ອົງການສະຫະປະຊາຊາດ ກຽມຖອນຕົວອອກຈາກປະເທດ ອັບການິສຖານ ຫາກບໍ່ສາມາດອະນຸມັດໃຫ້ແມ່ຍິງມີສິດໃນການເຮັດວຽກ


ພາຍຫຼັງທີ່ກຸ່ມຕາລີບັນ ເຂົ້າມາມີອິດທິພົນໃນການປົກຄອງປະເທດ ແລະ ຊຸກຍູ້ອຳນາດການປົກຄອງໂດຍເພດຊາຍເປັນຫຼັກ. ພາຍໃນ ເດືອນ ທັນວາ 2022 ທາງກຸ່ມຕາລີບັນ ແມ່ນໄດ້ອອກມາປະກາດໃຫ້ມີການຫ້າມບໍ່ໃຫ້ແມ່ຍິງ ມີການເຮັດວຽກກັບບັນດາອົງກອນທີ່ບໍ່ສະແຫວງຫາຜົນກຳໄລ (NGOs), ຄຳສັ່ງດັ່ງກ່າວນີ້ ແມ່ນຖືກປະກາດພາຍຫຼັງຄໍາສັ່ງກ່ອນໜ້າ ທີ່ຫ້າມບໍ່ໃຫ້ແມ່ຍິງເຂົ້າຮັບການສຶກສາໃນຊັ້ນມະຫາວິທະຍາໄລ. ການກະທຳເຫຼົ່ານີ້ແມ່ນເຫັນວ່າເປັນການລະເມີດສິດທິຂັ້ນພື້ນຖານຂອງມະນຸດ ແລະ ຍັງໄດ້ຖືກກ່າວປະນາມຈາກທາງອົງການສະຫະປະຊາຊາດ (United Nations).

ທາງອົງການສະຫະປະຊາຊາດ ກໍມີການໃຊ້ເວລາເຈລະຈາຕໍ່ຮອງ ກັບ ຜູ້ນໍາກຸ່ມຂອງປະເທດ ອັບການິສຖານ ເປັນເວລາຫຼາຍເດືອນຫຼັງຈາກການປະກາດຄໍາສັ່ງ, ເພື່ອໂນ້ມນ້າວໃຫ້ພວກເຂົາຍຸຕິຄໍາສັ່ງດັ່ງກ່າວ ຕໍ່ການຫ້າມບໍ່ໃຫ້ແມ່ຍິງໃນເຂດທ້ອງຖິ່ນ ມີສິດໃນການເຮັດວຽກກັບອົງກອນ, ແຕ່ຖ້າຫາກການເຈລະຈາບໍ່ເປັນຜົນ ທາງ ອົງການສະຫະປະຊາຊາດ ກໍພ້ອມຕັດສິນໃຈທີ່ຈະຖອນອົງກອນອອກຈາກ ປະເທດ ອັບການິສຖານ ພາຍໃນເດືອນ ພຶດສະພາ ນີ້.

ການປົກຄອງຂອງກຸ່ມຕາລີບັນນັ້ນແມ່ນເຄີຍມີບົດບາດການປົກຄອງໃນຊຸມປີ 1990 ທີ່ຜ່ານມາ, ແລະ ໃນປີ 2021 ໄດ້ກັບມາກຸມອຳນາດທີ່ມີລະບົບຄວາມເຂັ້ມງວດອີກຄັ້ງ ໂດຍມີການສັງຫານໃນທີ່ສາທາລະນະ, ຈໍາກັດການເຂົ້າເຖິງລະບົບການສຶກສາ, ໂດຍສະເພາະແມ່ນການລົດຄວາມເທົ່າທຽມທາງເພດ ແລະ ຕໍ່ຕ້ານສິດທິຂອງແມ່ຍິງ. ໃນປັດຈຸບັນ ບໍ່ມີປະເທດໃດທີ່ຍອມຮັບ ກຸ່ມຕາລີບັນ ວ່າເປັນລັດຖະບານທີ່ຖືກກົດໝາຍ ແລະ ບ່ອນນັ່ງສະມາຊິກ ຂອງຕົວແທນປະເທດ ອັບການິສຖານ ໃນອົງການສະຫະປະຊາຊາດ ກໍຍັງຄົງເປັນຂອງອະດີດປະທານາທິບໍດີ ທ່ານ Ashraf Ghani.

ບັນດາອົງການຈັດຕັ້ງທີ່ຊ່ວຍເຫຼືອທາງດ້ານມະນຸດສະທຳ ແມ່ນໄດ້ຊ່ວຍເຫຼືອດ້ານສະບຽງອາຫານ, ການສຶກສາ ແລະ ການແພດໃຫ້ກັບຊາວອັບການິສຖານ ຕັ້ງແຕ່ໄລຍະການຢຶດຄອງຂອງກຸ່ມຕາລີບັນ, ໃນນັ້ນອັດຕາສ່ວນຂອງພະນັກງານທີ່ເປັນແມ່ຍິງ ເຫັນວ່າມີຫຼາຍເຖິງ 1 ສ່ວນ 3 ຂອງເຈົ້າໜ້າທີ່ໃນໜ່ວຍງານດ້ານການຊ່ວຍເຫຼືອ. ທາງກຸ່ມຕາລີບັນກໍຍັງຢືນຢັນທີ່ຈະບໍ່ຖອນຄໍາສັ່ງທີ່ຕົນເຄີຍປະກາດໄວ້ ເຖິງແມ່ນວ່າ, ຈະມີການກ່າວເຕືອນຈາກທາງລັດຖະບານຂອງສະຫະລັດອາເມຣິກາ ແລະ ສະມາຊິກຈາກຫຼາຍພາກສ່ວນ ເຕືອນໄວ້ວ່າຈະຕັດການຊ່ວຍເຫຼືອທີ່ຜ່ານມາ ຫາກບໍ່ຍົກເລີກຄໍາສັ່ງດັ່ງກ່າວ.

ການກ່າວປະກາດໃນຄັ້ງນີ້ຈະສົ່ງຜົນກະທົບຢ່າງເປັນວົງກວ້າງໃຫ້ກັບປະຊາກອນຈໍານວນ 28 ລ້ານຄົນ ຄິດເປັນອັດຕາສ່ວນ 2 ໃນ 3 ຂອງປະຊາກອນທັງໝົດ ຈະຕ້ອງຂາດຄວາມຊ່ວຍເຫຼືອຫຼາຍທີ່ສຸດໃນປີນີ້. ພ້ອມຍັງມີຂໍ້ມູນເພີ່ມເຕີມ ໃນເດືອນ ກຸມພາ ຈາກອົງກອນອິດສະຫຼະທີ່ບໍ່ສະແຫວງຫາຜົນກຳໄລ International Crisis Group ກ່າວວ່າ ແມ່ຍິງ ແລະ ເດັກຍິງ ມັກຈະໄດ້ຮັບການແບ່ງອາຫານຈາກຄອບຄົວໃນອັດຕາທີ່ໜ້ອຍທີ່ສຸດ, ສົ່ງຜົນຕໍ່ການເກີດຄວາມສ່ຽງຕໍ່ພາວະຂາດສານອາຫານ ແລະ ໂຣກໄພໄຂ້ເຈັບຕ່າງໆ.

ຈາກການໃຫ້ຂໍ້ມູນຂອງ ຕົວແທນອົງການ ສະຫະປະຊາຊາດ ທ່ານ Stéphane Dujarric ກ່າວວ່າ ບັນດາເຈົ້າໜ້າທີ່ທີ່ສັງກັດຢູ່ໃນ ອົງການສະຫະປະຊາຊາດປະຈໍາ ອັບການິສຖານ ຈໍານວນ 3.300 ຄົນ, ໃນນັ້ນ ມີເພດຍິງຢູ່ 600 ຄົນ ທີ່ຕ້ອງໄດ້ຍຸຕິການລາຍງານວຽກ ແລະ ຕ້ອງຢູ່ເຮືອນ ນັບຕັ້ງແຕ່ວັນທີ 12 ເມສາ ເປັນຕົ້ນມາ. ແຕ່ທັງນີ້ມັນກໍບໍ່ສາມາດຢຸດຄວາມມຸ່ງໝັ້ນຂອງເຈົ້າໜ້າທີ່ຍິງທຸກຄົນໄດ້, ເພາະພວກເຂົາຍັງຄົງສືບຕໍ່ເຮັດວຽກຢູ່ເຮືອນ ແລະ ຍັງຮັບຄ່າຕອບແທນການຈ້າງງານ.

ທ່ານ Achim Steiner ຜູ້ອໍານວຍໂຄງການສະຫະປະຊາຊາດເພື່ອການພັດທະນາ (UNDP) ກ່າວວ່າ: “ຂ້າພະເຈົ້າບໍ່ສາມາດຈະອະທິບາຍຄໍາອື່ນໃດໄດ້ ນອກຈາກຄວາມເຈັບປວດໃຈ, ຂ້າພະເຈົ້າໝາຍຄວາມວ່າ, ຖ້າຫາກຕ້ອງຈິນຕະນາການຄອບຄົວຂອງອົງການສະຫະປະຊາຊາດຈະບໍ່ໄດ້ຢູ່ ໃນ ອັບການິສຖານ ໃນມື້ນີ້, ສິ່ງທີ່ຂ້າພະເຈົ້າຄິດພາບອອກນັ້ນກໍຄື ເດັກຍິງ, ເດັກຊາຍ, ພໍ່, ແມ່ ທີ່ມີຄວາມສຳຄັນນັບລ້ານຄົນ ແມ່ນຈະບໍ່ມີອາຫານກິນທີ່ພຽງພໍ”.

ເຖິງແມ່ນວ່າການໄກ່ເກ່ຍເຈລະຈານັ້ນ ຈະໃຊ້ເວລາໄປຫຼາຍເດືອນແລ້ວກໍຕາມ ຜົນທີ່ໄດ້ກໍຍັງບໍ່ມີທ່າທາງທີ່ຈະປະສົບຜົນສຳເລັດ, ຈຶ່ງເປັນຜົນໃຫ້ຫຼາຍໜ່ວຍງານມີການລະງັບການດໍາເນີນງານ. ມີພຽງກຸ່ມຂອງ ອົງການສະຫະປະຊາຊາດ ແລະ ອົງກອນດ້ານມະນຸດສະທຳອື່ນໆ ທີ່ຍັງພະຍາຍາມສືບຕໍ່ໃຫ້ຜູ້ຍິງເຮັດວຽກໃນບາງຂໍ້ຍົກເວັ້ນສ່ວນໜ້ອຍ ດ້ານວຽກງານດ້ານສຸຂະພາບ, ການສຶກສາ ແລະ ໂພຊະນາການ.

ແຫຼ່ງຂໍ້ມູນ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/