ປົກເວັບ 24 1

ຫວຽດນາມ ປະກາດຍຸດທະສາດເສດຖະກິດເຊີງຮຸກ ເນັ້ນດຶງດູດເມັດເງິນລົງທຶນ 75% ຈາກປະເທດພັດທະນາແລ້ວ ແລະ ຍັກໃຫຍ່ບິກເທັກ ຫຼື ບໍລິສັດເຕັກໂນໂລຊີລະດັບໂລກ ພາຍໃນປີ 2030 ມຸ່ງເປົ້າໃສ່ອຸດສາຫະກຳເຕັກໂນໂລຊີຂັ້ນສູງ ເພື່ອຍົກລະດັບປະເທດເປັນສູນກາງນະວັດຕະກຳຂອງພາກພື້ນ ພ້ອມຕັ້ງເປົ້າໝາຍດັນສັດສ່ວນເສດຖະກິດຕ່າງຊາດໃຫ້ກວມເອົາ 30% ຂອງ GDP ພາຍໃນປີ 2045.

ສຳນັກຂ່າວຫວຽດນາມ (VNA) ລາຍງານໃນວັນທີ 13 ມິຖຸນາ 2026 ວ່າ ກົມການເມືອງແຫ່ງຄະນະກຳມະການສູນກາງພັກກອມມູນິດຫວຽດນາມ ໄດ້ອອກມະຕິໃໝ່ວ່າດ້ວຍການປັບທິດທາງ ແລະ ຍຸດທະສາດການດຶງດູດທຶນຕ່າງປະເທດເພື່ອຂັບເຄື່ອນເສດຖະກິດຮາກຖານ ໂດຍເນັ້ນໃສ່ກຸ່ມປະເທດພັດທະນາແລ້ວທີ່ມີຄວາມພ້ອມດ້ານເຕັກໂນໂລຊີ ເງິນທຶນ ແລະ ລະບົບການບໍລິຫານທີ່ທັນສະໄໝ.

ພາຍໃຕ້ມະຕິດັ່ງກ່າວ ຫວຽດນາມຈະເລັ່ງປັບປຸງສະພາບແວດລ້ອມທາງທຸລະກິດ, ເພີ່ມຂີດຄວາມສາມາດໃນການແຂ່ງຂັນ, ຍົກລະດັບສັກກະຍະພາບດ້ານນະວັດຕະກຳ ແລະ ພັດທະນາປະສິດທິພາບການບໍລິການຂອງພາກລັດ ເພື່ອກ້າວຂຶ້ນເປັນຈຸດໝາຍປາຍທາງຊັ້ນນຳຂອງພາກພື້ນອາຊຽນ ສຳລັບຮອງຮັບໂຄງການລົງທຶນທີ່ມີຄຸນນະພາບສູງ ໂດຍທາງພັກກອມມູນິດໄດ້ຢືນຢັນຢ່າງຈະແຈ້ງວ່າ ພາກທຸລະກິດທີ່ໄດ້ຮັບເງິນລົງທຶນຈາກຕ່າງປະເທດຖືເປັນອົງປະກອບທີ່ຂາດບໍ່ໄດ້ ແລະ ເປັນກຳລັງຫຼັກໃນການພັດທະນາເສດຖະກິດຂອງຫວຽດນາມ.

ສຳລັບອຸດສາຫະກຳເປົ້າໝາຍທີ່ລັດຖະບານຫວຽດນາມໃຫ້ຄວາມສຳຄັນເປັນພິເສດ ແລະ ຕ້ອງການໃຫ້ເມັດເງິນຫຼັ່ງໄຫຼເຂົ້າມານັ້ນ ແມ່ນກຸ່ມອຸດສາຫະກຳແຫ່ງອະນາຄົດ ແລະ ເຕັກໂນໂລຊີຂັ້ນສູງ ເປັນຕົ້ນແມ່ນ ອຸດສາຫະກຳເອເລັກໂຕຣນິກ, ເຊມີຄອນດັກເຕີ ຫຼື ຊິບ, ອຸປະກອນດິຈິຕອນ, ປັນຍາປະດິດ (AI), ບິ໊ກດາຕ້າ, ຄລາວຄອມພິວຕິງ, ອິນເຕີເນັດຂອງສັບພະສິ່ງ (IoT), ບລັອກເຊນ ຕະຫຼອດຮອດເຕັກໂນໂລຊີຊີວະພາບຂັ້ນສູງ, ຊີວະການແພດ ແລະ ອຸດສາຫະກຳສີຂຽວທີ່ມີມູນຄ່າເພີ່ມສູງ.

ເຊິ່ງຈາກກົນລະຍຸດພາບລວມນີ້ ລັດຖະບານຫວຽດນາມໄດ້ກຳນົດເປົ້າໝາຍໃນພາກປະຕິບັດລະດັບອົງກອນໂດຍຕັ້ງເປົ້າດຶງດູດບໍລິສັດເຕັກໂນໂລຊີຊັ້ນນຳລະດັບໂລກຢ່າງໜ້ອຍ 3 ແຫ່ງ ໃຫ້ເຂົ້າມາຈັດຕັ້ງສຳນັກງານໃຫຍ່, ສຳນັກງານສາຂາ ຫຼື ສູນວິໄຈ ແລະ ພັດທະນາ (R&D) ພາຍໃນປະເທດ ພ້ອມທັງດຶງດູດບໍລິສັດຕ່າງຊາດທີ່ມີເຕັກໂນໂລຊີສະເພາະທາງ ເພື່ອສ້າງຄວາມເຊື່ອມໂຍງ ແລະ ບູລະນາການເຂົ້າກັບຫ່ວງໂສ້ມູນຄ່າໃນລະດັບໂລກຢ່າງມີປະສິດທິພາບ.

ໃນໄລຍະຍາວ ພາຍໃນປີ 2045 ຫວຽດນາມມຸ່ງຫວັງທີ່ຈະພັດທະນາພາກທຸລະກິດຕ່າງປະເທດໃຫ້ເກີດການເຕີບໂຕຢ່າງຍືນຍົງ ແລະ ສາມາດເຊື່ອມໂຍງເຂົ້າກັບລະບົບເສດຖະກິດພາຍໃນປະເທດຢ່າງເປັນຮູບປະທຳ ເພື່ອສະໜັບສະໜູນເປົ້າໝາຍໃຫຍ່ໃນການກ້າວຂຶ້ນເປັນສູນກາງລະດັບພາກພື້ນທີ່ມີຄວາມສາມາດໃນການແຂ່ງຂັນສູງ ທັງໃນດ້ານການຜະລິດ, ການບໍລິການ ແລະ ນະວັດຕະກຳ ໂດຍຄາດການວ່າພາກທຸລະກິດຕ່າງຊາດນີ້ ຈະເຂົ້າມາສ້າງມູນຄ່າທາງເສດຖະກິດ ແລະ ກວມເອົາສັດສ່ວນເຖິງ 30% ຂອງຜະລິດຕະພັນມວນຮ່ວມພາຍໃນ ຫຼື GDP ຂອງຫວຽດນາມໃນອະນາຄົດຢ່າງແນ່ນອນ.

#LaoXperts #ຫວຽດນາມ #ເສດຖະກິດຫວຽດນາມ #ການລົງທຶນຕ່າງປະເທດ #ບິ໊ກເທັກ #ເຕັກໂນໂລຊີຂັ້ນສູງ #ນະວັດຕະກຳ #ອາຊຽນ

Comments are disabled