Creators ມີເຮ! Facebook ເປີດໃຫ້ສ້າງລາຍໄດ້ຈາກຍອດ Like ແລະ ຍອດສະແດງຄຳເຫັນແລ້ວ


ຂ່າວດີສຳລັບ Creator ທັງຫຼາຍໃນ Facebook! ເມື່ອຫຼ້າສຸດ, Facebook ໄດ້ປະກາດວ່າ ໃນຕອນນີ້ໄດ້ເປີດໃຫ້ Creator ທັງຫຼາຍສາມາດສ້າງລາຍໄດ້ຈາກການກົດ Like ແລະ ສະແດງຄໍາຄິດຄໍາເຫັນໃນຮູບພາບ ແລະ ຂໍ້ຄວາມແລ້ວ. ເຊິ່ງນີ້ຖືເປັນການຂະຫຍາຍໂອກາດຄັ້ງສໍາຄັນໃຫ້ກັບແພລັດຟອມ, ເພາະປົກກະຕິແລ້ວ Facebook ຈະອະນຸຍາດໃຫ້ສ້າງລາຍໄດ້ຈາກວິດີໂອພຽງເທົ່ານັ້ນ. ແຕ່ໃນປັດຈຸບັນ, Creators ທີ່ສ້າງຄອນເທັນດ້ວຍຮູບພາບ ແລະ ຂໍ້ຄວາມທີ່ມີຄຸນະພາບ ມີໂອກາດໄດ້ຮັບໂບນັດພິເສດຈາກຍອດ Like, ຄໍາຄິດເຫັນ, ການແບ່ງປັນ ແລະ ການມີສ່ວນຮ່ວມອື່ນໆ ທີ່ກ່ຽວຂ້ອງກັບໂພສຂອງພວກເຂົາ.

ລາຍ​ລະ​ອຽດ​ເພີ່ມ​ເຕີມ​ກ່ຽວ​ກັບ​ໂປຣແກຣມໃໝ່ນີ້​:

ຈຸດປະສົງ

  • ຊຸກຍູ້ໃຫ້ Creators ສ້າງເນື້ອຫາທີ່ມີຄຸນະພາບຫຼາຍຂຶ້ນ.
  • ມອບປະສົບການຜູ້ໃຊ້ທີ່ດີກັບເນື້ອຫາທີ່ໜ້າສົນໃຈ.
  • ສະໜັບສະໜູນ Creators ທີ່ມີຄຸນນະພາບ

ຄຸນສົມບັດຂອງຜູ້ເຂົ້າຮ່ວມ:

  • ອາຍຸ 18 ປີຂຶ້ນໄປ
  • ປະຕິບັດຕາມນະໂຍບາຍການສ້າງລາຍໄດ້ຂອງ Facebook.
  • ມີຜົນງານຄອນເທັນໃນ Facebook ແລ້ວ
  • ໄດ້ຮັບເຊີນຈາກ Facebook (ປັດຈຸບັນຍັງເປັນລະບົບເຊີນເທົ່ານັ້ນ)

ການຄາດການຜົນຕອບແທນໂດຍປະມານ

  • ຂຶ້ນກັບການມີສ່ວນຮ່ວມກັບໂພສເຊັ່ນ: ຍອດ Like, ສະແດງຄໍາຄິດເຫັນ, ການແບ່ງປັນ ແລະ ການມີສ່ວນຮ່ວມອື່ນໆ.
  • ໃນຕອນນີ້ Facebook ຍັງບໍ່ທັນເປີດເຜີຍສູດການຄິດໄລ່ທີ່ຊັດເຈນ. ແຕ່ຄາດວ່າຈໍານວນຄົນກົດ Like ແລະ ການສະແດງຄໍາຄິດເຫັນຈະມີຜົນຕໍ່ລາຍໄດ້.
  • ສຳລັບ Creators ທີ່ມີຜູ້ຕິດຕາມຫຼາຍມີໂອກາດທີ່ຈະໄດ້ຮັບຄ່າຕອບແທນສູງ
  • Creator ບາງຄົນລາຍງານວ່າໄດ້ຮັບປະມານ 10-20 ໂດລາຕໍ່ມື້.

ຜົນທີ່ໄດ້:

  • ສຳລັບ Creators ຖືເປັນການເປີດໂອກາດໃໝ່ໆໃນການສ້າງລາຍໄດ້, ກະຕຸ້ນການສ້າງຄອນເທັນໃຫ້ມີຄຸນະພາບຫຼາຍຂຶ້ນ ແລະ ເພີ່ມຂວັນກຳລັງໃຈໃຫ້ກັບ Creators ໃນການເຮັດວຽກ. ໂດຍສະເພາະແມ່ນ Creators ສາຍຮູບພາບ ແລະ ຂໍ້ຄວາມທີ່ຈະເຮັດໃຫ້ສາມາດສ້າງລາຍໄດ້ຈາກຄອນເທັນຜ່ານຮູບພາບ ແລະ ໂພສຕ່າງໆ ທີ່ຈາກແຕ່ກ່ອນທີ່ມີພຽງ Creators ສາຍສ້າງເນື້ອຫາຜ່ານວີດີທີ່ໄດ້ຮັບລາຍໄດ້.
  • ສຳລັບຜູ້ໃຊ້ແມ່ນອາດຈະເຫັນໂພສທີ່ມີເນື້ອຫາໂດຍມີຈຸດປະສົງເພື່ອໃຫ້ໄດ້ຮັບຍອດ Like ແລະ ການສະແດງຄໍາຄິດເຫັນຫຼາຍຂຶ້ນ. ໂດຍຜູ້ໃຊ້ສາມາດຄວບຄຸມປະສົບການຂອງເຂົາເຈົ້າດ້ວຍການຕິດຕາມ Page , ກຸ່ມທີ່ສົນໃຈ ແລະເຊື່ອງຂໍ້ຄວາມທີ່ບໍ່ຕ້ອງການເຫັນ.

ການເປີດຕົວໂປຣແກຣມ “Facebook Performance Bonus” ຖືເປັນການປ່ຽນແປງທີ່ສໍາຄັນທີ່ມີຜົນກະທົບທັງ Creators ແລະ ຜູ້ໃຊ້ ແລະຍັງມີລາຍລະອຽດຫຼາຍຢ່າງທີ່ຈະຕິດຕາມ. ແຕ່ສິ່ງໜຶ່ງທີ່ແນ່ນອນຄື ແພລັດຟອມ Facebook ກໍາລັງປ່ຽນແປງໄປ. ແລະ Creators ທີ່ສາມາດປັບຕົວ ແລະ ພັດທະນາທັກສະຂອງຕົນເອງຢູ່ສະເໝີຍ່ອມມີໂອກາດທີ່ຈະປະສົບຜົນສໍາເລັດ.

ທີ່ມາ:

facebook

creators.facebook

facebook./programs/bonuses

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/