ຢາກໄດ້ກໍຈ່າຍມາ! Facebook ກຽມເກັບເງິນເດືອນລະ 11-14 ໂດລາ ສຳລັບບັນຊີ Meta Verified ຫຼື ເຄື່ອງໝາຍຕິກຖືກສີຟ້າ

ຢາກໄດ້ກໍຈ່າຍມາ

ມາກ ຊັກເກີເບີກ (Mark Zuckerberg) ຜູ້ກໍ່ຕັ້ງ ແລະ ຜູ້ບໍລິຫານ Meta ເຊິ່ງເປັນບໍລິສັດແມ່ຂອງທັງ Facebook ແລະ instagram ໄດ້ປະກາດກຽມເອີ້ນເກັບເງິນຄ່າບໍລິການເດືອນລະ 11 ຫາ 14 ໂດລາ ສຳລັບບັນຊີ Meta Verified ຫຼື ເຄື່ອງໝາຍຕິກຖືກສີຟ້າ ຄ້າຍຄືກັບ Twitter ທີ່ປະກາດການໃຊ້ບໍລິການດັ່ງກ່າວໄປກ່ອນໜ້ານີ້.

ໂດຍ ມາກ ຊັກເກີເບີກ ລະບຸຜ່ານບັນຊີ Facebook ສ່ວນຕົວວ່າ ຈະໃຫ້ລູກຄ້າຈ່າຍເງິນ ແລະ ຢືນຢັນຕົວຕົນຜ່ານ ເອກະສານປະຈຳຕົວຂອງລັດຖະບານແຕ່ລະປະເທດ ເຊິ່ງການທີ່ລູກຄ້າຈ່າຍຄ່າບໍລິການ Meta Verified ຈະໄດ້ທັງ ເຄື່ອງໝາຍຕິກຖືກສີຟ້າ, ການປົກປ້ອງບັນຊີຈາກການຮຽນແບບ ແລະ ຍັງສາມາດເຂົ້າເຖິງບໍລິການຊ່ວຍເຫຼືອຕ່າງໆໂດຍກົງ. ໂດຍບໍລິການດັ່ງກ່າວຈະຄອບຄຸມທັງ Facebook ແລະ Instagram.

ຢາກໄດ້ກໍຈ່າຍມາ

ສຳລັບຄ່າບໍລິການ ມາກ ຊັກເກີເບີກ ລະບຸວ່າຈະຕົກຢູ່ທີ່ປະມານ 14,99 ໂດລາ ຕໍ່ເດືອນ ຖ້າຜູ້ໃຊ້ຈອງຜ່ານແອັບພິເຄຊັນ iOS ແລະ Android, ໃນຂະນະທີ່ຖ້າສະໝັກຜ່ານເວັບໄຊ ແມ່ນ ຈະມີລາຄາພຽງແຕ່ 11,99 ໂດລາ ຕໍ່ເດືອນ ເນື່ອງຈາກວ່າ ການສະໝັກຜ່ານເວັບໄຊ ຈະບໍ່ມີຄ່າທໍານຽມຈາກ App Store ຄືຢູ່ກັບ iOS ແລະ Android ນັ້ນເອງ. ບໍລິການດັ່ງກ່າວຈະຖືກເປີດໃຊ້ໃນອອສເຕຣເລຍ ແລະ ນິວຊີແລນ ກ່ອນທີ່ຈະຂະຫຍາຍການບໍລິການໄປປະເທດອື່ນໃນຕໍ່ໜ້າ.

ຢາກໄດ້ກໍຈ່າຍມາ

ສຳລັບບໍລິການເອີ້ນເກັບເງິນ ຄ່າເຄື່ອງໝາຍຕິກຖືກ ຫຼື verification ແບບດັ່ງກ່າວ ຖືວ່າບໍ່ແມ່ນເລື່ອງແປກໃໝ່ ເພາະກ່ອນໜ້ານີ້ Twitter ແພລັດຟອມໂຊຊຽວມີເດຍ ຄ້າຍໆກັນນີ້ ທີ່ໄດ້ ອີລອນ ມາກ ເຂົ້າມາເປັນເຈົ້າຂອງ ກໍເຄີຍເຮັດມາກ່ອນແລ້ວ ເມື່ອປາຍປີທີ່ຜ່ານມາ ໂດຍລາຄາຂອງ Twitter ຈະຢູ່ທີ່ 8 ໂດລາ ສຳລັບເວັບ ແລະ 11 ໂດລາ ສຳລັບ iOS ແລະ Android.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/