ໃນມື້ທີ່ໂລກໂຫດຮ້າຍ ຈົ່ງເປັນຄົນດຽວທີ່ອ່ອນໂຍນຕໍ່ຕົນເອງ


ເປັນແນວໃດແດ່ທຸກຄົນ? ການເດີນທາງໃນປີ 2023 ຜ່ານມາເກືອບເຄິ່ງປີແລ້ວ. ເປັນໄປບໍ່ໄດ້ທີ່ພວກເຮົາຈະມີຄວາມສຸກໄດ້ທຸກມື້, ຄົງຈະມີບາງມື້ທີ່ບໍ່ສົມຫວັງ, ເສຍໃຈ, ອິດເມື່ອຍ, ໂດດດ່ຽວ ແລະ ຂາດກຳລັງໃຈ. ແຕ່ບໍ່ວ່າຈະເກີດຫຍັງຂຶ້ນ ພວກເຮົາຢາກຂໍເວລາຈາກທຸກຄົນພັກຊົ່ວຄາວ ແລ້ວຫັນມາໂອບກອດຕົນເອງ, ໃຊ້ເວລາລົມກັບຕົນເອງຜ່ານບົດຄວາມນີ້ໄປນຳກັນ. 

ໃນໂລກທີ່ກວ້າງໃຫຍ່ ເຮົາອາດຮູ້ສຶກໂດດດ່ຽວ ຫຼຽວຫາໃຜກໍບໍ່ມີໃຜຮັບຟັງ ບາງຄົນອາດຕ້ອງພະຍາຍາມເຂັ້ມແຂງແຕ່ໃນໃຈແຕກສະຫຼາຍ, ບາງຄົນພະຍາຍາມໂອບກອດທຸກເລື່ອງໃນຊີວິດຈົນລືມຫັນມາໂອບກອດຕົນເອງ. ຕອນນີ້ ເຮົາມາພັກເອົາແຮງກ່ອນດີບໍ່, ເມື່ອໃດທີ່ເຂັ້ມແຂງແລ້ວເຮົາຄ່ອຍມາເລີ່ມເປີດ Map ອອກເດີນທາງຕໍ່ນຳກັນ, ຕໍ່ໄປນີ້ ເຮົາຈະພາທຸກຄົນມາຟື້ນຟູຈິດໃຈໄປພ້ອມກັນ.  

  • ເປັນໝູ່ສະໜິດໃຫ້ຕົນເອງ

ສົມມຸດວ່າເຮົາເຫັນໝູ່ສະໜິດກຳລັງນັ່ງຮ້ອງໄຫ້ເສຍໃຈກັບສິ່ງທີ່ລາວຜິດຫວັງຢູ່ ເຮົາຢາກບອກຫຍັງກັບລາວ? ຢາກໃຫ້ກຳລັງໃຈຫຍັງລາວແດ່? ຢາກປະຕິບັດກັບລາວຄືແນວໃດ? ເມື່ອໄດ້ຄຳຕອບແລ້ວ ເຮົາລອງສົມມຸດຕົນເອງເປັນໝູ່ສະໜິດທີ່ກຳລັງຮ້ອງໄຫ້ເສຍໃຈຄົນນັ້ນ ແລະ ນຳເອົາສິ່ງທີ່ເຮົາຢາກບອກກັບໝູ່ມາບອກຕົນເອງ ເພາະໝູ່ສະໜິດທີ່ຕ້ອງການກຳລັງໃຈທີ່ສຸດ ອາດແມ່ນຄົນທີ່ກຳລັງຢືນຢູ່ຕໍ່ໜ້າແວ່ນຕອນນີ້ກໍໄດ້.

  • ຢ່າກົດດັນ, ຢ່າຕຳໜິຕົນເອງຂະໜາດນັ້ນ

ເຮົາອາດເຄີຍໄດ້ຍິນປະໂຫຍກນີ້ “ອາຍຸສ່ຳນີ້…ຕ້ອງມີເຮືອນ, ມີລົດ, ມີຄອບຄົວ…” ເຂົ້າໄປເບິ່ງ Facebook ກໍເຫັນໝູ່ຮຸ່ນດຽວກັນປະສົບຄວາມສຳເລັດເຕັມໄປໝົດ ແຕ່ເປັນຫຍັງເຮົາຈຶ່ງເປັນຄົນດຽວທີ່ຍັງຢູ່ບ່ອນເກົ່າ? ເຮົາອາດເຄີຍຕັ້ງຄຳຖາມນີ້ກັບຕົນເອງ, ຢຽບຄັນເລັ່ງຊີວິດຈົນເຕັມສະປີດ ທັ້ງໆທີ່ຮູ້ດີວ່າການເລັ່ງໄວເກີນໄປມັນອັນຕະລາຍ ເພາະມັນຈະກາຍເປັນການສ້າງແຮງກົດດັນທີ່ໜັກໜ່ວງໃຫ້ຕົນເອງ. ຄວາມຈິງແລ້ວ ທຸກຄົນຕ່າງກໍມີເງື່ອນໄຂ ແລະ ຈັງຫວະຊີວິດທີ່ຕ່າງກັນ, ຢ່າສູນເສຍກຳລັງໃຈໄປກັບການປຽບທຽບຄົນອື່ນ ຈົນບໍ່ຫຼົງເຫຼືອຄວາມພູມໃຈໃດໆໃຫ້ກັບຕົນເອງເລີຍ, ຈົ່ງເຊື່ອໝັ້ນຕົນເອງວ່າທຸກຄົນສາມາດປະສົບຄວາມສຳເລັດໄດ້ໃນເວລາໃດໜຶ່ງຂ້າງໜ້າ.

Donald Fisher ຜູ້ກໍ່ຕັ້ງແບຣນເສື້ອຜ້າຍີ່ຫໍ້ Gap ປະສົບຄວາມສຳເລັດຕອນອາຍຸ 40 ປີ,

Henry Ford ຜູ້ກໍ່ຕັ້ງບໍລິສັດ Ford ປະສົບຄວາມສຳເລັດສູງສຸດໃນຊີວິດຕອນອາຍຸ 45 ປີ,

Taikichiro Mori ຜູ້ກໍ່ຕັ້ງບໍລິສັດ Mori Building ແລະ ເປັນນັກລົງທຶນໃນອະສັງຫາລິມະຊັບຄົນດັງຂອງໂລກ ປະສົບຄວາມສຳເລັດໃນໄວອາຍຸ 51 ປີ,

Ray Kroc ຜູ້ກໍ່ຕັ້ງແບຣນຟາສຟູດ McDonald’s ຊື່ດັງຂອງໂລກ ປະສົບຄວາມສຳເລັດໃນໄວອາຍຸ 52 ປີ,

Harry Bernstein ນັກຂຽນຊື່ດັງທີ່ກ່ອນໜ້ານີ້ເຄີຍຖືກປະຕິເສດການຕີພິມມານັບຄັ້ງບໍ່ຖ້ວນ ແຕ່ປຶ້ມຂອງນາງປະສົບຄວາມສຳເລັດຈົນມີຊື່ສຽງຄັ້ງທຳອິດຕອນທີ່ອາຍຸໄດ້ 96 ປີ.

“ມັນບໍ່ຊ້າເກີນໄປ ທີ່ຈະເປັນໃນສິ່ງທີ່ເຈົ້າຢາກເປັນ”   

“It is never too late to be what you might have been” ===George Eliot ====

  • “ຜິດຫວັງ” ບໍ່ໄດ້ໝາຍຄວາມວ່າເຮົາ “ບໍ່ເກັ່ງ”

ບາງຄັ້ງໂຊກຊະຕາກໍມັກຢອກເຮົາຫຼິ້ນດ້ວຍການມອບບົດທົດສອບຍາກໆມາໃຫ້ເຝິກຝົນ, ມັນກໍຄືກັບການແກ້ໂຈດໃນຫ້ອງຮຽນ ເຮົາມັກຈະຖືກທົດສອບຊ້ຳໆຈົນກວ່າເຮົາຈະຫາທາງແກ້ໂຈດໄດ້, ອຸປະສັກໃນຊີວິດກໍບໍ່ຕ່າງກັນ ການທີ່ເຮົາຜິດຫວັງ ຫຼື ບໍ່ຊະນະ ບໍ່ໄດ້ໝາຍຄວາມວ່າເຮົາບໍ່ເກັ່ງ ພຽງແຕ່ເຮົາຕ້ອງເຝິກຝົນໃຫ້ຫຼາຍຂຶ້ນ, ຫາວິທີແກ້ໂຈດຫຼາຍວິທີ ສຸດທ້າຍແລ້ວເຮົາກໍຈະພົບທາງອອກສະເໝີ ແລະ ເມື່ອເຮົາຜ່ານມັນມາໄດ້ ເຮົາຈະກາຍເປັນຄົນໃໝ່ທີ່ບໍ່ແມ່ນຄົນເດີມໃນຕອນເຝິກແກ້ໂຈດອີກຕໍ່ໄປ. 

  • ບໍ່ຕ້ອງເກັບທຸກຢ່າງມາຄິດກໍໄດ້

ຄຳເວົ້າທີ່ເປັນພະລັງງານລົບ, ຄວາມສຳພັນທີ່ເປັນພິດ (Toxic Relationship) ຈາກຄົນອ້ອມຂ້າງ ມອງຂ້າມໄປແດ່ກໍດີ, ເລືອກເກັບແຕ່ສິ່ງທີ່ເປັນພະລັງງານບວກໄວ້ກໍພໍ.

  • ຫາເວລາພັກຈາກສັງຄົມອອນລາຍ (Social Detox) 

ການງົດໃຊ້ສື່ສັງຄົມອອນລາຍ ເຊັ່ນ: Facebook, Instagram ຕ່າງໆ ໄປໄລຍະໃດໜຶ່ງ ຈະຊ່ວຍໃຫ້ເຮົາລົດຜ່ອນຄວາມຄຽດ ແລະ ຄວາມວິຕົກກັງວົນຈາກການຮັບຮູ້ຂໍ້ມູນທີ່ຫຼາຍເກີນໄປ ແລະ ຊ່ວຍໃຫ້ເຮົາເຫັນຄຸນຄ່າຕໍ່ທຸກສິ່ງອ້ອມຂ້າງ ລວມທັງຕົນເອງໄດ້ຫຼາຍຂຶ້ນ. ການພັກຈາກສັງຄົມອອນລາຍ ອາດເຮັດໄດ້ດ້ວຍການກຳນົດເວລາໃນການຫຼິ້ນສື່ອອນລາຍໃຫ້ຕົນເອງ ເຊັ່ນ: ຈະຫຼິ້ນບໍ່ເກີນ 2 ຊົ່ວໂມງຕໍ່ມື້ ເປັນຕົ້ນ.

  • ກ່າວຂອບໃຈຕົນເອງ

ການຂອບໃຈຕົນເອງ ແມ່ນວິທີໜຶ່ງທີ່ຊ່ວຍໃຫ້ເຫັນຄຸນຄ່າຂອງຕົນເອງ ໃນໜຶ່ງມື້ລອງບອກກັບຕົນເອງເຖິງເລື່ອງທີ່ຢາກຂອບໃຈຫຼາຍທີ່ສຸດ ຕົວຢ່າງເຊັ່ນ: ຂອບໃຈທີ່ເຮົາອົດທົນບໍ່ສະແດງອາລົມຢາກຮ້າຍອອກໄປ,​ ຂອບໃຈທີ່ຕົນເອງຮອດເຮືອນປອດໄພ, ຂອບໃຈທີ່ຕົນເອງຍອມລຸກໄປອອກກຳລັງກາຍ ເປັນຕົ້ນ.

ສະນັ້ນ, ໃນຕະຫຼອດເຄິ່ງປີທີ່ຜ່ານມາ ເຮົາລອງທົບທວນເບິ່ງວ່າເຮົາຢາກຂອບໃຈຕົນເອງເລື່ອງໃດຫຼາຍທີ່ສຸດ?

ມາຮອດນີ້ ພວກເຮົາຫວັງວ່າເຄິ່ງປີຫຼັງຈາກນີ້ໄປ ທຸກຄົນຈະກັບມາເຂັ້ມແຂງຂຶ້ນ, ມີກຳລັງໃຈຫຼາຍຂຶ້ນ, ພ້ອມທີ່ຈະເປີດແຜນທີ່ຊີວິດ (Map) ເພື່ອກຽມພ້ອມອອກເດີນທາງສູ່ເປົ້າໝາຍຂອງຕົນໄປພ້ອມກັນ;.  

ແຫຼ່ງຂໍ້ມູນອ້າງອີງ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/