. ຈາກນັ້ນ ກໍໄດ້ມີຜູ້ໃຫ້ການສະໜັບສະໜູນ ໂດຍໄດ້ຕິດຕໍ່ໃຫ້ຖ່າຍນາງສາວປະຕິທິນ ເມື່ອເຫັນໂອກາດຈຶ່ງໄດ້ຄວ້າເອົາໄວ້ ເປັນປະຕິທິນສະຖາບັນຈຸລະພາກ. ຫຼ້າສຸດ ກໍຍັງມີການຮັບງານສາຍເດີນແບບ ເຊິ່ງເດີນໃຫ້ຫ້ອງເສື້ອ TYNA Inspiration of silk.

ພ້ອມກັນນີ້ ກໍຍັງມີຖ່າຍຣີວິວສິນຄ້າຕ່າງໆ, ພິເສດສຸດ ແມ່ນມີແບຣນກັບຄອບຄົວ ເຊິ່ງເປັນແບຣນສະປາ ມີສະບູ່ ມີລິບສະຕິກ ເປັນສູດທີ່ຄົ້ນຄິດເອງໂດຍເອື້ອຍຂອງນ້ອງນ້ຳຝົນເອງ.  ບາງຄັ້ງກໍໄດ້ອອກບູ໊ດຂາຍສິນຄ້າໃນສະຖານທີ່ຕ່າງໆ ເປັນຕົ້ນແມ່ນມີງານ ບາງຄັ້ງກໍມີຮ້ານຕິດຕໍ່ມາໃຫ້ເອົາເຄື່ອງໄປວາງຈຳໜ່າຍ.

ຜະລິດຕະພັນນີ້ ຈະເນັ້ນຄຸນະພາບເປັນຫຼັກ ມີສິລະປະລວດລາຍທີ່ເປັນເອກະລັກ ແລະ ມີຄວາມແຕກຕ່າງກັນໃນແຕ່ລະຊຸດ ແລະ ໄດ້ເຮັດເອງ ຄິດສູດເອງ ເນື່ອງຈາກເອື້ອຍຂອງນ້ຳຝົນຈົບມາຈາກສາຍນີ້ໂດຍສະເພາະ, ສິນຄ້າຫຼັກໆແມ່ນສະບູກັບເກືອສະປາ. ເປັນແບຣນຄອສເມຕິກຂອງຄົນລາວ ໂດຍສີມືຄົນລາວ ຜະລິດຕະພັນຂອງພວກເຂົາຜະລິດມາຈາກວັດຖຸດິບທຳມະຊາດ ເຊິ່ງໃນປັດຈຸບັນທາງແບຣນມີສິນຄ້າໃຫ້ທຸກຄົນໄດ້ເລືອກຊື້-ເລືອກໃຊ້ກັນແລ້ວທັງ ສະບູນ້ຳມັນທຳມະຊາດ ແບບແຮນເມດ ແລະ ເກືອສະປາສຳລັບແຊ່ຕົວ-ແຊ່ຕີນ ເພື່ອຜ່ອນຄາຍອາລົມ ແລະ ຮ່າງກາຍ.

ຍັງບໍ່ໝົດເທົ່ານີ້ ນ້ອງນ້ຳຝົນຍັງເປັນເດັກເຝິກຂອງຄ້າຍ A-List Talent Agency ເວົ້າໄດ້ເລີຍວ່ານ້ອງກຳລັງເຝິກ ແລະ ເພີ່ມທັກສະຄວາມສາມາດ ຮ້ອງ-ເຕັ້ນ-ການສະແດງ ເພື່ອກ້າວເຂົ້າສູ່ວົງການບັນເທີງແບບເຕັມຕົວ ແລະ ຈະໄດ້ເຫັນບົດບາດຂອງນ້ອງໃນດ້ານການສະແດງຢ່າງແນ່ນອນ ຕ້ອງຕິດຕາມກັນໃນອະນາຄົດ. ຖືໄດ້ວ່າເປັນໄວໜຸ່ມອີກຄົນໜຶ່ງ ທີ່ຄົ້ນພົບຕົນເອງຕອນອາຍຸຍັງໜຸ່ມນ້ອຍ ກ້າເຮັດກ້າສະແດງອອກ ສາມາດເຮັດໃຫ້ຕົນເອງມີຄວາມປ່ຽນແປງໄປໃນທາງທີ່ໃຈມັກ ແລະ ຍັງເຮັດໃຫ້ຕົນເອງມີລາຍໄດ້ຕັ້ງແຕ່ອາຍຸພຽງຫຼັກສິບ ອະນາຄົດເຊື່ອວ່າ ຄວາມສາມາດຂອງນ້ອງຈະສາມາດຕໍ່ຍອດຂຶ້ນໄປໄດ້ເລື້ອຍໆ.

ຂອບໃຈບົດສຳພາດຈາກນ້ອງນ້ຳຝົນ:

https://bit.ly/3NwAKRm

ສາມາດເບິ່ງຜະລິດຕະພັນໄດ້ທີ່:

https://bit.ly/3LshK3N

ຫ້ອງເສື້ອ TYNA Inspiration of silk: https://bit.ly/3LxRWmT

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/