ຕຳຫຼວດອິນເດຍປ່ອຍນົກກາງແກ ຫຼຸດພົ້ນຂໍ້ຫາເປັນສາຍລັບຈີນ


ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ມີນົກກາງແກໄດ້ຖືກຈັບທີ່ທ່າເຮືອໃນນະຄອນມຸມໄບ ຫຼັງມີຂໍ້ຄວາມຕົວໜັງສືຄ້າຍກັບພາສາຈີນຢູ່ທີ່ປີກຂອງມັນ ໂດຍນົກກາງແກໂຕນີ້ໄດ້ຖືກນຳມາຂັງໄວ້ໃນໂຮງໝໍແຫ່ງໜຶ່ງໃນນະຄອນມຸມໄບ ທາງຕຳຫຼວດອິນເດຍໄດ້ກ່າວຫາວ່າເປັນສາຍລັບປະເທດຈີນ ແລະ ມີການການສອບສວນຍາວນານກວ່າ 8 ເດືອນ!

ສຳນັກງານອົງກອນພິທັກສັດ (PETA) ໃນປະເທດອິນເດຍໄດ້ລະບຸວ່າ ຕຳຫຼວດອິນເດຍໄດ້ຖອນຂໍ້ກ່າວຫາດັ່ງກ່າວໃຫ້ແກ່ນົກກາງແກໂຕນີ້ ແລະ ອະນຸຍາດໃຫ້ທາງໂຮງໝໍປ່ອຍນົກກາງແກກັບຄືນສູ່ທຳມະຊາດເປັນທີ່ຮຽບຮ້ອຍ ເມື່ອວັນທີ 31 ມັງກອນ 2024 ທີ່ຜ່ານມາ ເຊິ່ງມັນມີສຸຂະພາບທີ່ແຂງແຮງດີ.

ຢ່າງໃດກໍຕາມ ນົກກາງແກໂຕນີ້ບໍ່ແມ່ນໂຕທຳອິດທີ່ຖືກຈັບໃນຂໍ້ຫາເປັນສາຍລັບ ເມື່ອປີ 2016 ກໍເຄີຍມີເຫດການແບບນີ້ເກີດຂຶ້ນເຊັ່ນດຽວກັນ ໂດຍຕຳຫຼວດທີ່ເຮັດການສອບສວນຄະດີນົກກາງແກ ໄດ້ກ່າວວ່າບໍ່ຄວນໃຫ້ໃຜໄປຢາມນົກກາງແກໂຕນີ້ ເພາະມັນອາດປະຕິບັດການພິເສດຢູ່ນັ້ນເອງ!.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/