ມົນລະພິດທາງອາກາດສາມາດເປັນປັດໄຈສຳຄັນທີ່ເຮັດໃຫ້ເກີດຄວາມຄຽດ ແລະ ຊຶມເສົ້າ


ຜູ້ຊ່ຽວຊານດ້ານສານພິດ ແລະ ນັກວິທະຍາສາດລະບົບປະສາດ Lilian Calderón-Garcidueñas ຮ່ວມກັບມະຫາວິທະຍາໄລ Universidad del Valle de México ໃນເມັກຊິໂກຊິຕີ້ ແລະ ມະຫາວິທະຍາໄລ Montana, ໄດ້ສຶກສາຄົ້ນຄວ້າມສະໝອງຂອງຄົນ 203 ຄົນທີ່ອາໄສຢູ່ໃນເມືອງເມັກຊິໂກ. ໃນນັ້ນມີພຽງຄົນດຽວທີ່ບໍ່ສະແດງອາການເສື່ອມສະພາບຂອງລະບົບປະສາດ, ຈຶ່ງເຮັດໃຫ້ສາມາດສະຫຼຸບໄດ້ວ່າການສໍາຜັດກັບມົນລະພິດທາງອາກາດມີຜົນກະທົບຕໍ່ລະບົບການດົມກິ່ນຂອງປະຊາຊົນໃນອາຍຸຍັງນ້ອຍ ແລະ ອາດຈະເຮັດໃຫ້ພວກເຂົາມີຄວາມສ່ຽງຕໍ່ໂຣກກ່ຽວກັບລະບົບປະສາດເສື່ອມຫຼາຍຂຶ້ນເຊັ່ນ: Alzheimer ແລະ Parkinson’s.

Calderón-Garcidueñas ກ່າວວ່າ ສານທີ່ກໍ່ໃຫ້ເກີດມົນລະພິດທີ່ມີບົດບາດສຳຄັນຄື Particulate matter ເຊິ່ງມີຂະໜາດນ້ອຍພໍທີ່ຈະຂ້າມຜ່ານເເນວກັ້ນຂອງພວກເຮົາໄດ້.

ໂດຍພວກເຮົາສາມາດກວດພົບອະນຸພາກນາໂນໃນເຊລປະສາດ, glial, epithelial ເເລະ ຍັງເຫັນສິ່ງທີ່ບໍ່ຄວນຈະມີຢູ່ໃນຮ່າງກາຍອີກເຊັ່ນ: Titanium, ເຫຼັກ ແລະ ທອງແດງ.

ໃນການຄົ້ນຄວ້ານີ້ສະເເດງໃຫ້ເຫັນວ່າອະນຸພາກຂະໜາດນ້ອຍສາມາດລອດຜ່ານລະບົບການກັ່ນຕອງຂອງຮ່າງກາຍເມື່ອຫາຍໃຈເຂົ້າທາງດັງ ແລະ ປາກເເລ້ວເດີນທາງ ເຂົ້າໄປສູ່ສະໝອງໂດຍກົງ. ໂດຍອະນຸພາກທີ່ມີຄວາມລະອຽດເຫຼົ່ານີ້ ມາຈາກຄວັນໄອເສຍຈາກນ້ຳມັນດີເຊວ, ຄວັນ, ຝຸ່ນລະອອງ ແລະ ຄວັນໄຟປ່າ ຫຼື ເເຫຼ່ງທີ່ມີການສັນຈອນໄປມາຫຼາຍ.

ນອກຈາກນີ້ ຜົນຈາກການສຶກສາຫຼ້າສຸດຍັງພົບວ່າ ມົນລະພິດທາງອາກາດ PM2.5 ເພີ່ມຄວາມສ່ຽງຕໍ່ອາການຊຶມເສົ້າ ແລະ ການຂ້າຕົວຕາຍ, ການລົດຜ່ອນມົນລະພິດໃຫ້ລົງມາທີ່ລະດັບມາດຕະຖານຂອງ EU ຈະມີຜົນປະໂຫຍດຢ່າງຫຼວງຫຼາຍ. ໂດຍສາມາດທີ່ຈະປ້ອງກັນໂຣກຊຶມເສົ້າໄດ້ເຖິງ 15%, ອີງຕາມຂໍ້ມູນຈາກ WHO ພົບວ່າໃນທົ່ວໂລກມີ 264 ລ້ານຄົນເປັນໂຣກຊຶມເສົ້ານີ້ ເເລະ ໃນແຕ່ລະປີຜູ້ທີມີອາການຊຶມເສົ້າຈະຂ້າຕົວຕາຍປະມານ 800.000 ຄົນ.

ການສະຫຼຸບຜົນກະທົບຂອງມົນລະພິດທາງອາກາດທີ່ມີຕໍ່ສະໝອງນັ້ນ ມີຄວາມຫຍຸ້ງຍາກຫຼາຍກວ່າອະໄວຍະວະອື່ນໆ ເນື່ອງຈາກເປັນສ່ວນທີ່ບໍ່ສາມາດເຂົ້າເຖິງໄດ້, ດັ່ງນັ້ນ ຈຶ່ງບໍ່ມີການຄົ້ນຄ້ວາຢ່າງລະອຽດ.

ຢ່າງໃດກໍຕາມ, ຜົນງານການຄົ້ນຄວ້າຂອງ Calderón-Garcidueñas ກໍສະເເດງໃຫ້ເຫັນວ່າ ມົນລະພິດທາງອາກາດນັ້ນສາມາດເຂົ້າສູ່ສະໝອງໄດໂດຍກົງຜ່ານອາດກາດທີ່ເຮົາຫາຍໃຈເອົາ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/