ປະເທດລາວທົ່ວປະເທດພົ້ນທຸກແລ້ວ 64 ເມືອງ ຍັງທຸກຍາກ 84 ເມືອງ


ໃນບົດລາຍງານທີ່ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ 9 ໃນຕອນເຊົ້າວັນທີ 31 ຕຸລາ 2023 ນີ້ ໄດ້ຍົກໃຫ້ເຫັນວ່າ: ໃນຂົງເຂດວັດທະນະທໍາ-ສັງຄົມ, ລັດຖະບານ ໄດ້ຊີ້ນໍາພາກສ່ວນກ່ຽວຂ້ອງປະຕິບັດຕາມ ດໍາລັດ 348/ລບ ໂດຍສຸມໃສ່ປະຕິບັດ 9 ຕົວຊີ້ວັດໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນຜ່ານການປະຕິບັດຕົວຈິງເຫັນວ່າ: ມີ 5 ຕົວຊີ້ບອກມີຄວາມຄືບໜ້າດີ, ມີ 1 ຕົວຊີ້ບອກມີຄວາມຊັກຊ້າ ແລະ ມີ 3 ຕົວຊີ້ບອກອາດບໍ່ສາມາດບັນລຸໄດ້ຕາມຄາດໝາຍທີ່ວາງໄວ້.

ສັງລວມແລ້ວມາຮອດປັດຈຸບັນ ທົ່ວປະເທດສາມາດພົ້ນທຸກແລ້ວ 976.644 ຄອບຄົວ (79,12%), 5.438 ບ້ານ (64,72%), 64 ເມືອງ (43,24%); ສາມາດພັດທະນາໄດ້ 779.119 ຄອບຄົວ (79,77%ໃນຄອບຄົວພົ້ນທຸກ), 2.150 ບ້ານ (25,58%), ບ້ານໃຫຍ່ກາຍເປັນຕົວເມືອງຢູ່ຊົນນະບົດ 25 ບ້ານ, ເມືອງເຂັ້ມແຂງຮອບດ້ານ 6 ເມືອງ ແລະ ແຂວງເປັນຫົວໜ່ວຍຍຸດທະສາດໄດ້ 2 ແຂວງ ແລະ ນະຄອນຫຼວງວຽງຈັນ.

ຢ່າງໃດກໍຕາມ, ເຖິງວ່າລັດຖະບານມີຄວາມພະຍາຍາມຢ່າງຕໍ່ເນື່ອງ ແຕ່ບາງດ້ານຍັງບໍ່ທັນຮັບປະກັນທາງດ້ານປະລິມານ ແລະ ຄຸນະພາບ, ການປັບປຸງຊີວິດການເປັນຢູ່ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນຍັງຊັກຊ້າ ເຮັດໃຫ້ມາຮອດປັດຈຸບັນ ທົ່ວປະເທດຍັງມີຄອບຄົວທຸກຍາກ 257.670 ຄອບຄົວ (20,87%), ບ້ານທຸກຍາກ 2.964 ບ້ານ (35,27%), ເມືອງທຸກຍາກ 84 ເມືອງ​ (56,75%) ເຊິ່ງເປັນສິ່ງທ້າທາຍຕໍ່ການບັນລຸຄາດໝາຍທີ່ສະພາແຫ່ງຊາດຮັບຮອງໃນແຜນ 5 ປີຄັ້ງທີ IX ແລະ ແຜນປະຈໍາປີ 2023.

ທີ່ມາ:

ຂ່າວປະຊາສຳພັນ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/