ຫວຍພັດທະນາ ມອບເງິນພັນທະໃຫ້ລັດຫຼາຍກວ່າ 218 ຕື້ກີບ


ທ່ານ ຄໍາເຜັ່ນ ບຸບຜາວົງ ຜູ້ອໍານວຍການບໍລິສັດລັດວິສາຫະກິດ ຫວຍພັດທະນາ ໄດ້ໃຫ້ຮູ້ວ່າ ໃນປີ 2022 ຜ່ານມາ ລັດວິສາຫະກິດຫວຍພັດທະນາສາມາດປະຕິບັດລາຍຮັບໄດ້ 355,93 ຕື້ກີບ ຫຼື ເທົ່າກັບ 150,81% ຂອງແຜນການປີ 2022 ລື່ນແຜນທີ່ຕັ້ງໄວ້ 50,81% ໃນນັ້ນໄດ້ມອບພັນທະງົບປະມານໃຫ້ລັດ 218,80 ຕື້ກີບ ຫຼື ເທົ່າກັບ 157,16% ຂອງແຜນການ ລື່ນແຜນການປີ 57,16%.

ສໍາລັບການເຄື່ອນໄຫວດໍາເນີນທຸລະກິດປະຈໍາງວດ I (3 ເດືອນຕົ້ນປີ 2023) ດ້ານລາຍຮັບປະຕິບັດໄດ້ 116,21 ຕື້ກີບ ຫຼື ເທົ່າກັບ 130,24% ຂອງແຜນການ ລື່ນແຜນການປີ 30,24% ມອບພັນທະໃຫ້ລັດ 57,61 ຕື້ກີບ ຫຼື ເທົ່າກັບ 146,48% ຂອງແຜນການ ລື່ນແຜນການປີ 46,48% ຄຽງຄູ່ກັບວຽກງານການດໍາເນີນທຸລະກິດບໍລິສັດຍັງໄດ້ເອົາໃຈໃສ່ການປະກອບສ່ວນຊ່ວຍເຫຼືອສັງຄົມເປັນຕົ້ນວຽກງານສຶກສາ ສາທາ ສະມາຄົມຄົນພິການ ແລະ ອື່ນໆ ປີ 2022 ລວມມູນຄ່າ 3,60 ຕື້ກີບ.

ຈາກຜົນງານດັ່ງກ່າວສະແດງໃຫ້ເຫັນເຖິງການດໍາເນີນທຸລະກິດຫວຍພັດທະນາມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນເທື່ອລະກ້າວ ແລະ ຜົນງານທີ່ຍາດມາໄດ້ນັ້ນຍ້ອນມີການຊີ້ນໍາ-ນໍາພາຂອງຂັ້ນເທິງກໍຄືກະຊວງການເງິນ ແລະ ພາກສ່ວນກ່ຽວຂ້ອງທີ່ອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວດໍາເນີນທຸລະກິດ. ນອກຈາກນີ້ບັນດາຕົວແທນຈໍາໜ່າຍຫວຍພັດທະນາປະຕິບັດຕາມລະບຽບຫຼັກການຂອງການຈັດຕັ້ງວາງອອກ ແລະ ສັງຄົມມີຄວາມເຊື່ອໝັ້ນໃຫ້ ການສະໜັບສະໜູນຫວຍຂອງລັດຕາມເຫື່ອແຮງ ແລະ ຄວາມສາມາດ.

ສໍາລັບທິດທາງແຜນການຕໍ່ໜ້າ ໂດຍສະເພາະໃນໄຕມາດທີ II ບໍລິສັດລັດ ວິສາຫະກິດ ຫວຍພັດທະນາ ຈະສືບຕໍ່ສູ້ຊົນຈັດຕັ້ງປະຕິບັດການດໍາເນີນທຸລະກິດໃຫ້ໄດ້ຕາມແຜນການ ແລະ ລື່ນແຜນການປະກອບສ່ວນມອບພັນທະເຂົ້າງົບປະມານໃຫ້ລັດແຕ່ລະປີເພີ່ມຂຶ້ນເລື້ອຍໆ ປະກອບສ່ວນຊ່ວຍເຫຼືອສັງຄົມຕາມທ່າແຮງ ແລະ ດໍາເນີນທຸລະກິດດ້ວຍຄວາມໂປ່ງໃສ ແລະ ທັນສະໄໝ ໂດຍສະເພາະຈະໄດ້ທົດລອງພິມ-ຈໍາໜ່າຍຫວຍພັດທະນາຜ່ານແອັບມືຖື (Mobile Application) ຂອງບໍລິສັດລັດໃນໄລຍະ 1 ປີ.

ຂອບໃຈຂໍ້ມູນຈາກ: https://bit.ly/44JpF5z

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/