ລັດຖະບານ ຈະສືບຕໍ່ນຳໃຊ້ມາດຕະການທີ່ຮັດກຸມຂຶ້ນ ເພື່ອຄຸ້ມຄອງການນຳເຂົ້າ ສ້າງສະຖຽນລະພາບໃຫ້ຄ່າເງິນກີບ


ລັດຖະບານ ຈະສືບຕໍ່ນຳໃຊ້ມາດຕະການຕ່າງໆທີ່ຮັດກຸມຂຶ້ນ ເພື່ອຄຸ້ມຄອງການນຳເຂົ້າສິນຄ້າຈາກຕ່າງປະເທດ ດຸນດ່ຽງເງິນຕາຕ່າງປະເທດ ສ້າງສະຖຽນລະພາບໃຫ້ຄ່າເງິນກີບ ແກ້ໄຂບັນຫາເຄັ່ງຮ້ອນ ເສດຖະກິດ-ການເງິນ ໃນປັດຈຸບັນ.

ທ່ານ ມະໄລທອງ ກົມມະສິດ,​ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຂຶ້ນຊີ້ແຈງ ຕໍ່ຄຳຊັກຖາມຂອງສະພາແຫ່ງຊາດ ແລະ ຄຳຖາມເຈາະຈີ້ມຂອງສະມາຊິກສະພາແຫ່ງຊາດ ໃນຫຼາຍບັນຫາສຳຄັນ ເປັນຕົ້ນ, ບັນຫາການຄວບຄຸມການນຳເຂົ້າ.

ການຄວບຄຸມການນຳເຂົ້າສິນຄ້າ ເພື່ອປົກປ້ອງ ແລະ ສົ່ງເສີມການຜະລິດພາຍໃນ ເປັນຄໍາສະເໜີໜຶ່ງ ທີ່ ສສຂ ແລະ ຜູ້ຜະລິດພາຍໃນໄດ້ຍົກຂຶ້ນຫຼາຍ, ເຊິ່ງຂ້າພະເຈົ້າ ສ່ວນຕົວແມ່ນສະໜັບສະໜູນທີ່ສຸດ. ໃນນັ້ນ, ເດັ່ນກວ່າໝູ່ກໍແມ່ນສິນຄ້າກະສິກຳ ແລະ ເຄື່ອງອຸປະໂພກ ແລະ ບໍລິໂພກ.

ຕໍ່ກັບບັນຫາດັ່ງກ່າວ ແລະ ຄຸ້ມຄອງການນຳເຂົ້າ ລັດຖະໄດ້ກຳນົດ ມາດຕະການຕ່າງໆ ໃນຕໍ່ໜ້າ ໄວ້ດັ່ງນີ້:

 1) ສືບຕໍ່ສົມທົບກັບ ທະນາຄານແຫ່ງ ສປປ ລາວ ໃນການລົງທະບຽນ 100 ບໍລິສັດ ຈຸດສຸມຫົວໜ່ວຍ ຕິດຕາມຂອງລັດຖະບານ ໂດຍສະເພາະແມ່ນ ກິດຈະການນຳເຂົ້າ-ສົ່ງອອກ ໄດ້ແກ່: (1) ໄຟຟ້າ, (2) ແຮ່ທາດ, (3) ຢາສູບ, (4) ເຄື່ອງດື່ມທີ່ມີທາດເຫຼົ້າ, (5) ໄມ້ ແລະ ຜະລິດຕະພັນໄມ້, (6) ຊິ້ນສ່ວນ ແລະ ອຸປະກອນເອເລັກໂຕຣນິກ, ເຄື່ອງອຸປະກອນໄຟຟ້າ ໃຫ້ສໍາເລັດພາຍໃນເດືອນ ຕຸລາ 2023;

2) ນໍາໃຊ້ ລະບົບລົງທະບຽນ ແລະ ຄຸ້ມຄອງຖານຂໍ້ມູນ ຜູ້ນໍາເຂົ້າ-ສົ່ງອອກ ໄດ້ສຳເລັດ ເເລະ ເປີດນໍາໃຊ້ ໃນວັນທີ 01 ພະຈິກ 2023 ແລະ ຈະສືບຕໍ່ພັດທະນາໃຫ້ລະບົບແຈ້ງເຕືອນ ກໍລະນີທີ່ມີການແຈ້ງນຳເຂົ້າໂດຍບໍລິສັດທີ່ ບໍ່ໄດ້ລົງທະບຽນ ແລະ ບໍ່ມີໃນຖານຂໍ້ມູນ ແມ່ນຈະບໍ່ສາມາດດຳເນີນການແຈ້ງນຳເຂົ້າສິນຄ້ານຳເຈົ້າໜ້າທີ່ພາສີໄດ້.

ພ້ອມດຽວກັນ, ກະຊວງອຸດສາຫະກຳ ແລະ ການຄ້າ ຍັງຈະໄດ້ເຊື່ອມຕໍ່ລະບົບລົງທະບຽນ ແລະ ຄຸ້ມຄອງ ຖານຂໍ້ມູນຜູ້ນຳເຂົ້າ-ສົ່ງອອກ ເຂົ້າກັບ ລະບົບຄຸ້ມຄອງ ແລະ ຕິດຕາມກະແສເງິນຊໍາລະກັບຕ່າງປະເທດ (Capital Flow Management System – CMS) ທີ່ທະນາຄານແຫ່ງ ສປປ ລາວ ພວມດຳເນີນການພັດທະນາ;

3) ແຈ້ງການກ່ຽວກັບມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ ເພື່ອຈຳກັດການນຳເຂົ້າ ນ້ຳດື່ມ, ຊີມັງ, ປາແດກ, ກາເຟຊອງສໍາເລັດຮູບ ຈາກຕ່າງປະເທດ. ພ້ອມທັງຈະຄົ້ນຄວ້າ ເເລະ ກໍານົດລາຍການສິນຄ້າອື່ນໆອີກ.

4) ຄົ້ນຄວ້າໂຄງປະກອບການນໍາເຂົ້າສິນຄ້າເພື່ອກໍານົດປະເພດສິນຄ້ານໍາເຂົ້າ ທີ່ຈະສາມາດຜະລິດທົດເເທນການນຳເຂົ້າ: ສືບຕໍ່ສົມທົບກັບ ກະຊວງການເງິນ, ກົມຄຸ້ມຄອງເງິນຕາ (ທຫລ) ສືບຕໍ່ຕິດຕາມ, ເອກະພາບຂໍ້ມູນສິນຄ້າ ແລະ ເງິນຈາກການນໍາເຂົ້າ-ສົ່ງອອກ;

5) ສົມທົບພາກສ່ວນກ່ຽວຂ້ອງ ກໍານົດນິຍາມ ແລະ ຂະຫຍາຍກອບຂອງລາຍການສິນຄ້າຟຸມເຟືອຍໄປຫາ ປະເພດສິນຄ້າອື່ນຕື່ມໄດ້ (ເຊັ່ນ: ໂມງ, ເສື້ອຜ້າ, ກະເປົາ ແບຣນເນມ) ແລະ ອອກມາດຕະການເພື່ອຈຳກັດ ການນໍາເຂົ້າ;

6) ສົມທົບກັບຂະແໜງການເງິນ ແລະ ພາກສ່ວນກ່ຽວຂ້ອງຄົ້ນຄວ້າຄືນອັດຕາພາສີ-ອາກອນ ເເລະ ມາດຕະການຕິດຕາມການນຳເຂົ້າ ເພື່ອປົກປ້ອງອຸດສາຫະກຳພາຍໃນ ແລະ ສ້າງການແຂ່ງຂັນທີ່ເປັນທຳ;

7) ສົມທົບຂະແໜງການກ່ຽວຂ້ອງ ເພື່ອຄົ້ນຄວ້າ ເເລະ ກໍານົດໂຄຕ້ານຳເຂົ້າ ເເລະ ລະບົບອອກໃບ ອະນຸຍາດນຳເຂົ້າ ກຳນົດປະລິມານສິນຄ້ານຳເຂົ້າບາງປະເພດທີ່ຈຳເປັນ

8) ປັບປຸງລະບຽບການ ແລະ ຂອດຂັ້ນການຄ້າ, ການລົງທຶນ ເເລະ ການດຳເນີນທຸລະກິດ ເພື່ອສ້າງຄວາມສະດວກໃຫ້ແກ່ການຜະລິດພາຍໃນ.

9) ຊຸກຍູ້, ສົ່ງເສີມການຖ່າຍທອດເຕັກໂນໂລຊີ ແລະ ຄວາມຮູ້ຂອງບໍລິສັດຕ່າງປະເທດ ໃຫ້ແກ່ຜູ້ຜະລິດພາຍໃນ ດ້ວຍການສົ່ງເສີມການຮ່ວມມື ແລະ ຮ່ວມທຶນ.

10) ສົ່ງເສີມການພັດທະນາອຸດສາຫະກໍາ ແລະ ນິຄົມອຸດສາຫະກໍາ ເພື່ອຄຸ້ມຄອງ, ພັດທະນາ, ໃຊ້ພື້ນຖານໂຄງລ່າງຮ່ວມ ແລະ ສ້າງຕ່ອງໂສ້ການຜະລິດ-ການສະໜອງ ເພື່ອເພີ່ມຄວາມສາມາດແຂ່ງຂັ້ນໃຫ້ແກ່ຜູ້ຜະລິດພາຍໃນ.

11) ສືບຕໍ່ປັບປຸງ, ພັດທະນາ ເເລະ ບັງຄັບໃຊ້ມາດຕະການ ແລະ ການຢັ້ງຢືນຄຸນະພາບສິນຄ້າແຫ່ງຊາດ ໃຫ້ໃກ້ຄຽງ ແລະ ທຽບເທົ່າມາດຕະຖານສາກົນ.

12) ສົມທົບກັບກະຊວງການເງິນ ແລະ ພາກສ່ວນກ່ຽວຂ້ອງ ຄົ້ນຄວ້າ ແລະ ກໍານົດນະໂຍບາຍຈັດຊື້ ທີ່ໃຫ້ບູລິມະສິດ ແກ່ສິນຄ້າທີ່ຜະລິດພາຍໃນ ເພື່ອສ້າງຕະຫຼາດສົ່ງເສີມການຜະລິດພາຍໃນ.

13) ສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອສ້າງຂະບວນການ ເພື່ອສ້າງຈິດສໍານຶກ ເເລະ ລົນນະລົງ ໃຫ້ກັບ ສັງຄົມຫັນມາຊື້ ແລະ ຊົມໃຊ້ຜະລິດຕະພັນທີ່ຜະລິດພາຍໃນ ເພື່ອສົ່ງເສີມການຜະລິດພາຍໃນ.

14) ເຈລະຈາສັນຍາການຄ້າສອງຝ່າຍ ກັບປະເທດຄູ່ຄ້າທີ່ເຮົາຂາດດຸນການຄ້າຫຼາຍ ເພື່ອໃຫ້ໄດ້ດຸນການຄ້າທີ່ດີຂຶ້ນ ແລະ ໄດ້ເງື່ອນໄຂທີ່ດີ ຕໍ່ຜູ້ຜະລິດພາຍໃນ.

15) ຄົ້ນຄວ້າ ແລະ ແກ້ໄຂບັນຫາຄວາມຫຍຸ້ງຍາກໃນການເຂົ້າເຖິງແຫຼ່ງທຶນ ໃນເງື່ອນໄຂທີ່ດີ ທີ່ຜູ້ຜະລິດພາຍໃນ ທີ່ມີຄວາມອາດສາມາດແຂ່ງຂັນ ກັບສິນຄ້ານຳເຂົ້າ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/