ບັນຊີ Weibo ຂອງ Lisa BLACKPINK ຖືກລະງັບໃນຈີນ


ເມື່ອວັນທີ 1 ພະຈິກ 2023 ປາກົດຂໍ້ຄວາມຂຶ້ນໃນບັນຊີ  Weibo ຂອງ Lisa BLACKPINK ໂດຍຂໍ້ຄວາມດັ່ງກ່າວໄດ້ລະບຸວ່າ “ບັນຊີນີ້ຈະບໍ່ສາມາດເບິ່ງໄດ້ອີກຕໍ່ໄປເນື່ອງຈາກມີການລະເມີດກົດໝາຍ, ຂໍ້ບັງຄັບ ແລະ ຂໍ້ຕົກລົງຊຸມຊົນ Weibo”.

ບັນດາຊາວເນັດກໍຕ່າງພາກັນຄາດການວ່າ ການທີ່ບັນຊີຖືກລະງັບໃນຄັ້ງນີ້ ກ່ຽວກັບການເຂົ້າຮ່ວມ “Crazy Horse Show” ຂອງ Lisa BLACKPINK ທີ່ປາຣີສ ປະເທດຝຣັ່ງ ເມື່ອເດືອນທີ່ຜ່ານມາ ເຊິ່ງເປັນໜຶ່ງໃນສາມການສະແດງຫຼັກ ໂດຍຂຶ້ນຊື່ເລື່ອງການໃຊ້ແສງ ແລະ ການສ່ອງສະຫວ່າງເທິງຮ່າງກາຍຂອງຜູ້ຍິງ ແນ່ນອນວ່ານຳໄປສູ່ການຖົກຖຽງເລື່ອງການລ່ວງລະເມີດທາງເພດ.

ໂດຍໃນປະເທດຈີນ ໄດ້ຫ້າມຢ່າງເຄັ່ງຄັດ ບໍ່ໃຫ້ສົ່ງເສີມການສະແດງທີ່ເປັນອະນາຈານ ຕາມຂໍ້ບັງຄັບຂອງສະມາຄົມສິລະປະການສະແດງແຫ່ງປະເທດ ການທີ່ Lisa BLACKPINK ເຂົ້າຮ່ວມການສະແດງ “Crazy Horse” ຈຶ່ງຖືກເບິ່ງວ່າເປັນເຫດຜົນໃນການລະງັບບັນຊີ Weibo.

ນອກຈາກການລະງັບບັນຊີ Weibo ຂອງ Lisa BLACKPINK ຍັງມີອີກສອງນັກສະແດງຊາວຈີນທີ່ຖືກລະງັບບັນຊີ Weibo ໂດຍມີ Agela baby ນັກສະແດງຊື່ດັງທີ່ມີຜົນງານມາຫຼາກຫຼາຍ ແລະ ຈາງ ຈຽນໜານ ໂດຍຄາດການສາເຫດອາດຈະມາຈາກການໄປຮັບຊົມການສະແດງຂອງ Lisa BLACKPINK.

 ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/