Meta ເປີດໃຫ້ສະໝັກສະມາຊິກແບບລາຍເດືອນ ສຳລັບແພລັດຟອມ Facebook ແລະ Instagram ໂດຍບໍ່ມີໂຄສະນາມາກວນໃຈ


ໃນວັນຈັນທີ່ຜ່ານມາ, Meta ເຊິ່ງເປັນບໍລິສັດແມ່ຂອງ Facebook ແລະ Instagram ກຽມທີ່ຈະເປີດໃຫ້ສະໝັກສະມາຊິກລາຍເດືອນສຳລັບຜູ້ໃຊ້ງານໃນຢູໂຣບກ່ອນ. ໂດຍໃນລາຍງານໄດ້ລະບຸວ່າ Meta ໄດ້ແຈ້ງກັບໜ່ວຍງານຄຸ້ມຄອງດູແລດ້ານກົດລະບຽບວ່າ ທາງບໍລິສັດກຳລັງວາງແຜນທີ່ຈະເພີ່ມທາງເລືອກໃຫ້ກັບຜູ້ໃຊ້ທີ່ມີອາຍຸ 18 ປີຂຶ້ນໄປ ສາມາດສະໝັກສະມາຊິກໃນລາຄາປະມານ 10.60 ໂດລາ/ເດືອນ ສຳລັບໃນ desktop ແລະ ລາຄາ 13 ໂດລາ/ເດືອນ ສຳລັບໃນມືຖື ເພື່ອແລກກັບການປິດກັ້ນໂຄສະນາໃນແພລັດຟອມ facebook ແລະ Instagram. ໃນສ່ວນສໍາລັບຜູ້ໃຊ້ທົ່ວໄປທີ່ບໍ່ໄດ້ສະໝັກສະມາຊິກ ກໍຍັງສາມາດໃຊ້ Facebook ຫຼື Instagram ແບບມີໂຄສະນະຄືເກົ່າ.

ໃນປີທີ່ຜ່ານມາ ໜ່ວຍງານຄຸ້ມຄອງດູແລຂອງຢູໂຣບໄດ້ຕັດສິນໃຈວ່າ Meta ຈະຕ້ອງໃຫ້ທາງເລືອກແກ່ຜູ້ໃຊ້ທີ່ສາມາດເລືອກທີ່ຈະເບິ່ງໂຄສະນາ ຫຼື ປິດກັ້ນໃນແພລັດຟອມທີ່ພວກເຂົາໃຊ້ງານຢູ່. ແຜນການດັ່ງກ່າວໄດ້ສ້າງຄວາມທ້າທາຍໃຫ້ແກ່ຜູ້ຊ່ຽວຊານດ້ານຄວາມເປັນສ່ວນຕົວ ແລະ ສື່ແນະນຳຂອງ Meta ໃນການຮຽກເກັບເງິນກັບຜູ້ໃຊ້ທີ່ຕ້ອງການປິດກັ້ນໂຄສະນາທີ່ກົງກັບເປົ້າໝາຍ ເຊິ່ງນີ້ອາດເປັນເລື່ອງທີ່ຜິດກົດໝາຍ.

ການສະແດງໂຄສະນາໂດຍອີງໃສ່ການມີສ່ວນຮ່ວມຂອງຜູ້ໃຊ້ເປັນສ່ວນໜຶ່ງທີ່ສຳຄັນໃນຮູບແບບທຸລະກິດຂອງ Meta , ເຊິ່ງໃນພາກສ່ວນນີ້ກໍໄດ້ຢູ່ພາຍໃຕ້ແຮງກົດດັນທີ່ເພີ່ມຂຶ້ນໃນໄລຍະ 2 – 3 ປີທີ່ຜ່ານມາ. ແລະໃນປີ 2021, Apple ໄດ້ເປີດຕົວຄຸນສົມບັດທີ່ອະນຸຍາດໃຫ້ຜູ້ໃຊ້ເລືອກທີ່ຈະບໍ່ຕິດຕາມການໂຄສະນາໄດ້. ເຊິ່ງນີ້ເຮັດໃຫ້ Meta ສູນເສຍລາຍໄດ້ໄປກວ່າ 10 ຕື້ໂດລາ.

Meta ໄດ້ຖືກປັບໃໝ 1.3 ຕື້ໂດລາຈາກໜ່ວນງານຄຸ້ມຄອງດູແລຂອງຢູໂຣບສໍາລັບການລະເມີດຄວາມເປັນສ່ວນຕົວຂອງຂໍ້ມູນໃນເດືອນພຶດສະພາ ແລະ ບໍລິສັດຍັງໄດ້ຊະລໍການເປີດຕົວຂອງ Threads ເຊິ່ງເປັນຄູ່ແຂ່ງ Twitter ໃນຢູໂຣບເນື່ອງຈາກຄວາມບໍ່ແນ່ນອນດ້ານກົດລະບຽບ.

ຢ່າງໃດກໍຕາມ, ແນວທາງໃນການສະໝັກສະມາຊິກໃໝ່ໄດ້ສົ່ງສັນຍານໃຫ້ເຫັນຢ່າງຊັດເຈນວ່າ ແນວທາງການຄຸ້ມຄອງດ້ານກົດລະບຽບທີ່ເຄັ່ງຄັດຂອງຢູໂຣບກໍາລັງບັງຄັບໃຫ້ບໍລິສັດຍັກໃຫຍ່ດ້ານເຕັກໂນໂລຊີຕ້ອງໄດ້ຮັບການປ່ຽນແປງຄັ້ງຍິ່ງໃຫຍ່.

ທີ່ມາ:

businessinsider

forbe

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/