ສສຊ ສະເໜີໃຫ້ລັດຖະບານຈຳກັດ ສິນຄ້ານຳເຂົ້າບາງຊະນິດ ເພື່ອຊຸກຍູ້ເສດຖະກິດພາຍໃນປະເທດໃຫ້ຫຼາຍຂຶ້ນ


ສະມາຊິກ ສະພາແຫ່ງຊາດ ເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ ສະເໜີໃຫ້ລັດຖະບານຈຳກັດສິນຄ້ານຳເຂົ້າບາງຊະນິດ ເພື່ອຊຸກຍູ້ເສດຖະກິດພາຍໃນປະເທດໃຫ້ຫຼາຍຂຶ້ນ.

ຄຳເຫັນດັ່ງກ່າວມີຂຶ້ນໃນວາລະກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 1 ພະຈິກ ນີ້, ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ. ສະມາຊິກສະພາແຫ່ງຊາດ (ສສຊ) ຈາກເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄຳເຫັນຕໍ່ບົດລາຍງານຂອງລັດຖະບານກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານລັດ ແລະ ແຜນເງິນຕາ ເພື່ອໃຫ້ລັດຖະບານແກ້ໄຂ.

ທ່ານ ສົມຈິດ ຫັບລາກອນ  ສສຊ ເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ ມີຄຳເຫັນສະເໜີໃຫ້ລັດຖະບານ ເລັ່ງສົ່ງເສີມຜະລິດພະລັງງານໄຟຟ້າໃຫ້ເປັນຮູບປະທຳ ຖ້າເຮັດໄດ້ຈະເຮັດໃຫ້ພະລັງງານໄຟຟ້າ, ພະລັງງານການຊື້ນໍ້າມັນໜ້ອຍລົງ ແລະ ຍັງເປັນເງື່ອນໄຂປະຢັດເງິນຕາຕ່າງປະເທດໄດ້ຫຼາຍຂຶ້ນ. ໃນນັ້ນ, ບັນຫາການຜະລິດທົດແທນ ຜ່ານມາໄດ້ສຸມໃສ່ພະແນກກະສິກຳ ແລະ ປ່າໄມ້ ເປັນສ່ວນໃຫຍ່ແມ່ນເຫັນດີ ແຕ່ຕ້ອງໄດ້ແນໃສ່ດ້ານອື່ນໆ ພ້ອມເບິ່ງຄືນຄວາມດຸ່ນດ່ຽງທັງໝົດຂອງສິນຄ້າພາຍໃນ ຕົວຢ່າງ: ການຜະລິດເຂົ້າ ຕາມແຜນພັດທະນາເສດຖະກິດແຫ່ງຊາດການຜະລິດເຂົ້າແມ່ນກຸ້ມກິນ ແຕ່ພວກເຮົາຍັງມີການນຳເຂົ້າຫຼາຍ. ສະນັ້ນ, ຂະແໜງການຂອງລັດຖະບານຕ້ອງໄດ້ຄົ້ນຄວ້າຈຳກັດການນຳເຂົ້າສິນຄ້າຕື່ມ ໂດຍມີມາດຕະການຢ່າງແທ້ຈິງ ທັງໝົດເພື່ອຊຸກຍູ້ເສດຖະກິດພາຍໃນປະເທດໃຫ້ຫຼາຍຂຶ້ນ.

ໂດຍຄຳເຫັນດັ່ງກ່າວ ສອດຄ່ອງກັບ ຄຳສັ່ງສະບັບເລກທີ 13/ນຍ ລົງວັນທີ 29 ສິງຫາ 2023 ຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ມອບໝາຍໃຫ້ ກະຊວງການເງິນ ຄົ້ນຄວ້າ ປັບອາກອນຊົມໃຊ້ສິນຄ້າຟຸມເຟືອຍຂຶ້ນ ເພື່ອເປັນການຫຼຸດການນຳເຂົ້າສິນຄ້າທີ່ບໍ່ຈຳເປັນ ແລະ ເປັນການຫຼຸດຄວາມຕ້ອງການໃນເງິນຕາຕ່າງປະເທດລົງ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/