ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ນຳພາຄະນະຮ່ວມກອງປະຊຸມທຸລະກິດລາວ-ຍີ່ປຸ່ນ ທີ່ໂຕກຽວ ເພື່ອດຶງດູດການລົງທຶນຄຸນນະພາບສູງໃນຂະແໜງສີຂຽວ-ຍືນຍົງ. ຍົກລະດັບການຄ້າສອງຝ່າຍ ຊຶ່ງຈະສົ່ງຜົນກະທົບໂດຍກົງຕໍ່ການຊຸກຍູ້ເສດຖະກິດ-ສັງຄົມລາວໃຫ້ເຕີບໂຕ ພ້ອມທັງຮັດແໜ້ນຄູ່ຮ່ວມມືຍຸດທະສາດ 71 ປີ ໃຫ້ແຂງແກ່ນກວ່າເດີມ.
ການເຄື່ອນໄຫວທາງດ້ານເສດຖະກິດຄັ້ງສຳຄັນນີ້ ແມ່ນສ່ວນໜຶ່ງຂອງການຢ້ຽມຢາມຍີ່ປຸ່ນ ໃນລະຫວ່າງການເຂົ້າຮ່ວມກອງປະຊຸມສາກົນ ວ່າດ້ວຍອະນາຄົດຂອງອາຊີ ຄັ້ງທີ 31 ແຕ່ວັນທີ 10-12 ມິຖຸນາ 2026. ຕາມການລາຍງານຂອງ ຂປລ.
ງານພົບປະທຸລະກິດດັ່ງກ່າວຖືກຈັດຂຶ້ນພາຍໃຕ້ບັນຍາກາດແຫ່ງການສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດລາວ-ຍີ່ປຸ່ນ ຄົບຮອບ 71 ປີ ທີ່ສະທ້ອນໃຫ້ເຫັນເຖິງມິດຕະພາບອັນແໜ້ນແຟ້ນ.
ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ທຸກພາກສ່ວນທີ່ຮ່ວມກັນຊຸກຍູ້ໃຫ້ເກີດເວທີພົບປະແລກປ່ຽນລະຫວ່າງພາກທຸລະກິດຂອງສອງຊາດ ທີ່ເຕັມໄປດ້ວຍທ່າແຮງ ເພື່ອເປີດໂອກາດໃຫ້ທັງສອງຝ່າຍໄດ້ສຶກສາຊ່ອງທາງການຂະຫຍາຍຕົວທາງທຸລະກິດຮ່ວມກັນຢ່າງໃກ້ຊິດ, ສົ່ງເສີມການຄ້າ ແລະ ການລົງທຶນໃຫ້ເກີດດອກອອກຜົນຍິ່ງຂຶ້ນ.
ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ນັກລົງທຶນຍີ່ປຸ່ນ ໂດຍຍົກໃຫ້ເຫັນວ່າເປັນ ນັກລົງທຶນຕົວແບບທີ່ມີຄຸນນະພາບສູງ ເຊິ່ງມີຄວາມໂດດເດັ່ນໃນການເຄົາລົບກົດໝາຍ, ມີຄວາມຮັບຜິດຊອບສູງຕໍ່ສັງຄົມ ແລະ ສິ່ງແວດລ້ອມ.
ນອກຈາກຄວາມພ້ອມດ້ານທຶນຮອນແລ້ວ, ນັກລົງທຶນຍີ່ປຸ່ນຍັງປະກອບສ່ວນສຳຄັນໃນການຖ່າຍທອດເຕັກໂນໂລຊີ ແລະ ພັດທະນາຊັບພະຍາກອນມະນຸດຂອງລາວໃຫ້ມີຄຸນນະພາບ. ຄວາມໝັ້ນໃຈໃນການລົງທຶນນີ້ ແມ່ນໄດ້ຮັບການຄໍ້າປະກັນຈາກກົນໄກການຮ່ວມມືທີ່ເຂັ້ມແຂງ ໂດຍສະເພາະສັນຍາສົ່ງເສີມ ແລະ ປົກປ້ອງການລົງທຶນສອງຝ່າຍປີ 2008 ລວມເຖິງຂອບການຮ່ວມມືອາຊຽນ-ຍີ່ປຸ່ນ ແລະ ສັນຍາ RCEP ທີ່ຊ່ວຍອຳນວຍຄວາມສະດວກໃຫ້ນັກລົງທຶນທັງສອງຝ່າຍສາມາດດຳເນີນທຸລະກິດດ້ວຍຄວາມໝັ້ນໃຈ.
ພ້ອມດຽວກັນນີ້, ສປປ ລາວ ໄດ້ເປີດປະຕູຕ້ອນຮັບວິສາຫະກິດຍີ່ປຸ່ນ ໃຫ້ພິຈາລະນາເຂົ້າມາລົງທຶນໃນຂະແໜງການທີ່ ສປປ ລາວ ມີທ່າແຮງສູງ ໂດຍເນັ້ນໃສ່ການຜະລິດກະສິກຳສະອາດທີ່ມີມູນຄ່າສູງ, ອຸດສາຫະກຳປຸງແຕ່ງທີ່ເຊື່ອມໂຍງກັບຖານການຜະລິດອາຊຽນ, ພະລັງງານສະອາດ, ການພັດທະນາໂຄງລ່າງພື້ນຖານ ແລະ ໂລຈິສຕິກ ຕາມທິດການພັດທະນາແບບສີຂຽວ ແລະ ຍືນຍົງ.
ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກໍໄດ້ຂຶ້ນລາຍງານຢັ້ງຢືນເຖິງຜົນສຳເລັດທີ່ຜ່ານມາ ໂດຍປັດຈຸບັນຍີ່ປຸ່ນໄດ້ລົງທຶນໃນລາວແລ້ວ 93 ໂຄງການ ມູນຄ່າກວ່າ 157 ລ້ານໂດລາສະຫະລັດ (ຈັດເປັນອັນດັບທີ 14 ຂອງການລົງທຶນຕ່າງປະເທດໃນລາວ) ໂດຍສຸມໃສ່ຂະແໜງກະສິກຳ, ອຸດສາຫະກຳ ແລະ ການບໍລິການເປັນຫລັກ, ນອກຈາກນີ້ຍັງມີອີກ 61 ບໍລິສັດທີ່ລົງທຶນໃນເຂດເສດຖະກິດພິເສດ ລວມມູນຄ່າ 185 ລ້ານໂດລາສະຫະລັດ.
ກອງປະຊຸມຄັ້ງນີ້ຈຶ່ງເປັນຂໍ້ພິສູດຢ່າງຈະແຈ້ງວ່າ ດ້ວຍນະໂຍບາຍທີ່ເອື້ອອຳນວຍ ແລະ ທີ່ຕັ້ງຍຸດທະສາດທີ່ສຳຄັນ, ສປປ ລາວ ຍັງຄົງເປັນຈຸດໝາຍປາຍທາງການລົງທຶນທີ່ໂດດເດັ່ນສຳລັບນັກລົງທຶນຍີ່ປຸ່ນ ຊຶ່ງໝາກຜົນຂອງການພົບປະຄັ້ງນີ້ ຈະກາຍເປັນກຳລັງຂັບເຄື່ອນອັນສຳຄັນ ໃນການຍົກລະດັບການພັດທະນາປະເທດ ແລະ ຮັດແໜ້ນສາຍພົວພັນສອງຊາດໃຫ້ກ້າວຂຶ້ນສູ່ລະດັບໃໝ່ຢ່າງໝັ້ນຄົງ.
#LaoXperts #ຂ່າວເສດຖະກິດ #ການລົງທຶນລາວຍີ່ປຸ່ນ #ສປປລາວ #ຍີ່ປຸ່ນ #ອະນາຄົດຂອງອາຊີ2026 #ພັດທະນາແບບຍືນຍົງ #ການຄ້າການລົງທຶນ


